ຂ່າວລື iPhone 15 Series ຈະແຖມສາຍສາກ USB-C ແບບຖັກພາຍໃນກ່ອງ


ອີກພຽງ 3 ອາທິດເທົ່ານັ້ນທີ່ Apple ຈະປະກາດເປີດຕົວ iPhone 15 ຢ່າງເປັນທາງການ ໂດຍຫຼ້າສຸດກໍໄດ້ມີຂ່າວລືອອກມາວ່າ iPhone 15 Series ຈະແຖມສາຍສາກ USB-C ແບບຖັກພາຍໃນກ່ອງ ແລະ ສີຂອງສາຍສາກຍັງກົງກັບສີຂອງໂທລະສັບອີກດ້ວຍ.

ປັດຈຸບັນ ອຸປະກອນຂອງ Mac ແລະ iPad ໄດ້ປ່ຽນມາໃຊ້ພັອດ USB-C ຕັ້ງແຕ່ຮຸ່ນ MacBook Retina ໃນປີ 2015 ແລ້ວ, ເຊິ່ງໃນປີນີ້ iPhone 15 Series ທຸກຮຸ່ນກໍຈະປ່ຽນມາໃຊ້ພັອດ USB-C ຫຼັງຈາກໃຊ້ພັອດ Lightning ຕັ້ງແຕ່ປີ 2013 ແລະ ປ່ຽນຕາມຂໍ້ບັງຄັບຂອງ EU.

ໂດຍຮູບພາບຂອງສາຍສາກ USB-C ທີ່ຫຼຸດອອກມານັ້ນ ຈະມາໃນຮູບແບບສາຍຖັກທີ່ຊ່ວຍເພີ່ມຄວາມທົນທານຈາກແບບທຳມະດາ, ຄ້າຍຄືກັບສາຍຖັກ MagSafe 3 ທີ່ແຖມມາກັບ MacBook ຮຸ່ນໃໝ່ ແລະ ສາຍສາກຮຸ່ນໃໝ່ຈະມີສີສາຍທີ່່ກົງກັບສີໜ່ວຍເຊັ່ນ: ສີບົວ, ສີຟ້າ, ສີມ່ວງ, ສີເຫຼືອງ ແລະ ສີດໍາ.

ແລະເມື່ອເສີມດ້ວຍພາບຫຼຸດຂອງແຜງວົງຈອນພັອດສາກຂອງ iPhone 15 Pro ແລະ iPhone 15 Pro Max ທີ່ມີຊິບ Re-Timer ເພື່ອເພີ່ມຄວາມສະຖຽນໃນການສົ່ງຂໍ້ມູນ Bandwidth ສູງໆແລ້ວ, ສາຍສາກຂອງ iPhone 15 Series ນີ້ອາດເປັນສາຍ USB-C / Thunderbolt 4 ທີ່ຮອງຮັບການໂອນຂໍ້ມູນໄວທີ່ສຸດໃນອຸດສາຫະກໍາເຖິງ 40 Gbps.

ນອກຈາກນັ້ນ, ສາຍສາກອາດຈະມາພ້ອມກັບແມ່ເຫຼັກ MagSafe ທີ່ຊ່ວຍໃຫ້ສາຍດູດຕິດກັບພັອດໄດ້ແໜ້ນຂຶ້ນ. ຢ່າງໃດກໍຕາມ, ພາຍໃນກ່ອງຈະບໍ່ມີສາຍສາກທີ່ແຖມຟຣີຄືກັບກ່ອນໜ້ານີ້ ເນື່ອງຈາກເຫດຜົນດ້ານສິ່ງແວດລ້ອມ.

ທີ່ມາ:

9to5mac

beartai

droidsans

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/