ກຳປູເຈຍ ເລັ່ງຂົນສົ່ງສິນຄ້າອອກສູ່ສະຫະລັດອາເມຣິກາ ແລະ ຢູໂຣບ


ນາຍົກລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງກຳປູເຈຍ ເປີດເຜີຍວ່າທ່າເຮືອສີນຸວິນ (PAS) ກຳລັງພັດທະນາຢ່າງວ່ອງໄວໃນ 3 ເຟສ ດ້ວຍການສະໜັບສະໜູນທາງການເງິນຈາກຍີ່ປຸ່ນ ເພື່ອສາມາດຮອງຮັບສິນຄ້າຂະໜາດໃຫຍ່ ແລະ ຂົນສົ່ງສິນຄ້າໄປຍັງສະຫະລັດ ແລະ ສະຫະພາບຢູໂຣບໄດ້ ໂດຍບໍ່ຕ້ອງປ່ຽນຖ່າຍສິນຄ້າທີ່ປະເທດອື່ນ.

ໃນປັດຈຸບັນ ບັນດາສິນຄ້າທີ່ຈັດສົ່ງຈາກກຳປູເຈຍຜ່ານເຮືອສີນຸວິນ ໄປຍັງຕະຫຼາດສະຫະລັດ ແລະ ສະຫະພາບຢູໂຣບນັ້ນ ຈະຖືກຂົນຂຶ້ນເຮືອຂະໜາດນ້ອຍ, ຈາກນັ້ນ ຈຶ່ງປ່ຽນຖ່າຍໄປຍັງເຮືອຂະໜາດໃຫຍ່ ທີ່ທ່າເຮືອໃນສິງກະໂປ ກ່ອນຈະຂົນສົ່ງໄປຍັງສະຫະລັດ ຫຼື ສະຫະພາບຢູໂຣບ. ເນື່ອງຈາກທ່າເຮືອໃນສິງກະໂປ ສີນຸວິນ ມີນ້ຳທີ່ຕື້ນເກີນໄປ ບໍ່ສາມາດຮັບຮອງເຮືອສິນຄ້າຂະໜາດໃຫຍ່ໄດ້ ເຮັດໃຫ້ຕ້ອງມີຄ່າໃຊ້ຈ່າຍໃນການຂົນສົ່ງເພີ່ມຂຶ້ນ ທັງໃນດ້ານຂອງຄ່າໃຊ້ຈ່າຍທີ່ເປັນເງິນ ແລະ ໃນເລື່ອງຂອງເວລາ.

ເຖິງຢ່າງໃດກໍຕາມ ທ່າເຮືອສີນຸວິນ ໄດ້ວ່າຈ້າງຜູ້ຮັບເໝົາເພື່ອກໍ່ສ້າງທ່າເຮືອສຳລັບລົດຕູ້ຄອນເທັນເນີ ທີ່ມີຄວາມເລິກ 14,5 ແມັດ ໃນເຟສທຳອິດ ຄາດວ່າຈະສຳເລັດໃນປີ 2026 ເຮັດໃຫ້ສາມາດຮອງຮັບເຮືອສິນຄ້າຂະໜາດໃຫຍ່ໄດ້ 93% ຂອງຈຳນວນເຮືອຂະໜາດໃຫຍ່ທັງໝົດໃນເອເຊຍແປຊີຟິກ, ​ຂະນະດຽວກັນ ໄດ້ເຮັດການສຶກສາເພື່ອພັດທະນາໃຫ້ທ່າເຮືອມີຄວາມເລິກ 16,5 ແມັດ ແລະ 17,5 ແມັດ.

ຕົວເລກກະຊວງສຶກສາທິການ ແລະ ຂົນສົ່ງ ຂອງກຳປູເຈຍ ແຕ່ລະປີ ມີເຮືອສິນຄ້າຂອງຕ່າງຊາດເຖິງ 6.000 ລຳ ເຂົ້າ-ອອກ ຈາກທ່າເຮືອທາງທະເລ ແລະ ແມ່ນ້ຳຂອງກຳປູເຈຍ. ນອກຈາກນີ້ ລະບົບການແລກປ່ຽນຂໍ້ມູນທຸລະກິດຜ່ານລະບົບອີເລັກໂທຣນິກ ເຊິ່ງໄດ້ຮັບເງິນທຶນສະໜັບສະໜູນຈາກຍີ່ປຸ່ນ ໄດ້ເປີດຕົວຢ່າງບໍ່ເປັນທາງການໄປແລ້ວ ໂດຍຈະຊ່ວຍໃຫ້ບໍລິສັດເດີນເຮືອຕ່າງໆ ທີ່ເຂົ້າ-ອອກ ຍົກເລີກເອກະສານຮູບແບບເຈ້ຍ ເພື່ອປະຢັດຄ່າໃຊ້ຈ່າຍ ແລະ ເພີ່ມປະສິດທິພາບໃນການເຮັດວຽກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/