ການສໍາປະທານດິນທີ່ດໍາເນີນທຸລະກິດດ້ານກະສິກໍາ ແຂວງສະຫວັນນະເຂດ ແມ່ນຍັງພົບຄວາມຫຍຸ້ງຍາກຫຼາຍດ້ານ


ການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງເນື້ອທີ່ດິນລັດທີ່ໃຫ້ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ສໍາປະທານດິນດໍາເນີນທຸລະກິດດ້ານກະສິກໍາ ແລະ ປ່າໄມ້ພາຍໃນແຂວງສະຫວັນນະເຂດ ແມ່ນຍັງພົບກັບບັນຫາຄວາມຫຍຸ້ງຍາກໃນຫຼາຍໆດ້ານ.

ທ່ານ ບຸນແຖວ ເຫມມະນີ ຫົວໜ້າຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນ ພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດໄດ້ກ່າວໃຫ້ຮັບຮູ້ວ່າ: ການຈັດຕັ້ງປະຕິບັດການຄຸ້ມຄອງເນື້ອທີ່ດິນຢ່າງເປັນລະບົບທີ່ມີການກວດສອບໄດ້ ເຊິ່ງມີຫຼາຍດ້ານໃຫ້ໄດ້ແກ້ໄຂເປັນຕົ້ນແມ່ນ:

ເອກະສານທີ່ໄດ້ຮັບການອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງແມ່ນຍັງບໍ່ຄົບຖ້ວນ, ບາງບໍລິສັດບໍ່ມີທີ່ຕັ້ງສໍານັກງານ ບໍ່ມີພະນັກງານປະຈຳ, ການຕິດຕໍ່ພົວພັນກໍບໍ່ໄດ້ຕາມຈຸດປະສົງ, ບໍ່ສະຫຼຸບການລາຍງານການຈັດຕັ້ງປະຕິບັດໂຄງການ, ບໍ່ເສຍພັນທະໃນການປ່ຽນດິນປ່າໄປຮູບການອື່ນ, ບໍ່ຢາກເສຍເງິນ ພ້ອມທັງບໍ່ພັດທະນາບ້ານ ແລະ ບໍ່ສົ່ງເສີມປະຊາຊົນໃຫ້ຢູ່ດີມີສຸກ.

ປັດຈຸບັນພາຍໃນແຂວງສະຫວັນນະເຂດ ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາລົງທຶນໃນຂະແໜງກະສິກໍາ ແລະ ປ່າໄມ້ແມ່ນມີ: 33 ບໍລິສັດ, ມີບໍລິສັດທີ່ເຄື່ອນໄຫວປົກກະຕິມີ 13 ບໍລິສັດ. ນອກຈາກນີ້ ກໍຍັງມີບໍລິສັດບໍ່ມາສືບຕໍ່ ແລະ ບໍ່ອອກໃບອະນຸຍາດມີ 20 ບໍລິສັດ.

ລວມມູນຄ່າການລົງທຶນຈົດທະບຽນເກືອບ 400 ລ້ານໂດລາສາຫະລັດ ມີນັກລົງທຶນ 10 ບໍລິສັດ ແລະ ນັກລົງທຶນຕ່າງປະເທດ 23 ບໍລິສັດ ແລະ ມີເນື້ອທີ່ສໍາປະທານ 93,194 ເຮັກຕາ, ໄດ້ລົງມືດໍາເນີນການຈັດຕັ້ງໄດ້ 50,000 ກວ່າເຮັກຕາ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/savanphatththananews/photos/a.333311753466448/2125096154287990/