ຈຸດປະສົງໃນການສ້າງເຂດເສດຖະກິດພິເສດ ມະຫານະທີສີທັນດອນ


ໃນການສ້າງເສດຖະກິດພິເສດນີ້ຂຶ້ນ ທາງພັກ-ລັດ ໄດ້ເຫັນເຖິງຄວາມສໍາຄັນທາງດ້ານເສດຖະກິດ ແລະ ເພື່ອສ້າງສາພັດທະນາ ເມືອງໂຂງ ແຂວງຈໍາປາສັກ ໃຫ້ມີຄວາມຮຸ່ງເຮືອງສີວິໄລໃນດ້ານການທ່ອງທ່ຽວ ພ້ອມທັງໃຫ້ປະຊາຊົນຢູ່ດີມີສຸກ.

ຕາມການລາຍງານໃນແຜນແມ່ບົດ ເຂດເສດຖະກິດພິເສດມະຫານະທີ ແມ່ນເປັນສ່ວນໜຶ່ງຂອງການຮ່ວມມືພາຍໃຕ້ຍຸດທະສາດຂອງປະເທດຈີນ. ພ້ອມກັນນັ້ນ ຍັງໄດ້ຢັ້ງຢືນອີກວ່າ: ໂຄງການນີ້ຈະເປັນຕົວແບບຂອງເຂດເສດຖະກິດຢູ່ພາກໃຕ້ ແລະ ຈະເປັນຕົວແທນທົ່ວປະເທດ.

ຈຸດປະສົງໃນການສ້າງກໍເພື່ອວ່າ: ຈະສ້າງສາພັດທະນາເຂດນີ້ ໃຫ້ເປັນຈຸດໝາຍປາຍທາງແຫ່ງການທ່ອງທ່ຽວທາງດ້ານທໍາມະຊາດ, ວັດທະນະທໍາ-ສັງຄົມ ຂອງຄົນທົ່ວໂລກ ພ້ອມໃຫ້ເປັນສູນກາງການປະຊຸມ ແລະ ການຈັດງານເທສະການລະດັບສູງຂອງທະວີບອາຊີ.

ໂຄງການແມ່ນຈະສ້າງໂຮງແຮມ, ຕຶກອາຄານສູນກາງ, ຈະສ້າງການຄົມມະນາຄົມ ປະກອບດ້ວຍ: ສະໜາມບິນ, ທາງລົດໄຟຄວາມໄວສູງ, ທາງດ່ວນ ແລະ ທາງຫຼວງ.

ຂໍ້ມູນເບື້ອງຕົ້ນໄດ້ລາຍງານໃຫ້ຮັບຮູ້ວ່າ: ປະຊາຊົນຫຼາຍກວ່າ 150 ຄອບຄົວ ໃນຕົວເມືອງໂຂງ ແຂວງຈໍາປາສັກ ແມ່ນຈະຮັບຜົນກະທົບຈາກໂຄງການ ແຕ່ຈົນຮອດປັດຈຸບັນ ຍັງບໍ່ທັນຮູ້ວ່າຈະເກີດບັນຫາຜົນກະທົບດ້ານໃດ ຕໍ່ກັບປະຊາຊົນໃນທ້ອງຖິ່ນນັ້ນ.

ເນື້ອທີ່ການສໍາປະທານປະມານ 9,846 ເຮັກຕາ, ມີໄລຍະສໍາປະທານ 99 ປີ, ມູນຄ່າການລົງທຶນ ພັດທະນາເຂດ 9 ຕື້ໂດລາສາຫະລັດ ເຊິ່ງແບ່ງອອກເປັນ 6 ໄລຍະແຕ່ປີ 2018-2050.

ຂອບໃຈຂໍ້ມູນຈາກ:

http://sethakit-psx.la/detail8242.html?fbclid=IwAR0CdbBaNWRZUgCyBHWGEBqaWMc2XmpZx-vsNzSdXnjyNQS_p8LOKRA1Byg