ມີຂ່າວລືອອກມາວ່າ Android 12 ຈະໃຊ້ຊື່ Snow Cone ມາພ້ອມ Feature ໃໝ່ໆທີ່ໜ້າສົນໃຈ


ສຳລັບຄົນທີ່ໃຊ້ລະບົບ Android ອາດກຳລັງລໍຖ້າການມາເຖິງຂອງ Android 12 ແລະ Feature ໃໝ່ໆຢ່າງໃຈຈົດໃຈຈໍ່. ຫຼ້າສຸດໄດ້ມີຂໍ້ມູນເພີ່ມເຕີມວ່າ Google ອາດໃຊ້ຊື່ເຂົ້າໜົມ Snow Cone ເປັນ Code name ພ້ອມ Feature ໃໝ່ໆຫຼາຍຢ່າງ ທັງຫມຸນໜ້າຈໍຕາມອົງສາໃບໜ້າ, ຈັບຄູ່ແອັບ, ເອົາມືແຕະຫຼັງເຄື່ອງ ເປັນຕົ້ນ.

ANDROID 12 “SNOW CONE”

ຕະຫຼອດຫຼາຍປີທີ່ຜ່ານມາ ລະບົບປະຕິບັດການ Android ຈະມາພ້ອມກັບ “ຊື່” ໃນ theme ເຂົ້າໜົມ ເປັນຕົວແທນຂອງແຕ່ລະເວີຊັ່ນ ທັງມີເອກະລັກໂດດເດັ່ນ ແລະ ຊ່ວຍໃຫ້ຈື່ໄດ້ງ່າຍ ໂດຍຮຽງຕາມຕົວອັກສອນພາສາອັງກິດ ຈົນໃນເວີຊັ່ນ 12 ຂອງປີນີ້ ໄດ້ມີຕົວອັກສອນທີ່ອອກມາລ່ວງໜ້າແລ້ວນັ້ນກໍຄືຕົວ “S”

ເຖິງແມ່ນວ່າ Google ຈະຢຸດໃຊ້ຊື່ເຂົ້າໜົມໄປຕັ້ງແຕ່ Android 10 ແຕ່ຍັງເຫຼືອຕົວເລກຫ້ອຍທ້າຍໄວ້ ແຕ່ກໍຍັງມີ Code name ທີ່ໃຊ້ເປັນການພາຍໃນເຊິ່ງເປັນຊື່ເຂົ້າໜົມຢູ່ຄືເກົ່າ ເຊັ່ນ: Android 11 ທີ່ໃຊ້ຊື່ “Red Velvet Cake”  ສ່ວນ Android 12 ຄັ້ງນີ້ອາດໃຊ້ຊື່ວ່າ “Snow Cone”  ຫຼື ກໍຄືນ້ຳແຂງໃສນັ້ນເອງ ໂດຍການຄາດເດົາຈາກຕົວອັກສອນ “SC” ທີ່ຢູ່ໃນ Source code.

UI ແບບໃໝ່

ສ່ວນທີ່ປ່ຽນໄປທີ່ເຫັນໄດ້ຊັດເຈນກໍຄືໃນເລື່ອງຂອງໜ້າຕາຂອງ UI ທີ່ປ່ຽນເພື່ອໃຫ້ສອດຄ່ອງກັບ Guideline ໃນການປ່ຽນດີໄຊຂອງ Google ມາພ້ອມໜ້າຕາ UI ທີ່ມີຄວາມໂຄ້ງມົນສະອາດຕາຫຼາຍຂຶ້ນ ເປັນໄປໃນແນວທາງດຽວກັບທຸກໆຜະລິດຕະພັນຂອງບໍລິສັດໃນໄລຍະຫຼັງໆ.

Feature ໝຸນໜ້າຈໍຕາມອົງສາໃບໜ້າ

ທ່ານອາດຈະເຄີຍພົບບັນຫາເວລານອນສະແຄງຫຼິ້ນໂທລະສັບແລ້ວເປີດ Feature “ໝຸນໜ້າຈໍອັດຕະໂນມັດ” ເອົາໄວ້ ເຊິ່ງມັນເຮັດວຽກໄດ້ຖືກຫຼັກ ແຕ່ອາດບໍ່ຖືກໃຈປານໃດໃນລັກສະນະນີ້ ເພາະແນວຕັ້ງໃນແນວນອນ ຄື ແນວນອນ.

Feature ໃໝ່ຂອງ Android 12 ຈະເຂົ້າມາຊ່ວຍແກ້ບັນຫາດັ່ງກ່າວໃຫ້ໝົດໄປ ໂດຍກວດຈັບ “ອົງສາໃບໜ້າ” ຂອງຜູ້ໃຊ້ງານ ແລ້ວໝຸນໜ້າຈໍໃຫ້ສຳພັນກັນນັ້ນເອງ ຈະນອນຫຼິ້ນໂທລະສັບທ່າໃດ ໜ້າຈໍກໍສະແດງຜົນຖືກທິດທາງຢູ່ສະເໝີ.

ເຊິ່ງຄວາມຈິງແລ້ວ ນີ້ກໍບໍ່ແມ່ນ Feature ໃໝ່ແຕ່ຢ່າງໃດ ເພາະເຮົາກໍເຄີຍໄດ້ເຫັນ Feature ທີ່ຄ້າຍໆກັນໄປແລ້ວເທິງມືຖື Huawei Mate 30 ຄື Feature AI Auto Rotate ທີ່ເຮັດວຽກຄ້າຍຄືກັນ ເຊິ່ງຖ້າ Feature ນີ້ໄດ້ຖືກນຳມາໃຊ້ແທ້ໆໃນ Android 12 ເຮົາກໍອາດຈະໄດ້ເຫັນມືຖືຮຸ່ນອື່ນໆ ທີ່ມາພ້ອມ Feature ນີ້ຫຼາຍຂຶ້ນ.

ໂຫມດການໃຊ້ງານມືດຽວ ສຳລັບມືຖືຈໍຍາວ

ການພັດທະນາຂອງໂທລະສັບມືຖືໜ້າຈໍມີຂະໜາດໃຫຍ່ຂຶ້ນເລື້ອຍໆໃນທຸກໆປີແຖມຍັງຍາວຂຶ້ນ ເຖິງແມ່ນວ່າການສະແດງຜົນ Content ຕ່າງໆຈະເຕັມຕາຫຼາຍຂຶ້ນແຕ່ໃນທາງກົງກັນຂ້າມ ຄວາມສະດວກໃນການໃຊ້ງານມືດຽວກໍລົດລົງຢ່າງເຫັນໄດ້ຊັດເຈນ.

ແຕ່ເຖິງຢ່າງໃດກໍຕາມ ເບິ່ງຄືວ່າ Android 12 ຈະມາພ້ອມກັບ Feature “One–handed mode” ໂດຍການຫຍໍ້ສ່ວນໜ້າຈໍລົງມາໃຫ້ເພື່ອຜູ້ໃຊ້ງານສາມາດສຳຜັດດ້ານເທິງສຸດຂອງໜ້າຈໍໄດ້ງ່າຍຂຶ້ນ.

ສັ່ງມືຖືຜ່ານການແຕະຝາຫຼັງ

Feature ການສັ່ງມືຖືດ້ວຍການແຕະຝາຫຼັງໄດ້ເຜີຍຂຶ້ນມາໃນ Developer Preview ຂອງ Android 11 ແຕ່ສຸດທ້າຍເຮົາກໍບໍ່ໄດ້ເຫັນ Feature ນີ້ໃນເວີຊັ່ນ Official ເພາະເບິ່ງຄືວ່າຕົວ Feature ຈະຍັງກວດຈັບການແຕະຝາຫຼັງໄດ້ດີຈົນເກີນໄປຈົນສົ່ງຜົນກະທົບໃຫ້ເກີດການໃຊ້ງານໂດຍບໍ່ຕັ້ງໃຈຢູ່ຫຼາຍຄັ້ງ.

Google ໄດ້ກັບໄປເຮັດວຽກບ້ານມາໃໝ່ ແລະ ກຽມເປີດ Feature ນີ້ໃຫ້ໃຊ້ງານກັນໃນ Android 12 (ມີ Code name ວ່າ Columbus) ໃຫ້ຜູ້ໃຊ້ງານສາມາດແຕະຝາຫຼັງ 2–3 ຄັ້ງເພື່ອໃຊ້ງານຄຳສັ່ງຈຳພວກ ແຄັບໜ້າຈໍ ຫຼື ເອີ້ນໃຊ້ງານ Google Assistant ກໍເຮັດໄດ້ອີກດ້ວຍ.

APP PAIRING ເປິດ 2 ແອັບພຣິເຄຊັນພ້ອມກັນ

ອີກໜຶ່ງ Feature ທີ່ໜ້າສົນໃຈທີ່ເຮົາເຄີຍເຫັນໃນມືຖືບາງແບຣນກັນມາແລ້ວຄື App Pair ທີ່ຈະໃຫ້ຜູ້ໃຊ້ງານສາມາດເລືອກຈັບຄູ່ Application ທີ່ມັກໃຊ້ນຳກັນ ແລ້ວເປີດໃຊ້ງານຈໍແຍກໄດ້ທັນທີແບບ Split–Screen ເຊັ່ນ ຫາກຜູ້ໃຊ້ງານຕ້ອງການສົນທະນາ LINE ກັບເບິ່ງ YouTube ໄປພ້ອມກັນ ກໍສາມາດເລືອກຈັບຄູ່ 2 ແອັບນີ້ເຂົ້າດ້ວຍກັນແລ້ວສາມາດເປີດໃຊ້ງານພ້ອມກັນໄດ້ງ່າຍໆນັ້ນເອງ.

ແຕ່ເຖິງຢ່າງໃດກໍຕາມ Feature ທີ່ກ່າວໄປທັງໝົດໃນເບື້ອງຕົ້ນລ້ວນເປັນພຽງຂ່າວລືທັງໝົດ ສຸດທ້າຍແລ້ວເຮົາກໍຕ້ອງລໍຖ້າເບິ່ງກັນຕໍ່ໄປວ່າເຮົາຈະໄດ້ເຫັນ Feature ເຫຼົ່ານີ້ແທ້ໆ ຫຼື ບໍ່ ?

ຂອບໃຈທີ່ມາ: