ລັດເວີຈິເນຍອອກກົດແບນການປ່ອຍປູມເປົ້າແລ້ວ!! ເນື່ອງຈາກເປັນອັນຕະລາຍກັບສັດ ແລະ ສິ່ງແວດລ້ອມ


ໃນທຸກໆການສະເຫຼີມສະຫຼອງບໍ່ວ່າຈະເປັນງານໃຫຍ່ ຫຼື ງານນ້ອຍ ເຮົາຈະເຫັນຄົນນິຍົມເອົາປູມເປົ້າມາປະດັບປະດາຕົກແຕ່ງງານເປັນສ່ວນໃຫຍ່ ຫຼືແມ່ນແຕ່ການປ່ອຍປູມເປົ້າຂຶ້ນເທິງຟ້າ ແຕ່ໜ້ອຍຄົນຈະຮູ້ວ່າປູມເປົ້າເຫຼົ່ານັ້ນຈະມີປາຍທາງໄປຈົບລົງຢູ່ໃສ ແລະ ມັນໄດ້ກາຍເປັນຂີ້ເຫຍື້ອທີ່ສ້າງຫາຍະນະໃຫ້ໂລກຫຼາຍເທົ່າໃດ.

ລັດເວີຈິເນຍ ສະຫະລັດອາເມຣິກາ ໄດ້ອະນຸມັດກົດໝາຍຫ້າມການປ່ອຍປູມເປົ້າທີ່ບໍ່ສາມາດສະຫຼາຍໄດ້ທາງຊີວະພາບ ຖ້າໃຜຝ່າຝືນຈະຖືກປັບໃໝ 25 ໂດລາສະຫະລັດ.

ນັກສິ່ງແວດລ້ອມ ແລະ ປະຊາຊົນທີ່ອາໄສຢູ່ບໍລິເວນຊາຍຝັ່ງ ໄດ້ໃຫ້ການສະໜັບສະໜູນກົດໝາຍນີ້ຢ່າງເຕັມທີ່ ຍ້ອນວ່າຂີ້ເຫຍື້ອປູມເປົ້າຫຼາຍຊະນິດທີ່ຖືກພົບຫຼາຍບໍລິເວນຫາດ ເຊິ່ງອາດຈະເປັນອັນຕະລາຍຕໍ່ສັດທີ່ກິນເສດຂີ້ເຫຍື້ອປູມເປົ້າເຂົ້າໄປ.

Jen Kiggans ສະມາຊິກວຸດທິສະພາທີ່ສະໜັບສະໜູນກົດໝາຍນີ້ໄດ້ກ່າວວ່າ ການປ່ອຍປູມເປົ້ານັ້ນ ເປັນການສ້າງຂີ້ເຫຍື້ອ ກົດໝາຍດັ່ງກ່າວຈະຊ່ວຍເຮັດໃຫ້ຜູ້ຄົນຄຳນຶງເຖິງບັນຫາຂີ້ເຫຍື້ອທີ່ເກີດຈາກການປ່ອຍປູມເປົ້າ.

ເຄີຍມີຜົນການວິໄຈຈາກມະຫາວິທະຍາໄລ Tasmania ທີ່ໄດ້ສຶກສາໃນປີ 2019 ບົ່ງບອກວ່າ ຂີ້ເຫຍື້ອປູມເປົ້າ ເປັນຂີ້ເຫຍື້ອທີ່ເຮັດໃຫ້ນົກທະເລເສຍຊີວິດຫຼາຍທີ່ສຸດຈາກການທີ່ນົກເຫຼົ່ານັ້ນກິນເຂົ້າໄປ ແລະ ອຸດຕັນທາງເດີນອາຫານ.

ຂອບໃຈຂໍ້ມູນຈາກ:

https://apnews.com/article/virginia-beach-legislation-virginia-environment-bills-94e8b8f41591bbb02b63a2382c5d58c4?fbclid=IwAR20ZjAbb7amcIwfF89ZiRioYZSHB5G6VaUT_ZCNc6yuAezwdLx_3qGYG-g

https://www.nature.com/articles/s41598-018-36585-9?fbclid=IwAR05hVFKQMepyG6NulPS-Czcfn_uBJ2qDt5UEkKU3FkedRiybF9WJK5MGFw