ເມື່ອບໍ່ດົນມານີ້ ນັກວິທະຍາສາດໄດ້ຄົ້ນພົບໄມໂຄຣພລາສຕິກຢູ່ໃນເດັກນ້ອຍທີ່ຢູ່ໃນທ້ອງຂອງແມ່ຍິງທີ່ກຳລັງຖືພາ ເຖິງວ່າຈະຍັງບໍ່ສາມາດຮູ້ສາເຫດແທ້ຈິງຂອງມັນໄດ້ ແຕ່ຖືວ່າແມ່ນການຄົ້ນພົບໃໝ່ທີ່ໜ້າກັງວົນຫຼາຍ ເພາະວ່າໄມໂຄຣພລາສຕິກນີ້ອາດຈະສົ່ງຜົນເສຍຕໍ່ເດັກນ້ອຍໃນໄລຍະຍາວເຊັ່ນ: ອາດໄປທຳລາຍພູມຄຸ້ມກັນຂອງເດັກນ້ອຍໃນທ້ອງ ບໍ່ວ່າຜູ່ທີ່ເປັນແມ່ຈະບໍລິໂພກ ຫຼື ຫາຍໃຈເຂົ້າໄປກໍຕາມ.

ຈາກການສຶກສາພົບໄມໂຄຣພລາສຕິກໃນເດັກນ້ອຍທີ່ຢູ່ໃນທ້ອງຂອງແມ່ຍິງກຳລັງຖືພາ 4 ຄົນ ແລະ ເກີດລູກໄດ້ຕາມປົກກະຕິ ໂດຍພົບໄມໂຄຣພລາສຕິກທັງແມ່ ແລະ ເດັກ ລວມທັງຜັງຜືດທີ່ຂະຫຍາຍຕົວໃນຕອນທີ່ເດັກຢູ່ໃນທ້ອງ ດ້ວຍຂະໜາດຂອງໄມໂຄຣພລາສຕິກທີ່ນ້ອຍພຽງ 10 ໄມຄຣອນ ຫຼື ເທົ່າກັບ 0.01 ມິນລີແມັດເທົ່ານັ້ນ ເຮັດໃຫ້ມັນສາມາດແຊກຊຶມ ແລະ ໄຫຼວຽນໄປຕາມກະແສເລືອດໄດ້.

ຈາກການວິໄຈທີ່ຄົ້ນພົບໄມໂຄຣພລາສຕິກນັ້ນ ນັກສຶກສາເຮັດການວິໄຈໄປພຽງ 4% ຂອງແຕ່ລະທ້ອງເທົ່ານັ້ນ ແຕ່ຈຳນວນໄມໂຄຣພລາສຕິກອາດຈະຢູ່ໃນປະລິມານສູງກວ່ານັ້ນ.
ຂໍ້ສະຫຼຸບຈາກງານວິໄຈຫຼ້າສຸດກ່າວວ່າ: ເນື່ອງຈາກມີຄວາມສຳຄັນໃນການພັດທະນາການຂອງເດັກໃນທ້ອງ ແລະ ຍັງເຮັດໜ້າທີ່ເຊື່ອມຕໍ່ເດັກກັບສິ່ງແວດລ້ອມພາຍນອກ ການຄົ້ນພົບອະນຸພາກໄມໂຄຣພລາສຕິກນີ້ ຈຶ່ງເປັນເລື່ອງທີ່ໜ້າກັງວົນໃຈຫຼາຍ ແຕ່ຕ້ອງສຶກສາຕໍ່ໄປວ່າໄມໂຄຣພລາສຕິກຈະສົ່ງຜົນຕໍ່ລະບົບຮ່າງກາຍ ຫຼື ເປັນອັນຕະລາຍແນວໃດ.