ການທ່ອງທ່ຽວຟົດຟື້ນ! ບັນດາຄົນມີຊື່ສຽງຈາກປະເທດໄທຫຼັ່ງໄຫຼກັນເຂົ້າມາທ່ຽວ ສປປ ລາວ


ໃນໄລຍະຕົ້ນເດືອນພຶດສະພາທີ່ມາ ຫຼັງຈາກປະເທດລາວໄດ້ມີການປະກາດເປີດປະເທດຢ່າງເຕັມຮູບແບບ ແລະ ຍົກເລີກມາດຕະການກັກຕົວ ກໍເຮັດໃຫ້ມີນັກທ່ອງທ່ຽວຊາວຕ່າງຊາດຫຼັ່ງໄຫຼກັນເຂົ້າມາຢ່າງບໍ່ຂາດສາຍ ເຊິ່ງນັກທ່ອງທ່ຽວຈຳນວນຫຼາຍຈາກປະເທດເພື່ອນບ້ານຢ່າງໄທ ກໍໄດ້ພາກັນຕັດສິນໃຈເດີນທາງມາທ່ຽວລາວ ເພາະດ້ວຍແຫຼ່ງທີ່ທ່ອງທ່ຽວທາງທຳມະຊາດອັນສວຍສົດງົດງາມ, ສະຖານທີ່ວັດວາອາຮາມທີ່ເປັນເອກະລັກ, ວັດທະນະທໍາປະເພນີທີ່ດີງາມ, ວິຖີການດໍາລົງຊີວິດຂອງປະຊາຊົນລາວ ບວກກັບອາຫານການກິນທີ່ມີຣົດຊາດແຊບຊ້ອຍ.

ຈາກຈຸດເດັ່ນທີ່ໄດ້ກ່າວມາຂ້າງເທິງ ມັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວຊາວໄທທີ່ມາລາວ ເຊິ່ງນັ້ນມັນລວມໄປເຖິງນັກທ່ອງທ່ຽວທີ່ເປັນດາຣາ ແລະ ຄົນມີຊື່ສຽງໃນວົງການບັນເທີງໄທອີກພ້ອມ. ໂດຍເຂົາເຈົ້າໄດ້ໂພສຮູບໃນສະຖານທີ່ທ່ອງທ່ຽວຕ່າງໆ ໃນປະເທດລາວ ແລະ ໄດ້ບັນຍາຍເຖິງຄວາມປະທັບໃຈທີ່ໄດ້ມາສຳຜັດບັນຍາກາດແບບນີ້ທີ່ບໍ່ຄືໃຜ.

ເລີ່ມຕົ້ນຈາກໜຸ່ມຫຼໍ່ຂວັນໃຈຂອງໃຜຫຼາຍໆ ຄົນຢ່າງ ນັດ ສັກດາທອນ (ณัฐ ศักดาทร) ນັກຮ້ອງ, ນັກສະແດງ ຊື່ດັງຂອງໄທ ທີ່ໃນການມາລາວຄັ້ງນີ້ ນັດ ໄດ້ເລືອກທີ່ຈະໄປທ່ຽວສະຖານທີ່ຕ່າງໆ ໃນວັງວຽງ ແຂວງວຽງຈັນພ້ອມກັບບັນລະຍາຍເຖິງຄວາມສວຍງາມຂອງທຳມະຊາດ ແລະ ຄວາມປະທັບໃຈວ່າ ຄົນລາວເປັນຄົນໜ້າຮັກ, ຈິງໃຈ, ເປັນກັນເອງຫຼາຍທີ່ສຸດ ແລະ ບອກອີກວ່າຕົກໃຈໜ້ອຍໜຶ່ງທີ່ຄົນລາວຮູ້ຈັກຫຼາຍ. ນອກຈາກນີ້ ນັດ ກ່າວຄໍາຂອບໃຈເຖິງຄົນລາວທີ່ໃຫ້ການຕ້ອນຮັບທີ່ອົບອຸ່ນ ແລະ ບອກອີກວ່າຖ້າມີໂອກາດຈະມາທ່ຽວອີກ.

ຕໍ່ມາແມ່ນຄູ່ຮັກນັກສະແດງຊື່ດັງຫຼາກຫຼາຍຄວາມສາມາດ ຍຸ້ຍ ຈີຣະນັນ ແລະ ທັນ ທະນາກອນ (ยุ้ย จีรนันท์-ธันน์ ธนากร) ພ້ອມດ້ວຍໝູ່ເພື່ອນ ທີ່ໄດ້ໂພສຮູບຖ່າຍກັບສະຖານທີ່ສຳຄັນຂອງລາວຢ່າງ ພະທາດຫຼວງວຽງຈັນ ແລະ ປະຕູໄຊ ເຊິ່ງຫຼັງຈາກນັ້ນກໍໄດ້ມີແຟນຄລັບຊາວລາວເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍພ້ອມກ່າວຄໍາຂອບໃຈທີ່ ຍຸ້ຍ ເລືອກມາທ່ຽວລາວ. ນອກຈາກນີ້ແລ້ວ ຍຸ້ຍ-ທັນ ພ້ອມດ້ວຍໝູ່ເພື່ອນກໍໄດ້ພາກັນເຮັດກິດຈະກໍາຕ່າງໆ ທີ່ວັງວຽງພ້ອມກ່າວວ່າ ວັງວຽງເປັນສະຖານທີ່ທີ່ມີກິດຈະກໍາຫຼາຍຢ່າງ ທັງໄດ້ຕາກແດດ, ຕາກຝົນ ແລະ ບອກອີກວ່າມັນມ່ວນຫຼາຍ ແລະ ມີຄວາມສຸກຫຼາຍທີ່ໄດ້ມາ.

ນອກຈາກດາຣາແລ້ວ ຍັງມີນັກທ່ອງທ່ຽວທີ່ເປັນ Vlogger ຊື່ດັງ ໂດຍມີຜູ້ຕິດຕາມຫຼາຍກວ່າລ້ານຄົນທີ່ໄດ້ມາທ່ຽວລາວ ນັ້ນກໍຄືເພຈ บอลพาเที่ยว Backpacker Ball ທີ່ໄດ້ກ່າວເຖິງຄວາມສວຍງາມຂອງສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ໄດ້ຣີວິວການທ່ອງທ່ຽວນັບຕັ້ງແຕ່ລາຄາ, ສະຖານທີ່ ຫຼື ວິທີການໄປມາສະຖານທີ່ທ່ອງທ່ຽວຕ່າງໆ ໃນປະເທດລາວເຮົາອີກພ້ອມ.

ຈາກຜົນຕອບຮັບຂອງນັກທ່ອງທ່ຽວຊາວໄທທີ່ໄດ້ມາສໍາຜັດ ບອກໄດ້ເລີຍວ່າປະເທດລາວເຮົານັ້ນຍັງມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍແລະເປັນເອກະລັກສະເພາະຕົວ ນັບຕັ້ງແຕ່ ສະຖານທີ່ທ່ອງທ່ຽວທາງທໍາມະຊາດ, ອັດວາອາຮາມ, ວັດທະນະທຳຮີດຄອງເພນີທີ່ຍັງສາມູນເຊື້ອໄວ້ໄດ້ດີ ລວມໄປຮອດນິດໄສໃຈຄໍຂອງຄົນລາວເຮົານໍາທີ່ເປັນຄົນເອື້ອເຟື້ອເຜື່ອແຜ່, ໃຈດີ ແລະ ເປັນກັນເອງທີ່ສຸດ. ນອກຈາກນີ້ແລ້ວ ກໍຕ້ອງຂໍຂອບໃຈນັກທ່ອງທ່ຽວຊາວໄທໝົດທຸກຄົນທີ່ເລືອກມາທ່ຽວລາວ ແລະ ໄດ້ບອກເລົ່າເຖິງຄວາມເປັນລາວໃຫ້ຫຼາຍໆຄົນທີ່ບໍ່ທັນໄດ້ມາໄດ້ຮັບຮູ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/