ສະຫະພັນລອຍນໍ້າສາກົນ ປະກາດບໍ່ໃຫ້ນັກກິລາຂ້າມເພດລົງແຂ່ງຂັນກັບແມ່ຍິງ ເນື່ອງຈາກໄດ້ປຽບທາງດ້ານຮ່າງກາຍ


ຫຼັງການຮຽກຮ້ອງຂອງ ລີອາ ໂທມາສ (Lia Thomas) ນັກກິລາລອຍນໍ້າຂ້າມເພດ ຊາວອາເມຣິກາ ທີ່ສະແດງຄວາມປາຖະໜາ ໃນການເຂົ້າຮ່ວມການແຂ່ງຂັນ Olympics ຈົນເກີດກະແສ ພິຈາລະນາເຖິງການເຂົ້າຮ່ວມຂອງນັກກິລາຂ້າມເພດທີ່ຈະລົງແຂ່ງໃນປະເພດຍິງໃນກິລາຕ່າງໆ. ແຕ່ດ້ວຍຮ່າງກາຍທີ່ມີຄວາມໄດ້ປຽບກວ່ານຳໄປສູ່ການຕັ້ງຄຳຖາມເຖິງຄວາມເປັນທຳ ວ່າສິ່ງນີ້ຈະເປັນການໄປເອົາປຽບແມ່ຍິງ ຫຼືບໍ່. ຫຼ້າສຸດ ສະຫະພັນລອຍນໍ້າສາກົນ ຫຼື FINA ໄດ້ຕັດສິນໃຈຫ້າມນັກກິລາຂ້າມເພດ ລົງແຂ່ງຂັນໃນປະເພດຍິງ ໃນການແຂ່ງຂັນລາຍການໃຫຍ່ທົ່ວໂລກ ເພື່ອບໍ່ໃຫ້ເກີດຄວາມໄດ້ປຽບທາງຮ່າງກາຍ.

ຈາກການປະຊຸມຂອງ FINA ທີ່ປະເທດ ຮັງກາຣີ ເມື່ອວັນທີ 19 ມິຖຸນາ 2022 ທີ່ຜ່ານມານີ້ ໄດ້ມີມັດຕິສຽງສ່ວນໃຫຍ່ເປັນ 71% ຈາກສະມາຊິກທັງໝົດ 152 ປະເທດ ວ່າບໍ່ໃຫ້ນັກກິລາຂ້າມເພດລົງແຂ່ງຂັນປະເພດຂອງແມ່ຍິງໃນລະດັບສູງ ຖ້າຫາກວ່ານັກກິລາຄົນນັ້ນເຄີຍຜ່ານຂະບວນການເຕີບໂຕຂອງຜູ້ຊາຍມາແລ້ວ.

ໂດຍກົດໃໝ່ນີ້ຂອງ FINA ລະບຸວ່າ ນັກກິລາຂ້າມເພດ ສາມາດລົງແຂ່ງຂັນນຳແມ່ຍິງໄດ້ ຖ້າຫາກວ່າ ນັກກິລາຄົນນັ້ນຖືກລະງັບການເຕີບໂຕເປັນເພດຊາຍກ່ອນລະດັບ Tanner Stage 2 (ເຊິ່ງຈະເລີ່ມມີການປ່ຽນແປງທາງກາຍະພາບ)  ຫຼື ບໍ່ເຄີຍມີພັດທະນາການ ການເຕີບໂຕ ກ່ອນອາຍຸ 12 ປີ.

ອັດຊັນ ອັລ ມຸສລາມ Husain Al-Musallam ປະທານ FINA ກ່າວວ່າ: “ເຮົາຕ້ອງປົກປ້ອງສິດໃນການແຂ່ງຂັນຂອງນັກກິລາ ແຕ່ເຮົາກໍຕ້ອງປົກປ້ອງຄວາມເປັນທຳ ໃນການແຂ່ງຂັນໃນລາຍການຂອງເຮົານຳ ໂດຍສະເພາະການແຂ່ງຂັນປະເພດຍິງ”.

ປະທານ FINA ຍັງໄດ້ບອກຕື່ມອີກວ່າ ທາງສະຫະພັນພ້ອມທີ່ຈະຮັບຟັງຂໍ້ສະເໜີ ແລະ ເປີດປະເພດການແຂ່ງຂັນໃໝ່ໂດຍສະເພາະ ສຳລັບນັກກິລາລອຍນໍ້າທີ່ມີອັດຕະລັກທາງເພດທີ່ແຕກຕ່າງຈາກເພດກຳເນີດ.

ໂດຍລະບຸວ່າ: “FINA ຍິນດີຕ້ອນຮັບນັກກິລາທຸກຄົນສະເໝີ ການສ້າງໝວດໝູ່ທີ່ເປີດກວ້າງຈະເຮັດໃຫ້ທຸກຄົນມີໂອກາດແຂ່ງຂັນໃນລະດັບສູງ, ສິ່ງນີ້ບໍ່ເຄີຍເກີດຂຶ້ນມາກ່ອນ ດັ່ງນັ້ນ FINAL ຈຶ່ງຕ້ອງເປັນຜູ້ນຳ ຂ້ອຍຢາກໃຫ້ນັກກິລາທຸກຄົນຮູ້ສຶກວ່າຕົນເອງເປັນສ່ວນໜຶ່ງໃນການພັດທະນາ ໄອເດຍ ໃນລະຫວ່າງຂະບວນການນີ້”.

ການຕັດສິນໃຈຄັ້ງນີ້ ເຮັດໃຫ້ຕົວແທນຂອງຝັ່ງນັກກິລາຢ່າງ ຊາຣອນ ເດວິສ (Sharron Davies) ອະດີດນັກລອຍນໍ້າຊາວອັງກິດກໍໄດ້ເຜີຍກັບ BBC Sport ວ່າ: ການຕັດສິນໃຈຄັ້ງນີ້ຂອງ FINA ມີເຫດຜົນທາງວິທະຍາສາດມາຮອງຮັບ ຊ່ວຍໃຫ້ເກີດຄວາມຍຸຕິທຳກັບນັກກິລາລອຍນໍ້າທຸກປະເພດ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/