2 ນັກປັ່ນຫຼິ້ນຕີຊຸ້ມ ເພື່ອຕັດສິນວ່າໃຜຈະເປັນຄົນ ເຂົ້າເສັ້ນໄຊໄປກ່ອນ


ເຄີຍເຫັນຫຼືບໍ່? ການແຂ່ງຂັນປັ່ນລົດຖີບ ທີ່ແຂ່ງກັນປັ່ນມາເກືອບຕາຍ ແຕ່ສຸດທ້າຍມາຕັດສິນກັນດ້ວຍການຕີຊຸ້ມ ເພື່ອຫາວ່າໃຜຈະເປັນຜູ້ຊະນະໃນການແຂ່ງຂັນຄັ້ງນີ້ໄປ.


ເຫດການເກີດຂຶ້ນໃນການແຂ່ງຂັນປັ່ນລົດຖີບທາງໄກ ລາຍການ Tour of Slovenia 2022 ທີ່ປະເທດ ສະໂລວີເນຍ ໂດຍເກີດຂຶ້ນໃນຕອນທ້າຍຂອງການແຂ່ງຂັນໃນສະໜາມທີ 4 ເມື່ອທາງ ທາເດັດ ໂປກາຊ່າ (Tadej Pogacar) ນັກປັ່ນເຈົ້າຂອງແຊັ້ມ Tour de France ແລະ ລາຟາວ ມັກກ້າ (Rafal Majka) ຈາກ ໂປແລນ ພາກັນປັ່ນກັນເຂົ້າມາເກືອບຮອດເສັ້ນໄຊແລ້ວ ໂດຍນຳຫ່າງຄົນທີ່ຕາມຫຼັງໄປໄດ້ເຖິງ 22 ວິນາທີ.



ແຕ່ວ່າ ໂປກາຊ່າ ແລະ ມັກກ້າ ກັບເຮັດສິ່ງທີ່ທຸກຄົນບໍ່ຄາດຝັນ ເມື່ອທັງສອງປ່ອຍມືຈາກເຂົາລົດ ແລ້ວຫຼິ້ນ ຕີຊຸ້ມກັນ ເພື່ອຕັດສິນວ່າໃຜຈະເປັນຄົນເຂົ້າເສັ້ນໄຊກ່ອນ. ເຊິ່ງຜົນປາກົດວ່າ ມັກກ້າ ເປັນຝ່າຍເອົາຊະນະໄປໂດຍການອອກເຈ້ຍ ສ່ວນໂປກາຊ່າ ນັ້ນອອກ ຄ້ອນ. ກ່ອນທີ່ ໂປກາຊ່າ ຈະຜ່ອນຄວາມໄວລົງ ແລ້ວປ່ອຍໃຫ້ ມັກກ້າ ເຂົ້າເສັ້ນໄຊ ເປັນແຊ້ມໄປໃນສະໜາມນີ້.



ສຳລັບ ໂປກາຊ່າ ປັດຈຸບັນຄອງຕຳແໜ່ງຜູ້ນຳເວລາລວມຂອງການແຂ່ງຂັນ Tour of Slovenia ໂດຍລາວຈະຕ້ອງລົງແຂ່ງສະໜາມສຸດທ້າຍໃນວັນທີ 19 ມິຖຸູນາ ນີ້ ຕາມເວລາທ້ອງຖິ່ນ ເພື່ອລຸ້ນໂອກາດເປັນແຊ້ມປະຈຳການແຂ່ງຂັນຄັ້ງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/