ຜົນວິໄຈຊີ້ ສຽງຂອງແມ່ ມີອຳນາດໃນການປຸກເດັກນ້ອຍ ຫຼາຍກວ່າສຽງສັນຍານເຕືອນໄຟໄໝ້


ສຳລັບໃຜທີ່ເປັນຄົນມັກນອນ ແລະ ເປັນຄົນນອນຕື່ນຍາກ ເຊື່ອວ່າໂມງປຸກ ຫຼື ສຽງປຸກຈາກໂທລະສັບ ເປັນເຄື່ອງມືທີ່ເຮັດໃຫ້ຫຼາຍໆ ຄົນຕື່ນນອນໄດ້ດີ. ແຕ່ຮູ້ຫຼືບໍ່ວ່າ ຈາກການວິໄຈຂອງນັກວິທະຍາສາດໄດ້ລະບຸວ່າ ສຽງຂອງແມ່ເຮົາມີອໍານາດໃນການເຮັດໃຫ້ເຮົາຕື່ນນອນຫຼາຍກວ່າສຽງເຕືອນໄຟໄໝ້ອີກ.

ນັກວິທະຍາສາດໄດ້ຄົ້ນພົບຄວາມຈິງຂໍ້ນີ້ພາຍໃນການທົດລອງເມື່ອປີ 2018 ໂດຍພວກເຂົາໄດ້ປຽບທຽບຂອງສຽງເຄື່ອງກວດຈັບຄວັນໄຟສີ່ແບບ ຕໍ່ການນອນຂອງເດັກນ້ອຍອາຍຸລະຫວ່າງ 5 ເຖິງ 12 ປີ ຈໍານວນ 176 ຄົນ ແລະໄດ້ພົບວ່າ ມັນມີເຫດຜົນບາງຢ່າງທີ່ສຽງແຫຼມສູງຂອງສັນຍານໄຟໄໝ້ຈະເຮັດໜ້າທີ່ບໍ່ຄ່ອຍດີປານໃດໃນການປຸກເດັກນ້ອຍທີ່ອາຍຸຕໍ່າກວ່າ 12 ປີ.

ໂດຍມີເດັກນ້ອຍພຽງ 53% ເທົ່ານັ້ນທີ່ຈະຕື່ນຈາກສຽງດັ່ງກ່າວ ແລະ ມີພຽງ 50% ທີ່ເຊົາຈາກອາການເຫງົານອນໄວພໍທີ່ຈະໜີອອກຈາກຫ້ອງຫາກເກີດໄຟໄໝ້ (ກໍລະນີນີ້ແມ່ນ 5 ນາທີ).

ການທົດລອງໃນຄັ້ງນີ້ຍັງມີການນໍາໃຊ້ສຽງຂອງຜູ້ເປັນແມ່ທີ່ອັດໄວ້ ມາໃຊ້ທົດສອບການປຸກຂອງລູກອີກດ້ວຍ.

ແລະພົບວ່າມີເດັກນ້ອຍເຖິງ 90% ຕື່ນຕາມສຽງຂອງແມ່ ແລະ ມີອີກ 85% ທີ່ເຊົາຈາກອາການເຫງົານອນໄວພໍທີ່ຈະໜີອອກຈາກຫ້ອງຫາກເກີດໄຟໄໝ້.

ຢ່າງໃດກໍຕາມ ດ້ວຍຂໍ້ຈຳກັດຂອງງານວິໄຈເຮົາຈຶ່ງບໍ່ສາມາດບອກໄດ້ຊັດເຈນວ່າສຽງຂອງແມ່ຈະມີຜົນດີລະດັບນີ້ໃນຜູ້ໃຫຍ່ ຫຼື ເດັກນ້ອຍທີ່ມີອາຍຸຫຼາຍກວ່າ 12 ປີຫຼືບໍ່.

ທັງນີ້ ຖ້າເຮົາຮູ້ສຶກວ່າຕົນເອງເປັນຄົນຕື່ນຍາກຄົນໜຶ່ງ ແນະນໍາໃຫ້ລອງອັດສຽງແມ່ມາເປັນສຽງປຸກລອງເບິ່ງ ບາງເທື່ອມັນອາດການເປັນສຽງທີ່ປຸກເຮົາປະຈຳໃນແຕ່ລະມື້ກໍເປັນໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/