ຊາວອັງກິດອອກມາຍ່າງປະທ້ວງລັດຖະບານ ຮຽກຮ້ອງໃຫ້ແກ້ຄ່າຄອງຊີບສູງ-ຂຶ້ນຄ່າແຮງຂັ້ນຕໍ່າ


ຈາກສະຖານະການທາງເສດຖະກິດໃນຕອນນີ້ທີ່ເອີ້ນໄດ້ວ່າທົ່ວໂລກຕ່າງໄດ້ຮັບຜົນກະທົບ ອັນມີຕົ້ນຕໍມາຈາກການແຜ່ລະບາດຂອງພະຍາດ, ສົງຄາມ ເປັນຕົ້ນ.

ທັງນີ້ ຈາກບັນຫາທີ່ກ່າວມາເບິ່ງຄືວ່າອັງກິດເປັນປະເທດໜຶ່ງທີ່ກໍາລັງປະເຊີນກັບວິກິດຄັ້ງນີ້ ເນື່ອງດ້ວຍຄ່າຄອງຊີບທີ່ສູງ ແຕ່ຄ່າແຮງແມ່ນຕົກຕໍ່າ ເຊິ່ງນັ້ນໄດ້ເຮັດໃຫ້ປະຊາຊົນຊາວອັງກິດຫຼາຍພັນຄົນອອກມາຍ່າງປະທ້ວງລັດຖະບານ ເພື່ອຮຽກຮ້ອງໃຫ້ພາກລັດເພີ່ມຄ່າແຮງຂັ້ນຕໍ່າ.

ການປະທ້ວງໃນຄັ້ງນີ້ ນຳພາໂດຍສະຫະພາບລັດຖະສະພາ (The Trades Union Congress: TUC) ໂດຍຮຽກຮ້ອງໃຫ້ມີການຂຶ້ນຄ່າແຮງທີ່ເໝາະສົມໃຫ້ກັບພະນັກງານພາກລັດ ແລະ ຂຶ້ນຄ່າແຮງຂັ້ນຕໍ່າ 15 ປອນຕໍ່ຊົ່ວໂມງ ຫຼື ປະມານ 290,000 ກິບ.

ຜູ້ປະທ້ວງຫຼາຍຄົນແມ່ນໄດ້ພາກັນຖືປ້າຍທີ່ມີຂໍ້ຄວາມຕ່າງໆ ເຊັ່ນ: “ຕັດງົບສົງຄາມ ບໍ່ແມ່ນສະຫວັດດີການ” ແລະ ປ້າຍທີ່ຂຽນວ່າ “ຍຸຕິຄວາມທຸກຍາກທາງເຊື້ອໄຟ ປົກປ້ອງບ້ານຂອງເຮົາ”.

ໜຶ່ງໃນຜູ້ທີ່ມາປະທ້ວງຄັ້ງນີ້ ໄດ້ກ່າວວ່າ ປະຊາຊົນຈໍານວນຫຼາຍຕ້ອງເລືອກລະຫວ່າງຊື້ອາຫານລ້ຽງລູກ ກັບຈ່າຍຄ່າເຊົ່າບ່ອນພັກອາໄສ ແລະ ຄ່າເຄື່ອງເຮັດຄວາມຮ້ອນ ເຊິ່ງເຂົາບອກວ່າ ນີ້ບໍ່ຄວນເປັນຕົວເລືອກທີ່ໃຜກໍຕາມຕ້ອງມາປະເຊີນ.

ດ້ານໂຄສົກຂອງລັດຖະບານ ກໍໄດ້ລະບຸວ່າ ລັດຖະບານກໍາລັງຊ່ວຍຄອບຄົວຊາວອັງກິດທີ່ເປັນກຸ່ມຂັດສົນຂັ້ນຮຸນແຮງຈໍານວນ 8 ລ້ານຄົວເຮືອນ ຜ່ານການຈ່າຍເງິນຢ່າງໜ້ອຍ 1,200 ປອນ (ປະມານ 21,600,000 ກີບ) ໃນປີນີ້ ແລະໃຫ້ທຸກຄົວເຮືອນອີກ 400 ປອນ ( ປະມານ 7,200,000 ກີບ) ເພື່ອຊ່ວຍໃຫ້ປະຊາຊົນຈ່າຍຄ່າເຊື້ອໄຟແລະພະລັງງານໄດ້).

ພ້ອມນີ້ ໄດ້ມີຜົນວິໄຈຈາກ TUC ຊີ້ໃຫ້ເຫັນວ່າແຮງງານຈຳນວນຫຼາຍພາຍໃນປະເທດແມ່ນສູນເສຍລາຍໄດ້ເກືອບ 20,000 ປອນ ນັບຕັ້ງແຕ່ປີ 2008 ເນື່ອງຈາກຄ່າຈ້າງບໍ່ສອດຄ່ອງກັບອັດຕາເງິນເຟີ້.

ຂະນະທີ່ Frances O’Grady ເລຂາທິການຂອງ TUC ກ່າວວ່າ “ເຮົາຕ້ອງການໃຫ້ລັດຖະບານຮັບຮູ້ວ່າ ຜູ້ໃຊ້ແຮງງານບໍ່ແມ່ນຕົ້ນເຫດຂອງບັນຫາເງິນເຟີ້ ແຕ່ພວກເຂົາກຳລັງເຈັບປວດຈາກບັນຫາເງິນເຟີ້”

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/