ຊາຍຊາວໄທຖືກຕໍາຫຼວດຈັບກຸມຕົວ ຫຼັງຈາກບຸກໄປປຸ້ນຄຳ ເຜີຍສາເຫດທີ່ເຮັດໄປຍ້ອນຂາດທຶນໃນຄຣິບໂຕ


ສະພາບເສດຖະກິດໃນປັດຈຸບັນນີ້ ເອີ້ນໄດ້ວ່າຂົງເຂດທຸລະກິດຕ່າງໆ ແມ່ນໄດ້ຮັບຜົນກະທົບຢ່າງຮຸນແຮງເປັນທີ່ສຸດ ເຊິ່ງມັນລວມໄປເຖິງວົງການ Cryptocurrency ທີ່ມູນຄ່າຂອງມັນລົດໜ້ອຍຖອຍລົງ ເຮັດໃຫ້ຄົນທີ່ລົງທຶນກັບມັນຕ້ອງຂາດທຶນຫຼືໝົດຕົວໄປກໍມີ.

ເຊັ່ນດຽວກັນກັບກໍລະນີຊາຍຊາວໄທຄົນນີ້ທີ່ບຸກໄປປຸ້ນຄຳເປັນຈຳນວນຫຼາຍບາດ ຫຼັງຈາກນັ້ນບໍ່ດົນຕໍາຫຼວດກໍສາມາດຈັບກຸມຕົວໄດ້ ແລະ ຜູ້ກໍ່ເຫດກໍເຜີຍວ່າສິ່ງທີ່ເຮັດລົງໄປແມ່ນຍ້ອນຕົນເອງຂາດທຶນຄຣິບໂຕ.

ເລື່ອງລາວນີ້ເກີດຂຶ້ນໃນວັນທີ 18 ມິຖຸນາ 2022  ໂດຍສໍານັກຂ່າວຂອງປະເທດໄທໄດ້ລາຍງານວ່າ ມີຊາຍຄົນໜຶ່ງໄດ້ບຸກປຸ້ນຮ້ານທອງບ້ວນລີ (บ้วนหลี) ທີ່ຕັ້ງຢູ່ຖະໜົນຈັກເພັດ, ເຂດພຣະນະຄອນ ກຸງເທບມະຫານະຄອນ ປະເທດໄທ ແລະ ໄດ້ຊັບສິນທີ່ເປັນຄຳໄປຫຼາຍລາຍການກ່ອນຈະຫຼົບໜີໄປ.

ຕໍ່ມາໃນຕອນເຊົ້າຂອງວັນທີ 19 ມິຖຸນາ ທາງເຈົ້າໜ້າທີ່ຕໍາຫຼວດສາມາດຈັບກຸມຕົວຜູ້ກໍ່ເຫດໄດ້ ແລະ ໄດ້ພາໄປເຮັດແຜນປະກອບຮັບຄໍາສາລະພາບ ພ້ອມດ້ວຍຂອງກາງທີ່ເປັນຄໍານໍ້າໜັກ 60 ບາດ ເຊິ່ງຕີເປັນມູນຄ່າລວມກວ່າ 2 ລ້ານບາດ (ປະມານ 1,000 ລ້ານກີບ).

ເຊິ່ງໃນເບື້ອງຕົ້ນຜູ້ກໍ່ເຫດສາລະພາບວ່າ ທີ່ເຮັດໄປເພາະເກີດຄວາມກົດດັນແລະຂາດທຶນໃນການລົງທຶນ Cryptocurrency ເປັນຈຳນວນຫຼາຍ.

ເພາະວ່າຕັ້ງແຕ່ຕົ້ນປີທີ່ຜ່ານມາ ລາຄາຄຣິບໂຕຢ່າງ Bitcoin ໄດ້ຕົກລົງໄປແລ້ວເກືອບ 50% ຂອງມູນຄ່າເມື່ອທຽບກັບຕອນຕົ້ນປີ.

ທາງດ້ານເຈົ້າຂອງຮ້ານຄໍາ ຢືນຢັນວ່າຊາຍຄົນດັ່ງກ່າວເປັນຄົນກໍ່ເຫດແທ້ ແລະ ຈື່ຈໍາໃບໜ້າຂອງຄົນຮ້າຍໄດ້ຊັດເຈນ ເຊິ່ງຫຼັງຈາກເກີດເຫດການນີ້ຂຶ້ນ ທາງຮ້ານບອກວ່າຈະໄດ້ເພີ່ມມາດຕະການຮັກສາຄວາມປອດໄພໃຫ້ຫຼາຍຂຶ້ນ ເພື່ອເປັນການປ້ອງກັນບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກ ແລະ ກໍເພື່ອຄວາມປອດໄພຂອງລູກຄ້າຄົນອື່ນໆ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/