ປົກເວັບ 45

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການດ່ວນໃຫ້ບັນດາຜູ້ພັດທະນາເຂື່ອນໄຟຟ້າທົ່ວປະເທດ ກຽມພ້ອມຮັບມືປາກົດການເອລນີໂຍ ເພື່ອຮັບປະກັນສະຖຽນລະພາບການຜະລິດພະລັງງານ ແລະ ຫຼຸດຜ່ອນຜົນກະທົບຈາກໄພແຫ້ງແລ້ງ ແລະ ນໍ້າຖ້ວມ ທີ່ຈະມີຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນຊ່ວງປີ 2026-2027.

ອີງຕາມແຈ້ງການສະບັບເລກທີ 1429/ພຜງ ຂອງກົມພະລັງງານ, ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ອອກໃນວັນທີ 1 ກໍລະກົດ 2026, ໄດ້ຮຽກຮ້ອງໃຫ້ລັດວິສາຫະກິດໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ບັນດາໂຄງການເຂື່ອນໄຟຟ້າເອກະຊົນ ຍົກລະດັບຄວາມເອົາໃຈໃສ່ໃນການຕິດຕາມການພະຍາກອນອາກາດຢ່າງໃກ້ຊິດ.

ເນື່ອງຈາກຄວາມແປປວນຂອງດິນຟ້າອາກາດຈາກປາກົດການເອລນີໂຍ ອາດນຳໄປສູ່ພາວະນໍ້າຖ້ວມຊຸ, ດິນເຈື່ອນ ແລະ ໄພແຫ້ງແລ້ງ ເຊິ່ງຈະສົ່ງຜົນກະທົບໂດຍກົງຕໍ່ປະລິມານນໍ້າໃນອ່າງເກັບນໍ້າ.

ເພື່ອຮັບປະກັນບໍ່ໃຫ້ເກີດວິກິດການຂາດແຄນພະລັງງານ, ຜູ້ບໍລິຫານເຂື່ອນຈຳເປັນຕ້ອງໄດ້ປະເມີນຄືນ ແລະ ປັບປຸງແຜນການຜະລິດ ພ້ອມທັງແຜນບໍລິຫານຈັດການນໍ້າໃຫ້ສອດຄ່ອງກັບສະພາບຕົວຈິງ ໂດຍສະເພາະການກັກເກັບນໍ້າໄວ້ຮັບໃຊ້ໃນຊ່ວງລະດູແລ້ງທີ່ຈະມາເຖິງ ເພື່ອຕອບສະໜອງຄວາມຕ້ອງການນຳໃຊ້ໄຟຟ້າພາຍໃນປະເທດ.

ນອກຈາກການຮັກສາສະຖຽນລະພາບທາງດ້ານພະລັງງານແລ້ວ, ສິ່ງສຳຄັນທີ່ສຸດທີ່ກະຊວງໄດ້ເນັ້ນໜັກແມ່ນມາດຕະການດ້ານຄວາມປອດໄພຂອງປະຊາຊົນທີ່ອາໄສຢູ່ເຂດທ້າຍເຂື່ອນ ໂດຍໄດ້ກຳນົດມາດຕະການຢ່າງເດັດຂາດໃຫ້ທຸກໂຄງການຕ້ອງມີແຜນແຈ້ງເຕືອນລ່ວງໜ້າຢ່າງໜ້ອຍ 7 ວັນ ກ່ອນຈະມີການປ່ອຍນໍ້າ ຫຼື ກັກເກັບນໍ້າ.

ການແຈ້ງເຕືອນດັ່ງກ່າວຕ້ອງມີເນື້ອໃນທີ່ເຂົ້າໃຈງ່າຍ ແລະ ສົ່ງຜ່ານຊ່ອງທາງທີ່ສາມາດເຂົ້າເຖິງຊຸມຊົນໄດ້ໄວ ເຊັ່ນ: ການປະສານງານຜ່ານອຳນາດການປົກຄອງທ້ອງຖິ່ນ, ການນຳໃຊ້ກຸ່ມ WhatsApp, ໂທລະໂຄ່ງ ແລະ ລະບົບສັນຍານອຸປະກອນແຈ້ງເຕືອນໄພຕ່າງໆ.

 ພ້ອມກັນນັ້ນ, ໃນກໍລະນີເກີດເຫດການສຸກເສີນ, ຜູ້ພັດທະນາເຂື່ອນຕ້ອງເປັນເຈົ້າການໃນການປະຕິບັດແຜນສຸກເສີນຢ່າງຮີບດ່ວນ ແລະ ຕ້ອງລາຍງານສະພາບການໃຫ້ຄະນະກຳມະການຄຸ້ມຄອງລະດັບກະຊວງ ແລະ ທ້ອງຖິ່ນຮັບຊາບພາຍໃນ 24 ຊົ່ວໂມງ ເພື່ອຫຼຸດຜ່ອນຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃຫ້ໄດ້ໜ້ອຍທີ່ສຸດ

.

#LaoX #ກະຊວງອຸດສາຫະກຳແລະການຄ້າ #ແຈ້ງການດ່ວນ #ເຂື່ອນໄຟຟ້າລາວ #ຮັບມືເອລນີໂຍ #ພະລັງງານລາວ #ElNino2026 #ຄວາມປອດໄພທ້າຍເຂື່ອນ #ຂ່າວພະລັງງານ

Comments are disabled