ປົກເວັບ 44

ຖ້າເວົ້າເຖິງວົງການ Startup ທີ່ປະສົບຄວາມສຳເລັດລະດັບແນວໜ້າໃນປະເທດໄທ, ຊື່ຂອງ “ທັອບ ຈິຣາຍຸດ ຊັບສີໂສພາ” ຫຼື ຜູ້ກໍ່ຕັ້ງ Bitkub ຕ້ອງເປັນຊື່ທຳອິດທີ່ຫຼາຍຄົນນຶກເຖິງ. ໂອກາດດີໃນງານ Startnovation Forum 2026, ເພິ່ນໄດ້ມາເປີດໃຈເລົ່າເຖິງເບື້ອງຫຼັງການປຸກປັ້ນທຸລະກິດ ທີ່ປ່ຽນຈາກບໍລິສັດນ້ອຍໆ ທີ່ຕ້ອງດີ້ນລົນເພື່ອຄວາມຢູ່ລອດ ມາເປັນໂຄງສ້າງພື້ນຖານທາງການເງິນລະດັບປະເທດ. 

ເສັ້ນທາງນີ້ບໍ່ໄດ້ໂລຍດ້ວຍກີບກຸຫຼາບ ແຕ່ເຕັມໄປດ້ວຍເລື່ອງລາວຂອງຄວາມເຈັບປວດ, ການປັບຕົວ ແລະ ການຍອມຫຼຸດອີໂກ້ ຂອງຕົນເອງລົງ ເພື່ອໃຫ້ອົງກອນໄປຕໍ່ໄດ້. ລອງມາເບິ່ງກັນວ່າ ມີບົດຮຽນອັນໃດແດ່ທີ່ພວກເຮົາສາມາດນຳມາຮຽນຮູ້ໄປພ້ອມກັນ. ດຽວ Lao Xperts ມາເລົ່າໃຫ້ຝັງ.

1. ເປົ້າໝາຍປ່ຽນໄປຕາມຍຸກ: ເອົາຕົວລອດ, ເຕີບໂຕ ແລະ ຍືນຍົງ

ທ່ານທັອບ ອະທິບາຍວ່າ ການເຮັດທຸລະກິດມີ 3 ໄລຍະໃຫຍ່ໆ ເຊິ່ງແຕ່ລະໄລຍະຜູ້ບໍລິຫານຈະຄິດເຖິງພຽງແຕ່ “ຄຳດຽວ” ເທົ່ານັ້ນ. 

*   ໃນໄລຍະເລີ່ມຕົ້ນ (Startup) ຄຳດຽວທີ່ຕ້ອງທ່ອງໄວ້ຄື ການເອົາຊີວິດລອດເຮັດແນວໃດກໍໄດ້ໃຫ້ບໍລິສັດບໍ່ເຈ໊ງ ແລະ ມີເງິນຈ່າຍເງິນເດືອນພະນັກງານ ເຊິ່ງຕອນນັ້ນຜູ້ກໍ່ຕັ້ງຕ້ອງອະນຸມັດເອງທຸກຢ່າງ ແມ່ນແຕ່ຊື້ນ້ຳດື່ມເປັນຕຸກກໍຕ້ອງຜ່ານຜູ້ກໍ່ຕັ້ງ.

*   ພໍມາຮອດໄລຍະທີ 2 ທີ່ບໍລິສັດຕັ້ງໄຂ່ໄດ້ແລ້ວ (Scale up) ເປົ້າໝາຍຈະປ່ຽນເປັນ “ການເຕີບໂຕ”. Bitkub ເຄີຍເຕີບໂຕແບບກ້າວກະໂດດເຖິງ 1,000% ຕິດຕໍ່ກັນຫຼາຍປີ ຈຳເປັນຕ້ອງຂະຫຍາຍທີມງານຈາກ 200 ໄປເປັນ 2,400 ຄົນພາຍໃນປີດຽວ. ຊ່ວງນີ້ຜູ້ນຳຕ້ອງປ່ຽນວິທີຄິດ ຈະມາຈຸກຈິກປະຢັດທຸກຢ່າງຄືເກົ່າບໍ່ໄດ້ ຕ້ອງກ້າລົງທຶນສ້າງລະບົບເພື່ອຮອງຮັບການຂະຫຍາຍຕົວຂອງລູກຄ້າ.

*  ໄລຍະສຸດທ້າຍຄື ການເປັນສະຖາບັນການເງິນເຕັມຕົວ ເຊິ່ງຄຳສຳຄັນທີ່ສຸດຄື “ຄວາມຍືນຍົງ” ເພາະອົງກອນໃຫຍ່ເກີນກວ່າຈະຂາຍຖິ້ມໄດ້ແລ້ວ ຈຶ່ງຕ້ອງສ້າງໃຫ້ຢູ່ລອດໃນໄລຍະຍາວ.

2. ທີມງານທີ່ຮ່ວມສ້າງກັນມາ ອາດບໍ່ແມ່ນທີມດຽວກັນກັບທີ່ຈະພາອົງກອນເຕີບໂຕ.

ເມື່ອບໍລິສັດຍັບຂະຫຍາຍ, ທັງຄົນ, ກົນລະຍຸດ ແລະ ວັດທະນະທຳອົງກອນ ກໍຕ້ອງປ່ຽນຕາມ [1]. ທ່ານທັອບ ປຽບທຽບໃຫ້ເຫັນພາບແຈ້ງໆ ວ່າ ໃນຊ່ວງທີ່ບໍລິສັດກຳລັງດີ້ນລົນເອົາຕົວລອດ ມັນຄືກັບການກະໂດດລົງຈາກໜ້າຜາ ແລ້ວຕ້ອງຟ້າວປະກອບຍົນໃຫ້ສຳເລັດກ່ອນຈະຕົກລົງຮອດພື້ນ. ດັ່ງນັ້ນ, ພະນັກງານທີ່ຕ້ອງການທີ່ສຸດໃນຕອນນັ້ນ ຄືຄົນທີ່ເນັ້ນລົງມືເຮັດ (Get shit done) ປະກອບຍົນໃຫ້ບິນໄດ້ກໍພໍ ໂດຍບໍ່ຕ້ອງມາເສຍເວລາຖຽງກັນວ່າຍົນຄວນຈະເປັນສີຫຍັງ.

ແຕ່ເມື່ອບໍລິສັດມີກຳໄລ ແລະ ຕ້ອງການຄວາມຍືນຍົງ, ອົງກອນຈະຕ້ອງການຄົນອີກປະເພດໜຶ່ງ ທີ່ສາມາດມານັ່ງວາງແຜນ ແລະ ສົນທະນາເລື່ອງລາຍລະອຽດໄດ້. ສະນັ້ນ, ມັນຈຶ່ງເປັນເລື່ອງທຳມະດາທີ່ບໍລິສັດຈະມີອັດຕາການລາອອກ (Turnover) ສູງໃນຊ່ວງປ່ຽນຜ່ານ ເພາະຖ້າຄົນເກົ່າປັບຕົວບໍ່ທັນກັບຈັງຫວະຂອງບໍລິສັດ ກໍຈຳເປັນຕ້ອງມີການປ່ຽນຖ່າຍຄົນໃໝ່ເຂົ້າມາແທນ ເພື່ອໃຫ້ອົງກອນຍ່າງໜ້າຕໍ່ໄດ້.

3. ການຮຽນຮູ້ຄືຕົວກຳນົດຄວາມສຳເລັດ ແລະ ຜູ້ນຳຕ້ອງທົນຕໍ່ຄວາມເຈັບປວດໃຫ້ໄດ້.

ສຳລັບຄົນທີ່ຢາກເຮັດ Startup, ບໍ່ຈຳເປັນຕ້ອງມີໂມເດວທຸລະກິດທີ່ສົມບູນແບບສະເໝີໄປ, ແຕ່ສິ່ງສຳຄັນທີ່ສຸດຄືຜູ້ກໍ່ຕັ້ງຕ້ອງຖືວ່າ “ການຮຽນຮູ້ຄືໜ່ວຍວັດແທກຄວາມກ້າວໜ້າ” ບໍລິສັດຈະໃຫຍ່ໄວໄດ້ສ່ຳໃດ ແມ່ນຂຶ້ນກັບຂີດຈຳກັດຂອງຜູ້ກໍ່ຕັ້ງເອງ ຖ້າຜູ້ກໍ່ຕັ້ງປັບວິທີການບໍລິຫານບໍ່ທັນກັບສະຖານະການ ອົງກອນກໍໄປຕໍ່ຍາກ.

ນອກຈາກນີ້, ສິ່ງທີ່ຂາດບໍ່ໄດ້ເລີຍຄື “ຄວາມອົດທົນ” ຕໍ່ຄວາມຍາກລຳບາກ (Resilience) ທ່ານທັອບ ເປີດໃຈເລີຍວ່າ ການສ້າງທຸລະກິດໃຫ້ມາຮອດຈຸດນີ້ ມັນເຕັມໄປດ້ວຍຄວາມເຈັບປວດ

“ມັນເຈັບປວດຫຼາຍ ມັນເປັນສິ່ງທີ່ຂໍເຮັດຄັ້ງດຽວໃນຊີວິດພໍແລ້ວ ຖ້າໃຫ້ກັບໄປເຮັດອີກກໍບໍ່ເອົາ ແຕ່ຖ້າບໍ່ເຄີຍເຮັດ ຕ້ອງລອງຈັກເທື່ອໜຶ່ງ” ທ່ານ ທັອບກ່າວ.

4. ຍອມຖອກນ້ຳອອກຈາກຈອກ: ເມື່ອຄວາມສຳເລັດສ້າງ “ອີໂກ້” ຈົນຕ້ອງກັບໄປເປັນນັກຮຽນອີກຄັ້ງ

ເມື່ອ Bitkub ໃຫຍ່ຂຶ້ນຈົນກາຍເປັນໂຄງສ້າງພື້ນຖານຂອງປະເທດ ທ່ານທັອບ ບໍ່ສາມາດສັ່ງການຊ້າຍຫັນຂວາຫັນໄດ້ຕາມໃຈຄືເກົ່າອີກແລ້ວ ເພາະມີຄະນະກຳມະການ ແລະ ຂັ້ນຕອນທີ່ຮັດກຸມຫຼາຍຂຶ້ນ ທ່ານຍອມຮັບວ່າ ບາງຄັ້ງຄວາມສຳເລັດທີ່ມາໄວ ແລະ ຍິ່ງໃຫຍ່ເກີນໄປ ມັນກໍເປັນຄືດາບສອງຄົມ ທີ່ເຮັດໃຫ້ຄົນເຮົາມີ “ອີໂກ້” ຄິດວ່າຕົນເອງພິເສດກວ່າໃຜ ຈົນເລີ່ມບໍ່ຟັງສຽງຄົນອື່ນ ກາຍເປັນຄືກັບນ້ຳເຕັມຈອກ. 

ເພື່ອດຶງສະຕິຕົນເອງ, ທ່ານຈຶ່ງຍອມຈ່າຍເງິນມະຫາສານ ກັບໄປນັ່ງເປັນນັກຮຽນໃນຫຼັກສູດສຳລັບຜູ້ບໍລິຫານທີ່ມະຫາວິທະຍາໄລ Harvard. ເພື່ອຫາຄົນມາ “ຕົບໜ້າໂຕເອງແຮງໆ” ໃຫ້ຮູ້ວ່າຕົນເອງກໍສາມາດລົ້ມເຫຼວໄດ້  ເຊິ່ງອາຈານຢູ່ທີ່ນັ້ນໄດ້ເຕືອນສະຕິຕັ້ງແຕ່ມື້ທຳອິດເລີຍວ່າ:

“ໃຜທີ່ເປັນ full cup ໃຫ້ empty the cup ກ່ອນ ເທນ້ຳອອກໃຫ້ໝົດ ແລ້ວມາດ້ວຍ mindset ທີ່ພ້ອມຈະຮຽນຮູ້ອີກຄັ້ງໜຶ່ງ”

ການຍອມລຸດບົດບາດຈາກຜູ້ບໍລິຫານສູງສຸດ ກັບໄປເປັນນັກຮຽນອີກຄັ້ງ ຊ່ວຍໃຫ້ທ່ານໄດ້ລຸດພາລະຈາກຄວາມກົດດັນທີ່ຕ້ອງຕັດສິນໃຈຕະຫຼອດເວລາ ມາລອງເປັນຜູ້ຕາມທີ່ພ້ອມຈະຕັ້ງຄຳຖາມ ແລະ ເປີດຮັບມຸມມອງໃໝ່ໆແທນ,

ເລື່ອງລາວຂອງ ທັອບ Bitkub ໄດ້ປ່ຽນແປງມຸມມອງການເຮັດທຸລະກິດທີ່ຫຼາຍຄົນເຄີຍຄິດວ່າສວຍງາມ ແລະ ສະບາຍ. ແທ້ຈິງແລ້ວ, ຄວາມສຳເລັດລ້ວນແຕ່ຖືກແລກມາດ້ວຍການປັບຕົວຢູ່ຕະຫຼອດເວລາ, ການຍອມຮັບຄວາມເຈັບປວດ ແລະ ການກ້າທີ່ຈະປ່ຽນແປງຕົນເອງ. ສິ່ງທີ່ສຳຄັນທີ່ສຸດສຳລັບຄົນເປັນຜູ້ນຳ ບໍ່ແມ່ນການເກັ່ງທີ່ສຸດຕະຫຼອດໄປ ແຕ່ແມ່ນການຮູ້ຈັກ “ລຸດອີໂກ້” ຂອງຕົນເອງລົງ ແລະ ບໍ່ເຄີຍຢຸດທີ່ຈະຮຽນຮູ້ ເພື່ອພາອົງກອນກ້າວໄປສູ່ຄວາມຍືນຍົງໃນໄລຍະຍາວ.

#ສະຕາດອັບ #ScaleUp #BuildToLast #ບົດຮຽນທຸລະກິດ #ທຸລະກິດການເງິນ #TopBitkub #ທັອບBitkub #Bitkub #StartnovationForum2026

Comments are disabled