ຫຼັງຈາກການເປີດປະຊາຄົມເສດຖະກິດອາຊຽນຂອງບັນດາປະເທດສະມາຊິກທັງ 10 ປະເທດໃນວັນທີ 31 ທັນວາ 2015 ເມື່ອ 5 ປີກ່ອນ ອາຊຽນມີການພົວພັນກັນຫຼາຍຂຶ້ນ ຄວາມຮັບຮູ້ກ່ຽວກັບອາຊຽນ ແລະ ກ່ຽວກັບບັນດາປະເທດສະມາຊິກ ໄດ້ກາຍເປັນສິ່ງນຶ່ງທີ່ອາຊຽນໄດ້ເລັງເຫັນຄວາມສຳຄັນ ໂດຍສະເພາະໃນກຸ່ມນັກຮຽນນັກສຶກສາໃນທົ່ວອາຊຽນ.
ASEAN Quiz ເປັນກິດຈະກຳຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ທີີ່ເປີດຮັບນັກຮຽນນັກສຶກສາທົ່ວນະຄອນຫຼວງວຽງຈັນມາຮ່ວມແຂ່ງຂັນ ເຊິ່ງກິດຈະກຳນີ້ ຈັດໂດຍກຸ່ມຕົວແທນນັກສຶກສາພາກວິຊາພົວພັນສາກົນ ຫຼື IR Students’ Group ໂດຍມີຈຸດປະສົງ ເພື່ອເປັນການສົ່ງເສີມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບອາຊຽນໃຫ້ເພີ່ມທະວີຍິ່ງຂຶ້ນ ແນໃສ່ໃຫ່້ນັກຮຽນນັກສຶກສາຜູ້ເຂົ້າຮ່ວມການແຂ່ງຂັນໄດ້ພັດທະນາຄວາມຮູ້ກ່ຽວກັບອາຊຽນຂອງໂຕເອງ ນອກຈາກນັ້ນ, ການຈັດງານຄັ້ງນີ້ຍັງເປັນການເຝິກຝົນ ແລະ ພັດທະນາທັກສະໃນດ້ານຕ່າງໆໃຫ້ແກ່ບັນດາສະມາຊິກພາຍໃນກຸ່ມຕົວແທນນັກສຶກສາພາກວິຊາພົວພັນສາກົນ ໂດຍສະເພາະ ທັກສະທາງດ້ານການເຮັດວຽກເປັນກຸ່ມ, ພິທີກອນ, ເອກະສານ ອັນເປັນທັກສະພື້ນຖານໃນການກຽມພ້ອມໃນການເຮັດວຽກ ແລະ ການເປັນຜູ້ນຳໃນອະນາຄົດ

ກິດຈະກຳຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ປີນີ້ືຖືກຈັດຄັ້ງເປັນຄັ້ງທີ VII ນັບແຕ່ປີ 2014 ເປັນຕົ້ນມາ ເຊິ່ງການຈັດງານໃນແຕ່ລະປີນັ້ນ ກຸ່ມຕົວແທນນັກສຶກສາພາກວິຊາພົວພັນສາກົນ ລ້ວນແຕ່ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກ ບັນດາສະຖານທູດ, ໂຄງການ, ກະຊວງ ແລະ ບໍລິສັດຕ່າງໆ ແລະ ໃນແຕ່ລະປີນັ້ນ ກໍມີຫົວຂໍ້ທີ່ແຕກຕ່າງກັນຄື:
– 1st ASEAN Quiz 2014 “ກົນລະຍຸດຮັບມືປະຊາຄົມອາຊຽນ ຂອງ ສປປ ລາວ”
– 2nd ASEAN Quiz 2015 “ຄວາມພ້ອມຂອງບັນດາປະເທດສະມາຊິກເຂົ້າສູ່ AEC ໃນປີ 2015”
– 3rd ASEAN Quiz 2016 “ບົດບາດຂອງ ສປປ ລາວໃນການເປັນປະທານອາຊຽນ 2016”
– 4th ASEAN Quiz 2017 “ຄົບຮອບ 50 ປີອາຊຽນ”
– 5th ASEAN Quiz 2018 “ການສ້າງຄວາມເຂົ້າໃຈກ່ຽວກັບ ຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງ ASEAN”
– 6th ASEAN Quiz 2019 “ການປົກຄອງລັດດ້ວຍກົດໝາຍ?”
– 7th ASEAN Quiz 2020 “ອາຊຽນກັບການພົວພັນພາຍນອກ”

ຫຼ້າສຸດ ໃນປີນີ້ກຸ່ມຕົວແທນນັກສຶກສາວິຊາພາກພົວພັນສາກົນ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກຳຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນປະຈຳປີ 2020 ຂຶ້ນໃນວັນທີ 16-17 ຕຸລາ 2020 ທີ່ຜ່ານມາ ພາຍໃຕ້ຫົວຂໍ້ “ອາຊຽນກັບການພົວພັນພາຍນອກ” ທີ່ຄະນະນິຕິສາດ ແລະ ລັດຖະສາດ.
“ສຳລັບການຈັດກິດຈະກຳຂຶ້ນໃນວັນທີ 16-17 ຕຸລາ ເປັນເວລາ 2 ມື້ເຕັມນັ້ນ,
ນັບວ່າພວກເຮົາສາມາດບັນລຸຕາມເປົ້າໝາຍທີ່ວາງເອົາໄວ້ ເນື່ອງຈາກໄດ້ຮັບຄວາມສົນໃຈ ແລະ ໃຫ້ການເຂົ້າຮ່ວມຈາກຫຼາຍພາກສ່ວນ, ໂດຍມີຜູ້ເຂົ້າຮ່ວມທັງໝົດປະມານ 200 ຄົນ. ໃນນາມພວກເຮົາເປັນກຸ່ມຕົວແທນນັກສຶກສາວິຊາພາກພົວສາກົນ ພວກເຮົາໄດ້ເລັງເຫັນເຖິງຄວາມສຳຄັນຂອງປະຊາຄົມອາຊຽນ ແລະມັນມີຄວາມຈຳເປັນທີ່ນັກຮຽນ, ນັກສຶກສາໄວໜຸ່ມ ທີ່ຈະຕ້ອງໄດ້ສຶກສາເພື່ອໃຫ້ຮູ້ຂໍ້ມູນພື້ນຖານ ຮວມໄປເຖິງສຶກສາກ່ຽວກັບການຮ່ວມມືພາຍນອກ ກໍຄືການພົວພັນຮ່ວມມືກັບຄູ່ຮ່ວມເຈລະຈາ ແລະ ອົງການອື່ນໆ ທີ່ພວກເຮົາພົວພັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງສະໜິດແໜ້ນ” ນ.ທິດາລັດ ປໍລິດທິຄຸນ, ຄະນະບໍລິຫານຝ່າຍວິຊາການກຸ່ມຕົວແທນນັກສຶກສາພາກພົວພັນສາກົນ ກ່າວ


ຈາກການແຂ່ງຂັນຢ່າງເຂັ້ມຂຸ້ນທັງໝົດ 6 ຮອບ ເລີ່ມຈາກ 3 ຮອບໃນພາກເຊົ້າ ຄັດເອົາ 40 ຄົນສຸດທ້າຍ ເພື່ອເຂົ້າແຂ່ງຕໍ່ເພື່ອຊອກຫາຜູ້ຊະນະເລີດໃນພາກບ່າຍອີກ 3 ຮອບ ເຊິ່ງຜົນໄດ້ຮັບທາງດ້ານການແຂ່ງຂັນຂອງທັງ 2 ລະດັບ ລະດັບມະຫາວິຍາໄລ-ມັດທະຍົມ ແມ່ນປະກອບມີດັ່ງນີ້:
ລະດັບວິທະຍາໄລ ແລະ ມະຫາວິທະຍາໄລ:
ຮາງວັນຊະນະເລີດ ໄດ້ແກ່ ທ້າວ ວັນນານ້ອຍ ນິຍົມສິນ
ຮອງອັນດັບ 1 ໄດ້ແກ່ ທ້າວ ຕາວັນ ເພັດສາໄພວັນ
ຮອງອັນດັບ 2 ໄດ້ແກ່ ນາງ ມີນາ ແກ້ວມະນີ
ຮອງອັນດັບ 3 ໄດ້ແກ່ ນາງ ສຸກສະຫວັນ ຈິດຕະວັງໂສ
ຮອງອັນດັບ 4 ໄດ້ແກ່ ທ້າວ ແຢທໍ່ ກາຮົວ
ລະດັບມັດທະຍົມ:
ຮາງວັນຊະນະເລີດ ໄດ້ແກ່ ນາງ ທິດາພອນ ຍົງວົງສິດທິ
ຮອງອັນດັບ 1 ໄດ້ແກ່ ທ້າວ ສຸດໃຈ ຊາພັກດີ
ຮອງອັນດັບ 2 ໄດ້ແກ່ ນາງ ວິລັດດາ ມຸງຄຸນສິນ
ຮອງອັນດັບ 3 ໄດ້ແກ່ ນາງ ດວງດາວເພັດ ແກ້ວບຸນພັນ
ຮອງອັນດັບ 4 ໄດ້ແກ່ ນາງ ສຸນິຕາ ສຸກສຳລານ

ຮັບຊົມວີດີໂອບັນຍາກາດ ພ້ອມກັບຕິດຕາມກິດຈະກຳຕ່າງໆ ແລະການແຂ່ງຂັນ-ຖາມຕອບຄວາມຮູ້ອາຊຽນໄດ້ທີ່ https://web.facebook.com/IRLaos/
ທີ່ມາ: https://web.facebook.com/IRLaos/