ໃນໄລຍະ 5 ປີຜ່ານມາ ອົງການກວດກາແຫ່ງລັດ ໄດ້ກວດກາພົບເງິນສູນຫາຍ 5,000 ຕື້ກີບ


ແຜນການເຄື່ອນໄຫວວຽກງານ 5 ປີຜ່ານມາ ຂອງອົງການກວດກາແຫ່ງລັດ ເຊິ່ງໄດ້ສະເໜີໂດຍທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ຕະຫຼອດໄລຍະ 5 ປີຜ່ານມາແມ່ນໄດ້ຕິດຕາມກວດກາເປັນປົກກະຕິ, ກວດກາຕາມຄຳສັ່ງ, ຄຳຮ້ອງ, ຄຳສະເໜີ ກວດກາການລົງທຶນແຫ່ງລັດແຕ່ຫົວທີ ແລະ ຕາມກວດກາແຕ່ລະທ້ອງຖິ່ນທັງໝົດໄດ້ 4,129 ເປົ້າໝາຍ; ຕິດຕາມກວດກາປົກກະຕິ 1,435 ເປົ້າໝາຍ; ກວດກາຕາມຄຳສັ່ງ 1,114 ເປົ້າໝາຍ; ກວດກາໂຄງການລົງທຶນຂອງລັດແຕ່ຫົວທີ 535 ເປົ້າໝາຍ; ກວດກາຕາມຜົນການກວດສອບ 1,145 ເປົ້າໝາຍ.

ນອກຈາກນັ້ນ ຍັງມີການກວດກາໄລ່ລຽງມູນຄ່າການລົງທຶນຂອງລັດ ຕາມແຈ້ງການຂອງລັດຖະບານທົ່ວປະເທດຈຳນວນ 4,601 ໂຄງການ, ໃນນີ້ກວດກາແລ້ວ 692 ໂຄງການ ມູນຄ່າ 44,000 ກວ່າຕື້ກີບ. ຜ່ານການຕິດຕາມກວດກາພົບເຫັນການເສຍຫາຍທັງໝົດ 5,600 ຕື້ກວ່າກີບ, 31.77 ລ້ານກວ່າໂດລາສາຫະລັດ, 36.89 ລ້ານບາດ, ລົດໃຫຍ່ 5 ຄັນ ສາມາດເກັບກູ້ເງິນຄືນໃຫ້ລັດທັງໝົດ 1,000 ກວ່າຕື້ກີບ; 2.93 ລ້ານໂດລາສາຫະລັດ; 11.16 ລ້ານກວ່າບາດ ແລະ ລົດໃຫຍ່ຈຳນວນ 4 ຄັນ.

ໄດ້ກວດກາຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 15/ນຍ ພົບເຫັນການລະເມີດກົດໝາຍ ເປັນຕົ້ນມີການລັກລອບຕັດໄມ້, ລັກສົ່ງໄມ້ເຂົ້າໂຮງງານ ແລະ ສົ່ງຜະລິດຕະພັນໄມ້ໄປຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງພົວພັນນຳພະນັກງານລັດ ຜູ້ປະກອບການ ແລະ ປະຊາຊົນທັງໝົດ 1,119 ຄົນ ໃນນີ້ມີພະນັກງານລັດ 127 ຄົນ; ຜູ້ປະກອບການ 246 ຄົນ; ປະຊາຊົນ 746 ຄົນ ຍຶດໄມ້ໄດ້ 11,351,75 ແມັດກ້ອນ ແລະ 33.17 ໂຕນ; ປັບໃໝ 22.28 ຕື້ກີບ; ພົບເຫັນໄມ້ຈຳນວນ 1 ແສນກວ່າແມັດກ້ອນ; ເງິນຄ້າງພັນທະ ແລະ ຄ່າຊື້ໄມ້ນຳລັດມູນຄ່າ 66.57 ກວ່າຕື້ກີບ; ໄດ້ກວດກາ ແລະ ດຳເນີນການສືບສວນ-ສອບສວນ ຜູ້ທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງທັງໝົດ 762 ຄົນ; ມີພະນັກງານລັດ 310 ຄົນ; ພະນັກງານລັດວິສາຫະກິດ 338 ຄົນ; ພະນັກງານບໍລິສັດ 103 ຄົນ; ປະຊາຊົນ 11 ຄົນ; ຖືກດຳເນີນຄະດີ 140 ຄົນ. ພ້ອມກັນນີ້ກໍຍັງໄດ້ສະຫຼຸບສົ່ງຄະດີໄປຍັງໄອຍະການ 107 ຄົນ; ສານຕັດສິນແລ້ວ 79 ຄົນ.

ສຳລັບພາຍໃນ 5 ປີຕໍ່ໜ້າແມ່ນຈະສຸມໃສ່ວຽກງານການສໍ້ລາດບັງຫຼວງ ດຳເນີນຕິດຕາມການກວດກາຂົງເຂດທີ່ມີຄວາມສ່ຽງ ພາໃຫ້ເກີດມີການສໍ້ລາດບັງຫຼວງເຊັ່ນ: ການລົງທຶນການກໍ່ສ້າງພື້ນຖານໂຄງລ່າງ ການຄຸ້ມຄອງລາຍຮັບ-ລາຍຈ່າຍ ງົບປະມານການຄຸ້ມຄອງການນຳໃຊ້ຊັບພະຍາກອນທຳມະຊາດທີ່ດິນ, ແຮ່ທາດ, ປ່າໄມ້ ແລະ ອື່ນໆ.

ປະຕິບັດແຜນການແຈ້ງບັນຊີຊັບສິນ ແລະ ລາຍຮັບຂອງເຈົ້າໜ້າທີ່ລາວ ທຸກສ່ວນ, ທຸກລະດັບ ໃຫ້ເປັນປົກກະຕິ ແຈ້ງຄວາມຮັບຜິດຊອບການເມືອງ ແລະ ຄວາມຮັບຜິດຊອບທາງວິໄນ ຕໍ່ຄະນະນຳອົງການປົກຄອງ ແລະ ອົງການກວດກາລັດທຸກຂັ້ນ ທີ່ປ່ອຍປະລະເລີຍ ໃຫ້ເກີດມີການສໍ້ລາດບັງຫຼວງ ແລະ ອື່ນໆ.

ຂອບໃຈຂໍ້ມູນຈາກ:
https://fb.watch/4x43r515wq/
https://www.facebook.com/watch/live/?v=432122271419530&ref=search