ໂຕກຽວ ອອກແອັບຫາຄູ່ຫວັງໃຫ້ຄົນແຕ່ງງານ ແລະ ມີລູກຫຼາຍຂຶ້ນ! ແກ້ບັນຫາການເກີດຕ່ຳ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ສານວ່າການນະຄອນໂຕກຽວກຳລັງພັດທະນາແອັບຫາຄູ່ເພື່ອສະໜັບສະໜູນການແຕ່ງງານ ແລະ ເພີ່ມຈຳນວນປະຊາກອນ ຫຼັງຈາກປະເທດຕ້ອງພົບກັບອັດຕາການເກີດໃໝ່ຂອງຊາວໂຕກຽວນັ້ນ ຫຼຸດລົງຕ່ຳເປັນປະຫວັດສາດນັ້ນເອງ.

ໂດຍຄວາມຄິດນີ້ເອີ້ນວ່າ “ໂຕກຽວ ຟູຕາຣິ ສະຕໍຣີ” ພ້ອມຄາດການວ່າຈະເປີດໃຫ້ບໍລິການໃນປາຍປີນີ້ ສາມາດເຂົ້າເຖິງໄດ້ຜ່ານໂທລະສັບ ຫຼື ເວັບໄຊ ແຕ່ລາຍລະອຽດຍັງບໍ່ເປັນທີ່ແນ່ຊັດ ແຕ່ສື່ຂອງປະເທດຍີ່ປຸ່ນໄດ້ລະບຸວ່າ ແອັບດັ່ງກ່າວຈະຕ້ອງມີການຢືນຢັນຕົວຕົນ ເຊັ່ນ ໃບຂັບຂີ່, ການບັນທຶກພາສີເພື່ອພິສູດລາຍໄດ້ ແລະ ແບບຟອມລົງນາມທີ່ລະບຸວ່າ “ເຈົ້າພ້ອມທີ່ຈະແຕ່ງງານ”.

ສຳລັບແອັບຂອງໂຕກຽວທີ່ກຳລັງຈະອອກມານັ້ນ ເປັນສ່ວນໜຶ່ງຂອງໂຄງການ Tokyo Futari Story ເພື່ອແກ້ໄຂບັນຫາອັດຕາການແຕ່ງງານ ແລະ ອັດຕາການເກີດທີ່ຫຼຸດລົງໃນໂຕກຽວຢ່າງຕໍ່ເນື່ອງ ເຊິ່ງຍັງບໍ່ມີຊື່ແອັບຢ່າງເປັນທາງການ ໂດຍຄາດວ່າຈະເກັບຄ່າບໍລິການໃນການໃຊ້ແອັບດັ່ງກ່າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/