ກ່ອນອື່ນໝົດຂໍສະແດງຄວາມຍິນດີລ່ວງໜ້າ ນໍາປະຊາຊົນທີ່ຖືກປະສົບໄພນໍ້າຖ້ວມ ຈາກສັນເຂື່ອນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນປີ 2018 ນັ້ນ, ການກໍ່ສ້າງຈະສໍາເລັດພາຍໃນປີນີ້ ເຊິ່ງບໍລິສັດວັນແສງ ພັດທະນາຈໍາກັດ ຜູ້ດຽວ ຮັບສໍາປະທານໃນໂຄງການກໍ່ສ້າງເຮືອນ.
ສ່ວນປະເດັນທີ່ມີຄວາມຄິດເຫັນຂອງປະຊາຊົນໃນການກໍ່ສ້າງທີ່ວ່າຊ້ານັ້ນ ເປັນຍ້ອນພາກສ່ວນທີ່ກ່ຽວຂ້ອງແມ່ນຍັງບໍ່ສາມາດ ແກ້ໄຂເລື່ອງຕ່າງໆກັບປະຊາຊົນໄດ້ເທື່ອ ບໍ່ວ່າຈະເປັນເລື່ອງຂອງການສ້າງເຮືອນເກົ່າທີ່ຖືກນໍ້າພັດໄປຫຼັງນ້ອຍ ຢາກໄດ້ເຮືອນຫຼັງໃຫຍ່ ແລະ ເລື່ອງການຈັດສັນດິນຕ່າງໆທີ່ຍັງຄາຜົນລະປູກ.

ເຮືອນທີ່ກໍ່ສ້າງທັງໝົດແມ່ນຈໍານວນ 700 ຫຼັງ ລວມເປັນມູນຄ່າ 24,5 ລ້ານໂດລາ, ເຊິ່ງເລີ່ມສ້າງຕັ້ງແຕ່ເດືອນ ກໍລະກົດ ປີ 2020, ມີເຮືອນທີ່ສ້າງກ່ອນບຸນເຂົ້າພັນສາ 440 ຫຼັງ ແລະ ຈະລົງມືກໍ່ສ້າງອີກ 56 ຫຼັງ ພາຍຫຼັງບຸນອອກພັນສາປີ 2020.
ສ່ວນເຮືອນ 440 ຫຼັງທີ່ສ້າງທໍາອິດນັ້ນ ແມ່ນສໍາເລັດແລ້ວ 70% ຍັງແຕ່ພາກສ່ວນຕົບແຕ່ງພາຍນອກ ແລະ ພາຍໃນ ໂດຍຈະສໍາເລັດ 100% ກ່ອນເດືອນພຶດສະພາ ຫຼື ກ່ອນບຸນປີໃໝ່ລາວທີ່ຈະມາຮອດນີ້ ແລະ ອີກ 56 ຫຼັງຈະສໍາເລັດພາຍໃນປີ 2021.

ນອກຈາກນີ້ນາງ ວັນແສງ ອໍານວຍການບໍລິສັດ ຍັງໄດ້ກ່າວເພີ່ມຕື່ມອີກວ່າ: ວັດຖຸຕ່າງໆທີ່ເອົາມາປະກອບສ່ວນໃນການສ້າງເຮືອນນັ້ນ ແມ່ນນໍາເຂົ້າຈາກປະເທດລາວເອງ ພ້ອມທັງມີວິຊາການຈາກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປືຈໍານວນ 2 ຄົນ ໄດ້ມາປະຕິບັດວຽກງານຢູ່ໃນພາກສະໜາມເອງ.
ຂອບໃຈຂໍ້ມູນຈາກ: