ກຽມເດີນທາງ! ທາງດ່ວນ ນະຄອນຫຼວງວຽງຈັນ – ຫຼວງພະບາງ ໄດ້ສຳຫຼວດ – ອອກແບບ ສຳເລັດເບື້ອງຕົ້ນ


ຄວາມຄືບໜ້າຂອງເສັ້ນທາງດ່ວນ 6 ເສັ້ນທາງ ໂດຍເສັ້ນທາງດ່ວນນະຄອນຫຼວງວຽງຈັນ – ບໍ່ເຕັນ ໄດ້ແບ່ງອອກເປັນ 4 ຊ່ວງຄື ຊ່ວງທີ 1 ນະຄອນຫຼວງວຽງຈັນ – ວັງວຽງ ໂດຍລວງຍາວ 109 ກິໂລແມັດ ໄດ້ສ້າງສຳເລັດ ແລະ ເປີດບໍລິການໃນປີ 2021 ເປັນຕົ້ນມາ.

ໂດຍໃນຊ່ວງທີ 2 ຈະເປັນວັງວຽງ – ຫຼວງພະບາງ ໄດ້ສຳເລັດຂັ້ນຕອນການສຳຫຼວດ – ອອກແບບ ເບື້ອງຕົ້ນເປັນທີ່ຮຽບຮ້ອຍແລ້ວ ແລະ ໃນຊ່ວງທີ 3 ຈະເປັນເສັ້ນທາງຫຼວງພະບາງ – ອຸດົມໄຊ ແລະ ອຸດົມໄຊ – ບໍ່ເຕັນ ຍັງຢູ່ໃນຊ່ວງພິຈາລະນາ ພ້ອມຄາດການກໍ່ສ້າງ ພາຍໃນໄລຍະ 5 ປີ 2021-2025 ຈະກໍ່ສ້າງສຳເລັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/