Dota 2

ຫຼາຍຄົນທີ່ເປັນແຟນເກມ Dota 2 ກໍໜ້າຈະຮູ້ດີແລ້ວວ່າ The International 2022 ຫຼື TI11 ເຊິ່ງເປັນການແຂ່ງຂັນທີ່ຍິ່ງໃຫຍ່ທີ່ສຸດຂອງເກມ Dota 2 ປະຈໍາປີ 2022 ນີ້ຈະຈັດຂຶ້ນທີ່ປະເທດສິງກະໂປ ໃນເດືອນຕຸລາ ທີ່ຈະມາຮອດນີ້.

Dota 2

ແລະນີ້ຖືວ່າເປັນຂ່າວດີຂອງຄົນທີ່ຢາກຈະໄດ້ປີ້ TI11 ເພື່ອເຂົ້າໄປເບິ່ງການແຂ່ງຂັນອັນດຸເດືອດເພາະເມື່ອຕອນເຊົ້າຂອງມື້ນີ້ (4 ສິງຫາ 2022) Valve ປະກາດຈໍາໜ່າຍປີ້ແລ້ວ ໂດຍປີ້ TI ຈະເລີ່ມຂາຍຕັ້ງແຕ່ວັນທີ 13 ສິງຫາ ເວລາ 9:00 ໂມງ (ຕາມເວລາປະເທດລາວ) ເຊິ່ງຄົນໜຶ່ງສາມາດຊື້ໄດ້ 5 ປີ້ ໂດຍຜູ້ຊື້ທີ່ຢູ່ສິງກະໂປສາມາດໃຫ້ບໍລິສັດຂົນສົ່ງໄປສົ່ງເຖິງໜ້າເຮືອນໄດ້ ຫຼືຈະເດີນທາງມາຊື້ເອງຢູ່ໜ້າງານກໍໄດ້.

ສໍາລັບການແຂ່ງຂັນ TI ແມ່ນຈະແບ່ງອອກເປັນສອງສ່ວນແຍກກັນ. ຮອບທໍາອິດ (ຮອບຕັດເຊືອກ) ຈະຈັດຂຶ້ນລະຫວ່າງວັນທີ 20-23 ຕຸລາ ໂດຍຈະມີ 16 ທີມຈາກທົ່ວໂລກເຂົ້າຮ່ວມເພື່ອແຂ່ງຂັນກັນຄວ້າຕໍາແໜ່ງເຂົ້າຮອບຊິງຊະນະເລີດ ເຊິ່ງການແຂ່ງຂັນຈະຈັດຂຶ້ນທີ່ສູນການຄ້າ Suntec ໃນປະເທດສິງກະໂປ. ໂດຍປີ້ເຂົ້າຮ່ວມງານສໍາລັບຮອບນີ້ແມ່ນຢູ່ທີ່ 88 ໂດລາສິງກະໂປ (SGD) ຫຼື ປະມານ 970,000 ກີບ ເຊິ່ງໃນ 4 ມື້ຂອງຮອບຄັດເລືອກນີ້ແມ່ນແຕ່ລະມື້ຈະຂາຍປີ້ແຍກຕ່າງຫາກ.

Dota 2

ໃນສ່ວນຂອງຮອບຊິງຊະນະເລີດຈະຈັດການແຂ່ງຂັນຂຶ້ນໃນລະຫວ່າງວັນທີ 29-30 ຕຸລາ ທີ່ Singapore Indoor Stadium ໂດຍມີ 4 ທີມສຸດທ້າຍທີ່ຊະນະຈາກຮອບຕັດເຊືອກມາເພື່ອຊິງໄຊເອົາແຊ້ມປະຈໍາປີນີ້ ໂດຍລາຄາປີ້ໃນຮອບນີ້ແມ່ນຢູ່ທີ່ 498 ໂດລາສິງກະໂປ (SGD) ຫຼື ປະມານ 5,500,000 ກີບ ໂດຍປີ້ດັ່ງກ່າວແມ່ນສາມາດເຂົ້າຮັບຊົມການແຂ່ງຂັນທັງສອງມື້ໄດ້.

ນອກຈາກນີ້ ທາງ Valve ຍັງປະກາດຈະປ່ອຍ Patch 7.32  ກ່ອນທີ່ຈະມີການແຂ່ງຂັນຮອບຄັດເລືອກປະຈໍາພາກພື້ນຕ່າງໆ ເຊິ່ງຈະຈັດຂຶ້ນໃນວັນທີ 8-13 ກັນຍານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ