ກອງທັບອິນໂດເນເຊຍ ໄດ້ອອກມາຖະແຫຼງການວ່າ: ເອບຣິວ ແມງກາແນງ ອະດີດນັກກິລາບານສົ່ງຂອງທີມຊາດເປັນຜູ້ຊາຍ ຈາກຜົນກວດສຸຂະພາບໃນເດືອນກຸມພາທີ່ຜ່ານມາ.
ເອບຣິວ ເປັນຄົນທີ່ມີຮູບຮ່າງຄືກັບຜູ້ຊາຍ ບໍ່ວ່າຈະເປັນໜ້າຕາ ຫຼື ການອອກແຮງຕ່າງໆ, ຈົນແຟນໆຕ່າງກໍພາກັນສົງໄສກັນວ່າແມ່ນຍິງ ຫຼື ຊາຍ, ແຕ່ເລື່ອງນີ້ມັນບໍ່ແມ່ນການຫຼອກລວງ ຫຼື ປອມແປງເອກະສານໃດໆ.
ຕອນທີ່ແມງກາແນງເກີດນັ້ນ ລາວບໍ່ມີອະໄວຍະວະສືບພັນເພດຊາຍທີ່ສະແດງໃຫ້ເຫັນຢ່າງຊັດເຈນວ່າລາວຄືກັບເດັກນ້ອຍທົ່ວໄປ ເຮັດໃຫ້ທາງແພດນັ້ນໄດ້ລະບຸວ່າເປັນເພດຍິງ.
ແມງກາແນງ ບໍ່ວ່າຈະໄປແຂ່ງຂັນໃນປະເທດໃດ ກໍຈະມີທີມກົງກັນຂ້າມໄດ້ສະເໜີທາງຜູ້ຈັດກ່ຽວກັບໂຕລາວ ພ້ອມລະບຸໄວ້ວ່າລາວບໍ່ແມ່ນຜູ້ຍິງ ແຕ່ເປັນຜູ້ຊາຍ, ການແຂ່ງຂັນທຸກເທື່ອລ້ວນແຕ່ເກີດການຖົກຖຽງກັນທຸກຄັ້ງ.

ໃນປີ 2020 ລາວໄດ້ໄປເປັນທະຫານຍິງ ໂດຍຈະຜ່ານການກວດສອບຮ່າງກາຍ ໂດຍບໍ່ໃສ່ເສື້ອຜ້າ ທາງແພດໄດ້ເຫັນວ່າອະໄວຍະວະເພດນັ້ນ ເຫັນໄດ້ຊັດເຈນເລີຍວ່າເປັນອະໄວຍະວະເພດຊາຍຢ່າງໂດດເດັ່ນ ແຕ່ຍັງມີບາງສ່ວນທີ່ບໍ່ຄ້າຍ, ດັ່ງນັ້ນ ຈຶ່ງໄດ້ຜ່າຕັດໃຫ້ອະໄວຍະວະຄືກັບເພດຊາຍປົກກະຕິ.
ໃນທີ່ສຸດ ແມງກາແນງ ກໍໄດ້ຜ່າຕັດ ແລະ ເຂົາຍັງໄດ້ກ່າວອີກວ່າ: ຮູ້ສຶກດີໃຈ, ມີຄວາມສຸກຫຼາຍ ເພາະຄອຍຖ້າເວລານີ້ມາໂດຍຕະຫຼອດ ແລະ ດີໃຈຫຼາຍທີ່ປ່ຽນຈາກເພດຍິງມາເປັນເພດຊາຍຢ່າງເປັນທາງການ.
ສ່ວນທາງໂລກອອນລາຍນັ້ນ ຕ່າງກໍພາກັນອອກຄຳຄິດເຫັນຄ້າຍໆກັນວ່າ ຄິດຢູ່ແລ້ວຕ້ອງເປັນແບບນີ້ ເພາະເບິ່ງຈາກພາຍນອກແລ້ວ ຕ້ອງແມ່ນຜູ້ຊາຍບໍ່ແມ່ນຜູ້ຍິງ.
ເມື່ອເປັນດັ່ງນັ້ນແລ້ວ ຫຼາຍຄົນກໍໄດ້ເວົ້າວ່າກົດລະບຽບຄວນເຄັ່ງຄັດກວ່ານີ້ ຖ້ານັກກິລາຍິງບາງຄົນມີກ້າມ ທີ່ແຂງແຮງຄືກັບຜູ້ຊາຍ ແຕ່ເກີດມາລະບຸວ່າເປັນເພດຍິງ ມັນຍຸຕິທຳຕໍ່ກັບອີກຝ່າຍບໍ. ແຕ່ໃນທາງກັບກັນທຸກຄົນເກີດມາຕ່າງກໍຢາກມີຮ່າງກາຍທີ່ບໍ່ແຕກຕ່າງຈາກຄົນອື່ນ ແລະ ເລື່ອງແບບນີ້ກໍບໍ່ມີໃຜຢາກໃຫ້ເກີດຂຶ້ນ.

ຂອບໃຈຂໍ້ມູນຈາກ:
- https://www.facebook.com/jingjungfootball/posts/2755556467992919?_rdc=1&_rdr
- https://www.facebook.com/MainStandTH/photos/a.250798898813146/877206496172380/?_rdc=1&_rdr
- Aprilia Manganang Sempat Bingung Tak Punya Payudara dan Belum Pernah Menstruasi (inews.id)