EU ປະກາດເປັນເຂດໃຫ້ສິດເສລີພາບແກ່ກຸ່ມຄົນຫຼາກຫຼາຍທາງເພດ (LGBT)


ສະຫະພາບເອີຣົບ ຫຼື ເອີ້ນຫຍໍ້ຕາມພາສາອັງກິດວ່າ ອີຢູ ໄດ້ປະກາດເປັນ ເຂດທີ່ໃຫ້ສິດເສລີພາບໃຫ້ແກ່ກຸ່ມຄົນ LGBT (Lesbian Gay Bisexual Transgender ຫຼື ກຸ່ມເພດທາງເລືອກ) ເພື່ອເປັນການຕອບໂຕ້ກັບການທີ່ປະເທດໂປແລນ ປະກາດໃຫ້ມີ “ເຂດປອດກຸ່ມຄົນ LGBT”

ອີຢູ ແມ່ນການຮວມໂຕກັນຂອງບັນດາປະເທດໃນທະວີບເອີຣົບ ເຊິ່ງກໍ່ຕັ້ງເປັນອານາເຂດພາສີ, ມີປະເທດສະມາຊິກທັງໝົດ 27 ປະເທດ ເຊິ່ງລວມມີປະເທດໂປແລນຢູ່ນຳ. ປະເທດເຫຼົ່ານີ້ມີອັດຕາພາສີອັນດຽວກັນ ແລະ ກົດລະບຽບອັນດຽວກັນ ເພື່ອຮ່ວມກັນພັດທະນາທາງດ້ານເສດຖະກິດ-ສັງຄົມຂອງກຸ່ມ ກໍຄື ຂອງປະເທດສະມາຊິກ.

ນະໂຍບາຍຂອງ ອີຢູ ແມ່ນຕ້ອງການສົ່ງເສີມສິດເສລີພາບແກ່ກຸ່ມຄົນຫຼາກຫຼາຍທາງເພດ ໂດຍໄດ້ປະກາດວ່າ ອີຢູ ແມ່ນເຂດ “LGBTIQ Freedom Zone”.

ແຕ່ໃນທາງກົງກັນຂ້າມ ປະເທດໂປແລນທີ່ເປັນສະມາຊິກນັ້ນ ມີນະໂຍບາຍທີ່ແຕກຕ່າງ. ປະເທດດັ່ງກ່າວ ບໍ່ຢາກສົ່ງເສີມ ແນວທາງຂອງກຸ່ມຄົນຫຼາກຫຼາຍທາງເພດ ໂດຍເຂົາເຈົ້າຕ້ອງການອັດຊ່ອງຫວ່າງ ເພື່ອບໍ່ໃຫ້ຄູ່ຮັກຮ່ວມເພດສາມາດຮັບເອົາລູກມາລ້ຽງໄດ້ ຈຶ່ງໄດ້ນຳສະເໜີນະໂຍບາຍເພື່ອຫ້າມບໍ່ໃຫ້ຄູ່ຮັກຮ່ວມເພດຮັບລູກລ້ຽງ ກ່ອນທີ່ ອີຢູ ຈະປະກາດນະໂຍບາຍສົ່ງເສີມສິດຂອງກຸ່ມຄົນຫຼາກຫຼາຍທາງເພດ ບໍ່ພໍເທົ່າໃດຊົ່ວໂມງ.

ໃນປະເທດໂປແລນ ການແຕ່ງງານກັບເພດດຽວກັບຍັງບໍ່ເປັນທີ່ຍອມຮັບໃນສັງຄົມເທື່ອ ແລະ ປະເທດດັ່ງກ່າວກໍໄດ້ມີລະບຽບເພື່ອຫ້າມບໍ່ໃຫ້ຄູ່ຮັກຮ່ວມເພດສາມາດຮັບລູກມາລ້ຽງນຳກັນໄດ້. ແຕ່ເຖິງຢ່າງໃດກໍຕາມ ສຳລັບຄົນໂສດແມ່ນສາມາດຮັບຮອງເອົາລູກມາລ້ຽງໄດ້, ສະນັ້ນ ຈຶ່ງມີບາງຄົນທີ່ສວຍໃຊ້ຊ່ອງຫວ່າງທາງກົດໝາຍນີ້ ເພື່ອຂໍຮັບລ້ຽງລູກ. ແຕ່ໃນລະບຽບກົດໝາຍທີ່ອອກໃໝ່ຂອງໂປແລນ ແມ່ນ ເຈົ້າໜ້າທີ່ຕ້ອງໄດ້ກວດກາປະຫວັດຂອງຜູ້ທີ່ຕ້ອງການຮັບລູກລ້ຽງຢ່າງເຄັ່ງຄັດ. ຫາກກວດພົບວ່າ ຄົນທີ່ສະໝັກທີ່ເປັນຜູ້ປົກຄອງດ່ຽວນັ້ນ ຫາກມີຄວາມສຳພັນກັບເພດດຽວກັນຢູ່ ພວກເຂົ້າຈະຕ້ອງມີຄວາມຮັບຜິດຊອບທາງອາຍາ.

ຂໍ້ຕົກລົງ ອີຢູ ໄດ້ປະກາດວ່າ ກຸ່ມຄົນຫຼາກຫຼາຍທາງເພດ ໃນປະເທດໃດກໍຕາມ ທີ່ຢູ່ໃນກຸ່ມອີຢູ ມີສິດເສລີພາບໃນການດຳລົງຊີວິດ ແລະ ສະແດງຄວາມສົນໃຈທາງເພດຂອງຕົນຢ່າງເປີດເຜີຍ ແລະ ສາມາດສະແດງໂຕຕົນ ໂດຍປາສະຈາກຄວາມຢ້ານກົວຕໍ່ກັບການທີ່ຈະບໍ່ຖືກຍອມຮັບ, ຖືກຈຳແນກ ຫຼື ຂົ່ມເຫງ. ເຈົ້າໜ້າທີ່ໃນທຸກລະດັບການປົກຄອງ ໃນບັນດາປະເທດສະມາຊິກອີຢູ ຄວນປົກປ້ອງ ແລະ ສົ່ງເສີມຄວາມສະເໝີພາບ ແລະ ສິດພື້ນຖານຂອງທຸກໆຄົນ ລວມທັງກຸ່ມຄົນຫຼາກຫຼາຍທາງເພດ. ຂໍ້ຕົກລົງດັ່ງກ່າວນີ້ໄດ້ຮັບການສະໜັບສະໜູນຈາກສະມາຊິກສະພາອີຢູ ຈຳນວນ 492 ທ່ານ, ບໍ່ເຫັນດີ 141 ທ່ານ ແລະ ງົດອອກສຽງ 46 ທ່ານ.

ແນວຄິດບໍ່ຍອມຮັບຄົນ LGBT ໃນໂປແລນ

ໃນປີທີ່ຜ່ານມາ ປະທານປະເທດໂປແລນ President Andrzej Duda ໄດ້ຮັບການເລືອກຕັ້ງ ອີກເທື່ອໜຶ່ງ ໃນວັນທີ 13 ກໍລະກົດ. ໃນຕອນຫາສຽງ ລາວໄດ້ນຳສະເໜີວ່າຈະຫ້າມບໍ່ໃຫ້ມີການແຕ່ງງານລະຫວ່າງຄົນເພດດຽວກັນ ແລະ ຈະຮັບຮອງການຫ້າມນັ້ນ ເຂົ້າໃນລັດຖະທຳມະນູນຂອງໂປແລນ ແລ້ວລາວກໍຊະນະການເລືອກຕັ້ງ.

ຕໍ່ມາ ໃນໂປແລນ ກໍມີ 12 ເມືອງທີ່ໄດ້ປະກາດຕົນເອງເປັນ ເມືອງທີ່ປາສະຈາກຄົນ LGBT ເຊິ່ງພາຍຫຼັງການປະກາດນັ້ນ ຄົນ LGBT ທີ່ເຄີຍອາໄສຢູ່ໃນບັນດາເມືອງເຫຼົ່ານີ້ ຕ້ອງໄດ້ເລືອກວ່າ ຈະອົບພະຍົບອອກຈາກເມືອງ ຫຼື ຕໍ່ສູ້ ເພື່ອໃຫ້ໄດ້ສິດຂອງຕົນ ຫຼື ຍອມຮັບຊະຕາກຳອາໄສໃນເມືອງນັ້ນຕໍ່ໄປ ໂດຍບໍ່ຕ້ອງເປີດເຜີຍເພດຕົນ.

ທີ່ມາ: