ຕົວຢູ່ລາວ ແຕ່ຫົວໃຈໄປໄກເຖິງເປຣູ! Machu Picchu ໜຶ່ງໃນ 7 ສິ່ງມະຫັດສະຈັນຂອງໂລກສ້າງທົວອອນລາຍ ຄລິກເບິ່ງໄດ້ແບບ 360 ອົງສາ


ດ້ວຍສະຖານະການການລະບາດຂອງໂຄວິດ-19 ເຮັດໃຫ້ເປຣູຕັດສິນໃຈປິດແຫຼ່ງທ່ອງທ່ຽວຊື່ດັງແຫ່ງອາລະຍະທຳອິນຄາ ແລະ ການເດີນທາງໄປທ່ຽວຕ່າງປະເທດຕອນນີ້ ກໍຍັງບໍ່ມີທ່າທີກັບໄປເປັນແບບກ່ອນການລະບາດເລີຍ. ແຕ່ເປຣູສ້າງການທ່ອງທ່ຽວຮູບແບບ Virtual Tour ທີ່ຖືໄດ້ວ່າມີຄວາມລະອຽດຫຼາຍ ເຊິ່ງຊ່ວຍໃຫ້ເຮົາໄດ້ເຫັນ Machu Picchu ໄດ້ເກືອບທຸກມຸມ.

ດ້ວຍຮູບແບບການຮັບຊົມໄດ້ 360 ອົງສາ Virtual Tour ສາມາດສະແດງໃຫ້ເຮົາເຫັນທຸກລາຍລະອຽດຂອງອາລະຍະທຳບູຮານທີ່ອ້ອມຮອບດ້ວຍທຳມະຊາດໄດ້ຢ່າງໜ້າຕື່ນຕາຕື່ນໃຈ ພ້ອມຄຳອະທິບາຍອາຄານຫີນແຕ່ລະຫຼັງ ແລະ ອະທິບາຍຄວາມສຳຄັນຂອງສະຖານທີ່ໃນຂະນະທີ່ເຮົາກຳລັງຄລິກຜ່ານໄປແຕ່ລະຈຸດນນຳອີກດ້ວຍ.

ນອກຈາກນີ້ ຍັງມີທາງເລືອກໃນການສຳຫຼວດຕາມຄວາມຕ້ອງການຂອງເຮົາເອງດ້ວຍການເລືອກໃນການຄົ້ນຫາຂຶ້ນລົງຊ້າຍ ແລະ ຂວາ ດ້ວຍການຄລິກ mouse ຄອມພິວເຕີເທົ່ານັ້ນ ເອີ້ນໄດ້ວ່າເປັນໜຶ່ງໃນ Virtual Tour ຂອງສະຖານທີ່ທ່ອງທ່ຽວລະດັບໂລກທີ່ເຮັດອອກມາໄດ້ດີຫຼາຍພໍສົມຄວນ.


ກົດ Click ໄປທົວໄດ້ທີ່:

https://www.youvisit.com/tour/machupicchu?pl=f&fbclid=IwAR2mclsG3dHYb3STGeCT8EZXOx54JWmw3D9FTUzxvl3Mt6VvE6P767A70IY

ພາບ: planolibrarylearns.org, techradar.com

ຂອບໃຈຂໍ້ມູນຈາກ: