ເມື່ອເລື່ອນເບິ່ງວີດິໂອໃນ Facebook ເຮົາຈະເຫັນວີດິໂອຕ່າງໆທີ່ຫຼາຍຄົນອັບໂຫຼດລົງ ສ່ວນໃຫຍ່ກໍຈະເປັນຄລິບຕະຫຼົກ ຢອກກັນ ຫຼື ກວນກັນ ແລະ ໜຶ່ງໃນນັ້ນຫຼາຍຄົນອາດຈະຄຸ້ນໆໜ້າ 2 ໜຸ່ມຝາແຝດ Alan ແລະ Alex ຈາກສະຫະລັດອາເມຣິກາ ທີ່ມັກເຮັດວີດິໂອກວນກັນເອງ ເຊິ່ງໄດ້ຮັບຄວາມນິຍົມຫຼາຍ, ໂດຍຊ່ອງ YouTube ຂອງພວກເຂົາ “Stokes Twins” ມີຜູ້ຕິດຕາມເຖິງ 6.71 ລ້ານຄົນ ແລະ TikTok ອີກ 29 ລ້ານຄົນ.
![](https://laox.la/wp-content/uploads/2021/04/image-37.png)
ຫຼ້າສຸດວັນທີ 31 ມີນາ 2021 ພວກເຂົາໄດ້ອັບໂຫຼດວີດິໂອປອມຕົວເປັນໂຈນປຸ້ນທະນາຄານ ເພື່ອຫຼອກໃຫ້ຄົນແຖວນັ້ນຕົກໃຈຫຼິ້ນໆ ເຊິ່ງຄວາມຈິງວີດິໂອນີ້ໄດ້ຖ່າຍໄວ້ຕັ້ງແຕ່ປີ 2019. ໂດຍທັງສອງຄົນຈະເລືອກຄົນທີ່ຢູ່ແຖວນັ້ນ ແລະ ເຂົ້າໄປທຳທ່າລົມນຳເຖິງແຜນການປຸ້ນ ແລ້ວກໍໃສ່ໝວກປິດໃບໜ້າຍ່າງອອກມາ, ຫຼັງຈາກນັ້ນກໍຍ່າງກັບມາພ້ອມກະເປົາທີ່ເຕັມໄປດ້ວຍເງິນ ແລ້ວທຳທ່າລົມກັນວ່າຫາກໍໄປປຸ້ນທະນາຄານມາ.
![](https://laox.la/wp-content/uploads/2021/04/image-38.png)
![](https://laox.la/wp-content/uploads/2021/04/image-39.png)
ວີດິໂອດັ່ງກ່າວ:
ເລື່ອງເກີດຂຶ້ນ ເມື່ອພວກເຂົາເອີ້ນລົດອູເບີ້ (ຄ້າຍກັບ Taxi) ຄັນໜຶ່ງ ແລະ ທຳທ່າວ່າກຳລັງຫຼົບໜີຈາກການປຸ້ນທະນາຄານດ້ວຍຊຸດສີດຳ ແລະ ຍັງໃສ່ໝວກປິດບັງໜ້າຕາຢູ່ ຄົນຂັບລົດອູເບີ້ເລີຍປະຕິເສດຈະໄປສົ່ງພວກເຂົາ, ຫຼັງຈາກທີ່ຝາແຝດລົງຈາກລົດໄປແລ້ວ ຄົນຂັບລົດໄດ້ໂທແຈ້ງໃຫ້ຕຳຫຼວດມາກວດສອບທັນທີ ຈຶ່ງເຮັດໃຫ້ເກີດການເຂົ້າໃຈຜິດວ່າຝາແຝດປຸ້ນທະນາຄານ ແລະ ລົດອູເບີ້ພ້ອມ.
ເມື່ອຕຳຫຼວດມາສະຖານທີ່ເກີດເຫດ ແຝດທັງສອງກໍໄດ້ອະທິບາຍວ່າພວກເຂົາເຮັດຄອນເທັ້ນຢອກກັນເທົ່ານັ້ນເອງ ເລີຍຖືກຕຳຫຼວດຕຳໜິຕິຕຽນໄປ.
![](https://laox.la/wp-content/uploads/2021/04/image-40.png)
ເລື່ອງບໍ່ໄດ້ໝົດເທົ່ານັ້ນ ເພາະວ່າຫຼັງຈາກທີ່ປ່ອຍວີດິໂອນີ້ອອກໄປ ກໍໄດ້ມີໝາຍສານຮັບຊາບຂໍ້ກ່າວຫາມາທີ່ບ້ານຂອງສອງໜຸ່ມຝາແຝດ, ໂດຍສານໄດ້ຢືນຢັນໃຫ້ພວກເຂົາມີຄວາມຜິດຖານແຈ້ງເຫດສຸກເສີນທີ່ກ່ຽວກັບການຫຼິ້ນທີ່ແປກໆ, ເຊິ່ງສອງແຝດຕ້ອງໄດ້ຮັບໂທດ ໂດຍການບໍລິການຊຸມຊົນດົນເຖິງ 160 ຊົ່ວໂມງ ແລະ ຖືກຄຸມການປະພຶດເຖິງ 1 ປີ ຖ້າຫາກຝ່າຝືນກໍອາດຈະເຮັດໃຫ້ພວກເຂົາຕິດຄຸກຄົນລະ 5 ປີ.
![](https://laox.la/wp-content/uploads/2021/04/image-41.png)
ເຊິ່ງນີ້ກໍເປັນບົດຮຽນໃຫ້ກັບສອງແຝດເປັນຢ່າງດີກ່ຽວກັບການເຮັດຄອນເທັ້ນຢ່າງລະມັດລະວັງ ແລະ ເປັນອຸທາຫອນໃຫ້ກັບບັນດາ YouTuber ຫຼື ຄົນທີ່ເຮັດຄລິບວີດິໂອໃນຄອນເທັ້ນຄ້າຍຄືກັບແຝດ Alan-Alex. ກ່ອນໜ້ານີ້ເຮົາກໍອາດຈະໄດ້ເຫັນຂ່າວກໍລະນີທີ່ຮ້າຍແຮງໃນການເຮັດຄອນເທັ້ນປະເພດນີ້ມາແລ້ວ ທີ່ມີໜຸ່ມ YouTuber ປອມເປັນໂຈນໄປປຸ້ນຄົນແລ້ວຖືກຍິງປ້ອງກັນຕົວຈົນເສຍຊີວິດ, ນອກຈາກບໍ່ສ້າງສັນແລ້ວ ຍັງເປັນອັນຕະລາຍອີກດ້ວຍ.
ຂອບໃຈຂໍ້ມູນຈາກ: https://www.catdumb.tv/alan-alex-prank-plead-guity-427/?fbclid=IwAR2aiuApALrrym-r3FqangD7U5zr-1r6pcVAFe1Ue04GJKKLA8JGzO4SsI0