ແຂວງໄຊຍະບູລີ ວາງແຜນການແກ້ໄຂຄວາມທຸກຍາກຂອງຊົນເຜົ່າຕອງເຫຼືອງ


ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ຕ້ອນຮັບ ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມຄະນະ ໃນວັນທີ 11 ເມສາ 2023 ເພື່ອທົບທວນຄືນບັນດາຊົນເຜົ່າ ທີ່ສະພາໄດ້ຮັບຮອງໄລຍະຜ່ານມາ ວ່າຍັງມີເຜົ່າໃດທີ່ຍັງມີຄວາມຫຍຸ້ງຍາກ ແລະ ທຸກຍາກ ເພື່ອພ້ອມກັນແກ້ໄຂໃນຕໍ່ໜ້າ ໂດຍສະເພາະແມ່ນປຶກສາຫາລືກັບການນໍາແຂວງ ເພື່ອພ້ອມກັນວາງແຜນການແກ້ໄຂ ຊີວິດການເປັນຢູ່ຂອງ ເຜົ່າກຣີ ຫລື ເຜົ່າຕອງເຫຼືອງ ທີ່ດໍາລົງຊີວິດຢູ່ໃນປ່າເຂດ ບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູລີ.

ໂອກາດນີ້, ທ່ານ ຄໍາໄຫຼ ສີປະເສີດ ໄດ້ສະເໜີຈຸດປະສົງຂອງທີມງານ ທີ່ມາເຮັດວຽກຢູ່ແຂວງ ໄຊຍະບູລີ ໂດຍສະເພາະ ທົບທວນຄືນບັນດາຊົນເຜົ່າທີ່ສະພາໄດ້ຮັບຮອງ ໄລຍະຜ່ານມາ ວ່າຍັງມີເຜົ່າໃດທີ່ຍັງມີຄວາມຫຍຸ້ງຍາກ ແລະ ທຸກຍາກຫຼຸດເຜົ່າອື່ນແທ້, ໜຶ່ງໃນນັ້ນແມ່ນເຜົ່າ ກຣີ ຫລື ເຜົ່າຕອງເຫຼືອງ ທີ່ດໍາລົງຊີວິດຢູ່ໃນປ່າເຂດ ບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູລີ, ເປັນເຜົ່າທີ່ມີຄວາມ ທຸກຍາກແທ້, ບໍ່ມີທີ່ຢູ່ອາໄສເປັນຫຼັກແຫຼ່ງ, ຫາກິນແບບທໍາມະຊາດຕາມປ່າ, ທັງນີ້ ກໍເພື່ອປືກສາຫາລືກັບການນໍາແຂວງ ເພື່ອພ້ອມກັນວາງແຜນການແກ້ໄຂ ແລະ ຊອກທາງອອກໃຫ້ເຂົາເຈົ້າ ເປັນຕົ້ນ ໃຫ້ການຊ່ວຍເຫຼືອດ້ານທີ່ຢູ່ອາໄສທີ່ຖາວອນ, ການທໍາມາຫາກິນ, ການປູກ, ການລ້ຽງ ແລະ ຈະໄດ້ລະດົມທຶນນໍາພາກສ່ວນຕ່າງໆ ເພື່ອໃຫ້ການຊ່ວຍເຫຼືອ, ພ້ອມດຽວກັນ ກໍຈະໄດ້ລົງເບິ່ງພື້ນທີ່ຕົວຈິງ ທີ່ຢູ່ອາໄສຂອງເຜົ່າດັ່ງກ່າວ ພ້ອມທັງເກັບກໍາລາຍຊື່ຂອງແຕ່ລະຄົນຢ່າງລະອຽດ.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທີມງານຂອງຮອງປະທານ ສູນກາງແນວລາວສ້າງຊາດ ທີ່ມີຄວາມເປັນຫ່ວງເປັນໃຍ ຕໍ່ບັນດາເຜົ່າທີ່ດໍາລົງຊີວິດ ຢູ່ແຂວງໄຊຍະບູລີ ໃຫ້ດີຂຶ້ນ, ພ້ອມທັງໄດ້ລາຍງານສະພາບການ ພັດທະນາເສດຖະກິດຂອງແຂວງ, ເຊິ່ງໄດ້ຂະຫຍາຍຕົວຢູ່ໃນລະດັບ 4,9% ແລະ ລວມຍອດຜະລິດຕະພັນພາຍໃນໄດ້ປະມານ 12.339 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 29,47 ລ້ານກີບ, ທ່າແຮງຕົ້ນຕໍແມ່ນ ການປູກ, ການລ້ຽງ, ອຸດສາຫະກໍາ ແລະ ການບໍລິການ.

ຂອບໃຈຂໍ້ມູນຈາກ:

https://bit.ly/3o1dU9M

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/