ອົງດາໄລລາມະ ອອກມາຂໍໂທດສັງຄົມ ຫຼັງເຫດການ ໃຫ້ເດັກນ້ອຍຊາຍຈູບປາກ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ສຳນັກງານຂອງດາໄລລາມະ ຜູ້ນຳຈິດວິນຍານ ອອກມາຂໍໂທດສາທາລະນະຊົນ ເມື່ອເຊົ້າວັນຈັນທີ່ຜ່ານມາ ໂດຍສະເພາະເດັກນ້ອຍຊາຍທີ່ຢູ່ໃນວິດີໂອ ເຊິ່ງກຳລັງເປັນທີ່ວິພາກວິຈານຢູ່ໃນສັງຄົມຕອນນີ້ ແລະ ຄອບຄົວຂອງເດັກຊາຍເອງກໍຮູ້ສຶກເຈັບປວດ ແລະ ເຄືອງໃຈ ທີ່ອາດຈະເກີດຂຶ້ນຈາກຄຳເວົ້າຂອງ ອົງດາໄລລາມະ.

ອົງດາໄລລາມະ ທີ 14 ເທນຊິນ ກຽດໂຊ ອອກມາຖະແຫຼງຂໍໂທດປະຊາຊົນຫຼັງຈາກໂລກອອນລາຍວິຈານການກະທຳທີ່ບໍ່ເໝາະສົມຂອງຜູ້ນຳຈິດວິນຍານແຫ່ງທິເບດທີ່ໄດ້ຈູບປາກກັບເດັກຊາຍຊາວອິນເດຍ ແລະ ຂໍໃຫ້ເດັກຊາຍດູດລີ້ນ ຈົນກໍ່ໃຫ້ເກີດສຽງວິພາກວິຈານ ວ່າການກະທຳນັ້ນເໝາະສົມຫຼືບໍ່?.

ຈາກການຖະແຫຼງການຈາກສຳນັກຂອງອົງດາໄລລາມະ ໄດ້ລະບຸວ່າ “ອົງດາໄລລາມະ ຕ້ອງການທີ່ຈະຂໍໂທດເດັກຊາຍ ແລະ ຄອບຄົວ ລວມໄປຮອດໝູ່ເພື່ອນຈາກທົ່ວໂລກ ຈາກຄຳເວົ້າຂອງອົງດາໄລລາມະ ທີ່ອາດຈະເຮັດຂຸ່ນເຄືອງໃຈ ພ້ອມກັບບອກວ່າໂດຍປົກກະຕິ ອົງດາໄລລາມະ ກໍມັກຈະຢອກຫຼິ້ນກັບເດັກນ້ອຍ ແລະ ຍັງມີເຈດຕະນາທີ່ບໍລິສຸດ ບໍ່ວ່າຈະຢູ່ໃນສະຖານທີ່ສາທາລະນະ ຫຼື ຢູ່ໜ້າກ້ອງກໍຕາມ ແລ້ວອົງດາໄລລາມະ ກໍຮູ້ສຶກເສຍໃຈໃນຄັ້ງນີ້”.

ເນື້ອຫາໃນຖະແຫຼງການບໍ່ໄດ້ລະບຸຢ່າງຊັດເຈນກ່ຽວກັບລາຍລະອຽດຂອງເຫດການໃນເວລານັ້ນ ແຕ່ວ່າໂລກອອນລາຍມີການສົ່ງຕໍ່ຄລິບທີ່ເປັນປະເດັນ ສົ່ງຕໍ່ຢ່າງແຜ່ລາຍ. ໃນວິດີໂອ ອົງດາໄລລາມະ ໄດ້ເຂົ້າຮ່ວມງານທາງສາສະໜາ ໃນປະເທດ ອິນເດີຍ ລະຫວ່າງນັ້ນມີເດັກຊາຍຊາວອິນເດຍ ຍ່າງເຂົ້າໄປຂໍກອດອົງດາໄລລາມະ ແຕ່ຫຼັງຈາກນັ້ນອົງດາໄລ ຊີ້ໄປທີ່ແກ້ມຂອງຕົນເອງ ພ້ອມບອກໃຫ້ເດັກຊາຍຫອມ ແຕ່ບໍ່ຈົບພຽງເທົ່ານັ້ນ ອົງດາໄລ ໄດ້ຊີ້ໄປທີ່ປາກ ແລະ ບອກວ່າ “ບ່ອນນີ້ນຳ” ກ່ອນຈະຈັບຄາງເດັກຊາຍມາຈູບ ແລະ ຫຼັງຈາກນັ້ນກໍບອກໃຫ້ ດູດລີ້ນ ກ່ອນທີ່ຈະເອົາລີ້ນອອກມາ.

ປະເດັນເກີດກະແສວິພາກວິຈານຢ່າງໜັກ ໂດຍບາງຄົນເບິ່ງວ່າອົງດາໄລລາມະ ບໍ່ໄດ້ມີເຈດຕະນາທີ່ບໍ່ດີ ແລະ ການແລບລີ້ນກໍເປັນການທັກທາຍຂອງຊາວທິເບດ ແຕ່ກໍມີອີກກຸ່ມຄົນທີ່ເຫັນຕ່າງເບິ່ງວ່າ ນີ້ເປັນການລ່ວງລະເມີດເດັກຊາຍ ຍົກຕົວຢ່າງ ອົງກອນ Center for Child Rights ກຸ່ມຄົນນັກເຄືອນໄຫວດ້ານສິດທິເດັກໃນອິນເດຍ ທີ່ເປີດເຜີຍກັບສຳນັກງານຂ່າວ CNN ວ່າ “ແມ່ນຢູ່ວ່າການແລບລີ້ນ ອາດຈະເປັນການທັກທາຍຂອງຊາວທິເບດ ແຕ່ພາບທີ່ປາກົດໃນວິດີໂອນີ້ມັນບໍ່ໄດ້ສະແດງອອກຮອດວັດທະນະທຳເລີຍ ຫຼື ຫາກວ່າແມ່ນ ການສະແດງອອກທາງວັດທະນະທຳດັ່ງກ່າວຄົງບໍ່ເປັນທີ່ຍອມຮັບ”

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/