ລະວັງໂຣກຮ້າຍຕ່າງໆທີ່ມາກັບການຫຼິ້ນນ້ຳໃນມື້ບຸນປີໃໝ່


ບຸນປີໃໝ່ລາວເປັນອີກໜຶ່ງເທສະການເເຫ່ງຄວາມມ່ວນຊື່ນ ເເຕ່ກໍເເອບເເຝງມາດ້ວຍໂຣກໄພໄຂ້ເຈັບຕ່າງໆ, ເຊິ່ງໃນເທສະການດັ່ງກ່າວເຮົາອາດຈະມີການຫຼິ້ນນ້ຳກັນ ສະນັ້ນຈຶ່ງຄວນລະວັງໃນເລື່ອງຂອງການຫຼິ້ນນ້ຳໃຫ້ຫຼາຍຂຶ້ນ ເພາະບໍ່ຮູ້ວ່ານ້ຳທີ່ໃຊ້ຫົດກັນນັ້ນເອົາມາຈາກໃສເເດ່ ອາດຈະມີເຊື້ອໂຣກ ຫຼື ສິ່ງສົກກະປົກເຈືອປົນມາກັບນ້ຳທີ່ສາມາດເຮັດໃຫ້ເຮົາເກີດອາການຕິດເຊື້ອ ເເລະ ບໍ່ສະບາຍໄດ້.

  • ໄວຣັສຕັບອັກເສບ A

ໂດຍເຊື້ອໄວຣັສນີ້ສາມາດຕິດຕໍ່ກັນຜ່ານທາງນ້ຳລາຍ. ໃນ​ໄລຍະ​ບຸນ​ປີໃໝ່ລາວການ​ຫຼິ້ນ​ນ້ຳ​ອາດ​ຈະ​ພາ​ໃຫ້​ເກີດ​ພຶດ​ຕິ​ກຳ​ສ່ຽງ​ເຊັ່ນ: ​ການ​ໃຊ້ຈອກກິນນ້ຳຮ່ວມກັນ ຫຼື ໃຊ້ບ່ວງຮ່ວມກັນ.

  • ຕາອັກເສບ

ຖ້ານ້ຳທີ່ໃຊ້ມາຫຼິ້ນນັ້ນບໍ່ສະອາດ ມີການປົນເປື້ອນຂອງເຊື້ອໂຣກເຊັ່ນ: ເຊື້ອແບັກທີເຣັຍ, ໄວຣັສ, ເຊື້ອຣາ, ລວມທັງສິ່ງສົກກະປົກຕ່າງໆ. ອາດຈະເຮັດໃຫ້ດວງຕາຂອງເຮົາອັກເສບ ບວມ ຫຼື ເປັນໜອງ, ຕາເເດງ, ເຍື່ອຫຸ້ມຕາອັກເສບ, ເປັນແຜໃນແກ້ວຕາ ແລະ ຕາກຸ້ງຍິງ.

 

  • ເຊື້ອຣາ

ເພາະອາກາດຮ້ອນ ນໍ້າທີ່ບໍ່ສະອາດ ແສງແດດທີ່ເເຮງ ແລະ ມົນລະພິດຕ່າງໆທີ່ເກີດຂຶ້ນອ້ອມຮອບ ທັງໝົດມີຜົນກະທົບທາງລົບຕໍ່ຜິວໜັງກໍ່ໃຫ້ເກີດໂຣກ ເເລະ ເຊື້ອຣາທີ່ມັກຢູ່ຕາມບໍລິເວນຕ່າງໆຂອງຮ່າງກາຍເຊັ່ນ: ນິ້ວມື, ນິ້ວຕີນ, ຂາໜີບ ເເລະ ບໍລິເວນຂໍ້ພັບຕ່າງໆ

  • ຖອກທ້ອງ

ເກີດຈາກການຕິດເຊື້ອແບັກທີເຣຍ ເຊື້ອໄວຣັສທີ່ປົນເປື້ອນອາຫານ ລະດູຮ້ອນແມ່ນລະດູທີ່ເຊື້ອພະຍາດແຜ່ຂະຫຍາຍໄດ້ງ່າຍ ເຮັດໃຫ້ເກີດຄວາມສ່ຽງສູງ

  • ໄຂ້ຫວັດໃຫຍ່, ປອດອັກເສບ

ເກີດຈາກການຕິດເຊື້ອ ລະ​ບົບ​ທາງ​ເດີນ​ຫາຍ​ໃຈ ເຊິ່ງການຫຼິ້ນນໍ້າເຮັດໃຫ້ອຸນຫະພູມຮ່າງກາຍລົດລົງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/