ສປປ ລາວ ກຽມດຳເນີນ 7 ໂຄງການ ມູນຄ່າເກືອບ 4 ຕື້ກີບ ແນໃສ່ການ ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ


ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປລ) ສະໜອງທຶນຈຳນວນ 3.972.658.000 ກີບ ໃຫ້ກັບ ກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ 7 ໂຄງການໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້ນັ້ນກໍຄືການສ້າງເງື່ອນໄຂໃຫ້ບັນດາໂຄງການໃນການປົກປັກຮັກສາສິ່ງແວດລ້ອມ.

ພິທີເຊັນສັນຍາມອບທຶນດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 7 ເມສາ ທີ່ ຫ້ອງປະຊຸມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ໂດຍທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ  ບັນດາຫົວໜ້າກົມ ແລະ ຮອງກົມ ຈາກກົມກອງທີ່ກ່ຽວຂ້ອງ ລວມໄປເຖິງ ຄະນະຊີ້ນໍາໂຄງການ ແລະ ຫົວໜ້າໂຄງການ ເພື່ອເຂົ້າຮ່ວມເປັນສັກຂີພະຍານ.

ຈຸດປະສົງຂອງການການສະໜອງທຶນຂອງ ກປສ ເພື່ອສ້າງຄວາມເຂັ້ມແຂງໃຫ້ພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ພ້ອມທັງສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ໂດຍການສະໜອງທຶນແມ່ນປະຕິບັດໃຫ້ສອດຄ່ອງກັບທິດທາງຂອງພັກ-ລັດ, ຍຸດທະສາດການເຕີບໂຕສີຂຽວ, ວິໄສທັດ, ຍຸດທະສາດ ແລະ ແຜນການ 5 ປີ ຂອງ ກປສ ແລະ ສອດຄ່ອງກັບນະໂຍບາຍ, ຍຸດທະສາດ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອ​ຄຸ້ມຄອງປົກປັກຮັກສາ ອະນຸລັກຊີວະນານາພັນ ລວມທັງການຄຸ້ມຄອງປ່າໄມ້, ພັດທະນາຊີວິດການເປັນຢູ່ ແລະ ຄຸ້ມຄອງການນໍາໃຊ້ສານເຄມີໃນຂົງເຂດອຸດສາຫະກໍາປຸງແຕ່ງ ທີ່ຕິດພັນກັບການຮັກສາສິ່ງແວດລ້ອມ.

ໂດຍທັງ 7 ໂຄງການປະກອບມີ: 1, ໂຄງການລົດຜ່ອນຜົນກະທົບ ລະຫວ່າງ ຄົນ ກັບ ຊ້າງປ່າ ຈັດຕັ້ງປະຕິບັດໂດຍ ພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື ມີຈຸດປະສົງ ເພື່ອສ້າງຄວາມເຂົ້າໃຈ, ຄວາມເປັນເຈົ້າການ ໃຫ້ແກ່ວິຊາການຂັ້ນທ້ອງຖິ່ນ, ຊຸມຊົນ ໃນການລົດຜ່ອນຜົນກະທົບລະຫວ່າງ ຄົນກັບຊ້າງປ່າ ໃຫ້ປະຊາຊົນ, ໜ່ວຍງານທີ່ກ່ຽວຂ້ອງເປັນເຈົ້າການໃນການການຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນທຳມະຊາດ ເພື່ອໃຫ້ຊ້າງປ່າມີຄວາມຍືນຍົງ. ກຳນົດເວລາຈັດຕັ້ງປະຕິບັດ: 3 ປີ 2023-2025 ດ້ວຍງົບປະມານ 664.600.000 ກີບ.

2, ໂຄງການສົ່ງເສີມການມີສ່ວນຮ່ວມຈາກຊຸມຊົນ ເພື່ອການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ແບບຍືນຍົງ ຈັດຕັ້ງປະຕິບັດໂດຍ ສະມາຄົມລາວ ພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ຊັບພະຍາກອນມະນຸດທຸກລະດັບໃນຂັ້ນທ້ອງຖິ່ນໃນການຄຸ້ມຄອງປ່າສະຫງວນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ຊີວະນານາພັນ ພ້ອມທັງ ສົ່ງເສີມການປູກໄມ້ຍາງລາວ ໃສ່ສະຖານທີ່ດິນເປົ່າວ່າງ, ດິນຊຸດໂຊມ ເພື່ອເພີ່ມເນື້ອທີ່ການປົກຫຸ້ມປ່າໄມ້ ແລະ ເພື່ອຮັກສາປ່າໄມ້ຢູ່ຍອດນໍ້າໃຫ້ຍືນຍົງ. ກຳນົດເວລາຈັດຕັ້ງປະຕິບັດ 4 ປີ 2022-2025 ດ້ວຍງົບປະມານ 800.000.000 ກີບ.

3. ໂຄງການຈັດຕັ້ງປະຕິບັດແຜນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນສູງກາງ ແລະ ທ້ອງຖິ່ນໄລຍະ 2023-2025 ຈັດຕັ້ງປະຕິບັດໂດຍ: ກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ຈຸດປະສົງຂອງໂຄງການ ມີ 2 ຈຸດປະສົງຄື: ເພື່ອສ້າງຄວາມເຂັ້ມແຂງການຈັດຕັ້ງປະຕິບັດວຽກແຜນການ, ຮ່ວມມື, ການເງິນ ໃນຂັ້ນສູນກາງ ແລະ ທ້ອງຖີ່ນ ແລະ ເພື່ອສ້າງຖານຂໍ້ມູນ ຕິດຕາມ-ປະເມີນຜົນ ການຄຸ້ມຄອງໂຄງການພາຍໃນ ແລະ ຕ່າງປະເທດ ຂອງຂະແໜງ ຊສ  ເພື່ອໃຫ້ສາມາດຕິດຕາມຄຸ້ມຄອງໂຄງການຢ່າງເປັນລະບົບ ດ້ວຍ ງົບປະມານ: 560.000.000 ກີບ

4. ໂຄງການປັບປຸງທັດສະນີຍະພາບ ເດີ່ນໜ້າກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ ຂຽວ ສະອາດ ງາມຕາ ກາຍເປັນກະຊວງສີຂຽວ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມເສັ້ນທາງຕັດໃໝ່ໜອງບຶກ  ຈັດຕັ້ງປະຕິບັດໂດຍ ຫ້ອງການ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມມີຈຸດປະສົງ ເພື່ອປັບປຸງທັດສະນີສະພາບ ຂອງກະຊວງ ໃຫ້ ຂຽວ ສະອາດ  ງາມຕາ ກາຍເປັນ ກະຊວງສີຂຽວ, ມີທັດສະນີຍະພາບໃໝ່, ມີຄວາມເປັນລະບຽບສວຍງາມ, ມີສິ່ງແວດລ້ອມທີ່ດີ, ອາກາດສົດຊື່ນມີສວນດອກໄມ້ ແລະ ມີຕົ້ນໄມ້ລຽບຕາມເສັ້ນທາງ ເພື່ອປະກອບສ່ວນ ເຂົ້າໃນການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ. ກຳນົດເວລາຈັດຕັ້ງປະຕິບັດ 2 ປີ 2023-2024; ງົບປະມານ:  359.084.000 ກີບ

5. ໂຄງການ ສ້າງໂຮງຮຽນ ແລະ ພະແນກການໃຫ້ກາຍເປັນສະຖານທີ່ຕົວແບບ ດ້ານສິ່ງແວດລ້ອມ ຂຽວ ສະອາດ ງາມຕາ ຢູ່ໃນນະຄອນຫຼວງພະບາງ ຈັດຕັ້ງປະຕິບັດໂດຍ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ  ຫຼວງພະບາງ ຈຸດປະສົງຂອງໂຄງການ ແມ່ນ ເພື່ອສ້າງໂຮງຮຽນ ແລະ ສໍານັກງານໃຫ້ກາຍເປັນຕົວແບບໃນວຽກງານສິ່ງແວດລ້ອມ ຂຽວ ສະອາດ ງາມຕາ ພ້ອມທັງຄຸ້ມຄອງຈັດການສິ່ງເສດເຫຼືອ ແລະ ການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງໃນນະຄອນຫຼວງພະບາງ, ກຳນົດເວລາຈັດຕັ້ງປະຕິບັດ 2023-2024 ງົບປະມານດຳເນີນການ  289.000.000 ກີບ.

6. ໂຄງການສ້າງບ້ານ, ໂຮງຮຽນ ຕົວແບບ ຂຽວ ສະອາດ ງາມຕາ ແຂວງໄຊຍະບູລີ ຈັດຕັ້ງປະຕິບັດໂດຍ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ເພື່ອສ້າງໃຫ້ ບ້ານ, ໂຮງຮຽນ, ສຳນັກງານອົງການຂອງລັດ-ເອກະຊົນ ຕົວເມືອງໃຫ້ມີສະພາບສິ່ງແວດລ້ອມ ຂຽວ ສະອາດ ງາມຕາ ແລະ ໃຫ້ມີພື້ນທີ່ສີຂຽວ ເປັນສະຖານທີ່ ອາກາດປອດໂປ່ງ ປາສະຈາກສິ່ງເສດເຫຼືອ ເປັນຕົວເມືອງທີ່ໜ້າຢູ່ ກຳນົດເວລາຈັດຕັ້ງປະຕິບັດ 4 ປີ ເລີ່ມ 2023-2026 ດ້ວຍງົບປະມານ: 799.974.000 ກີບ

7, ໂຄງການຄຸ້ມຄອງອ່າງຮັບນໍ້າ ນໍ້າພາວ ເມືອງຄໍາເກີດ ຈັດຕັ້ງປະຕິບັດໂດຍ  ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ຈຸດປະສົງ ເພື່ອສ້າງແຜນຄຸ້ມຄອງອ່າງຮັບນໍ້າ ນ້ຳພາວ ໃຫ້ມີຄວາມຍືນຍົງ  ທີ່ນອນໃນອ່າງຮັບນໍ້າເທີນ-ນ້ຳກະດິງ, ເມືອງ ຄຳເກີດ ແຂວງບໍລິຄໍາໄຊ ກຳນົດເວລາຈັດຕັ້ງປະຕິບັດ 2 ປີ ແຕ່ 2023-2024 ງົບປະມານ:500.000.000 ກີບ.

ໂດຍໃນການມອບຮັບທຶນຄັ້ງນີ້ ແມ່ນໃຫ້ກຽດລົງນາມເຊັນສັນຍາໂດຍ ນາງ ບົວຄໍາ ສຸລິວັນ, ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າຈາກ 7 ໂຄງການ ທີ່ໄດ້ຮັບທຶນ.

ຂອບໃຈຂໍ້ມູນຈາກ: https://bit.ly/43oFwWs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/