MetaMask ເປີດຕົວຄຸນສົມບັດ “Buy Crypto” ບໍລິການເເລກປ່ຽນເງິນ Fiat ເປັນ Crypto ຜ່ານ MetaMask wallet


MetaMask ໄດ້ເປີດຕົວຄຸນສົມບັດໃໝ່ທີ່ເອີ້ນວ່າ “Buy Crypto” ເພື່ອໃຫ້ຜູ້ໃຊ້ ສາມາດຊື້ Crypto ດ້ວຍເງິນ Fiat ໂດຍກົງຈາກກະເປົາຂອງພວກເຂົາ.

ຄຸນສົມບັດດັ່ງກ່າວເປັນສ່ວນໜຶ່ງຂອງ Portfolio Dapp ເເລະ ໃນຕອນນີ້ຜູ້ໃຊ້ສາມາດເຊື່ອມຕໍ່ MetaMask wallet ເຂົ້າກັບວິທີການຊຳລະເງິນໃນຊີວິດປະຈຳວັນ ເພື່ອຊື້ຫຼຽນ crypto ກວ່າ 90 cryptocurrencies.

MetaMask ກ່າວວ່າ “ການບໍລິການສາມາດໃຊ້ງານໄດ້ຈິງ ເເລະ ໄດ້ເປີດບໍລິການເເລ້ວ 189 ປະເທດທົ່ວໂລກ”. ຢ່າງໃດກໍຕາມ, ການບໍລິການຍັງມີຂໍ້ຈໍາກັດກ່ຽວກັບຈໍານວນເງິນທີ່ຜູ້ໃຊ້ສາມາດຊື້ crypto ໄດ້ ຕາມກົດໝາຍທີ່ບັງຄັບໃຊ້ໃນພູມີພາກຂອງຜູ້ໃຊ້, ຄຸນສົມບັດດັ່ງກ່າວຍັງຮອງຮັບການໃຊ້ງານຜ່ານ app browser ອີກດ້ວຍ.

ໃນປັດຈຸບັນຄຸນສົມບັດ Buy Crypto ຮອງຮັບ 8 ເຄືອຂ່າຍຊັ້ນນຳໄດ້ເເກ່: Ethereum, Polygon, Optimism, Arbitrum, Binance Smart Chain, Avalanche Contract Chain, Fantom ເເລະ Celo

ໂດຍຜູ້ໃຊ້ສາມາດເລືອກວິທີການຊໍາລະເງິນເພື່ອຊື້ crypto ທີ່ຮອງຮັບໃນປັດຈຸບັນໄດ້ເເກ່: ບັດເດບິດ ແລະ ບັດເຄຣດິດ, ການໂອນຜ່ານທະນາຄານ, PayPal ແລະ Instant ACH, ໂດຍ MetaMask ວາງແຜນທີ່ຈະເພີ່ມທາງເລືອກໃນການຊຳລະເງິນເພີ່ມເຕີມໃນໄວໆນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/