ຢາກມີຄູ່ກໍຕ້ອງລົງທຶນ! Tinder ລຸຍຕະຫຼາດຄົນລວຍ ກຽມອອກແພັກເກັດ ສະມາຊິກ ເດືອນລະ 8 ລ້ານກວ່າກີບ


ສຳລັບຜູ້ໃຊ້ງານ Tinder ຫຼື ທີ່ຫຼາຍຄົນມັກເອີ້ນວ່າແອັບຫາຄູ່ນັ້ນ ເປັນແອັບທີ່ໃຊ້ງານຟຣີ. ແຕ່ສຳລັບສະມາຊິກຜູ້ໃດຢາກໄດ້ສິດທິພິເສດ ເຊັ່ນການປັດຫາຄູ່ໄດ້ບໍ່ຈຳກັດຈຳນວນຄັ້ງ ຫຼື ການເຮັດໃຫ້ບັນຊີຂອງຕົນເອງໂດດເດັ່ນ ມີຄົນປັດເຫັນຫຼາຍນັ້ນ ແມ່ນຕ້ອງເສຍຄ່າສະມາຊິກ Tinder+, Tinder Gold ແລະ Tinder Platinum ເຊິ່ງຄ່າໃຊ້ຈ່າຍສູງສຸດຕໍ່ເດືອນແມ່ນຕົກຢູ່ປະມານ 30 ໂດລາ ຫຼື ປະມານ 5 ແສນກວ່າກີບ.

ແຕ່ຫຼ້າສຸດ Mark Van Ryswyk ເຈົ້າໜ້າທີ່ບໍລິຫານ ດ້ານຜະລິດຕະພັນຂອງ Tinder ໄດ້ອອກມາເປີດເຜີຍວ່າ ທາງບໍລິສັດກໍາລັງຈະມີຜະລິດຕະພັນໃໝ່ສຳລັບຕະຫຼາດຄົນລວຍ ໂດຍສະເພາະທີ່ຊື່ວ່າ Tinder Vault ໂດຍມີຄ່າສະໝັກສະມາຊິກຢູ່ທີ່ປະມານ 500 ໂດລາ ຕໍ່ເດືອນ ຫຼື ປະມານ 8 ລ້ານກວ່າກີບ ເຊິ່ງຫ່າງໄກຈາກລາຄາເກົ່າໄປຢ່າງກ້າວກະໂດດ.

ແຕ່ Mark Van Ryswyk ກໍຍັງບໍ່ໄດ້ມີການເປີດລາຍລະອຽດໃດໆທີ່ກ່ຽວກັບແພັກແກັດສະມາຊິກດັ່ງກ່າວ ວ່າຈະມີສິດທິພິເສດຫຍັງແຕກຕ່າງຈາກ ສະມາຊິກແບບເກົ່າ. ແຕ່ຫຼາຍຝ່າຍກໍຄາດການກັນວ່າ ຈະເປັນຜະລິດຕະພັນທີ່ເນັ້ນຂາຍໃຫ້ຄົນລວຍໂດຍສະເພາະ ທີ່ພ້ອມຈະຈ່າຍເງິນຫຼາຍຂຶ້ນ ເພື່ອຈະໄດ້ຫາຄູ່ ທີ່ໄດ້ຮັບການຄັດສັນມາແລ້ວໃຫ້ກົງກັບຄວາມຕ້ອງການ ຫຼາຍກວ່າສະມາຊິກ ແບບເກົ່າໃນລະດັບອື່ນໆ.

ໂດຍຄວາມເຄື່ອນໄຫວດັ່ງກ່າວ ເກີດຂຶ້ນທ່າມກາງຄວາມພະຍາຍາມຂອງ Tinder ທີ່ຕ້ອງການຫາແນວທາງໃໝ່ໆໃນການຫາເງິນເຂົ້າບໍລິສັດ ພາຍຫຼັງຜົນປະກອບການເລີ່ມຕົກຕໍ່າລົງ ຕັ້ງແຕ່ໄຕມາດທຳອິດຂອງປີ 2022 ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/