ເປີດຕົວບໍລິສັດໂທລະຄົມໃໝ່ ພ້ອມກັບເບີຫຼັກ 8


ໃນວັນທີ 19 ມີນາ 2021 ທີ່ໂຮງແຮມລາວພາຊ່າ ວຽງຈັນ ໄດ້ມີການເປີດຕົວບໍລິສັດໂທລະຄົມສາຍເລືອດໃໝ່ຊື່ວ່າ ບໍລິສັດ ເບສເທເລຄອມ ຈຳກັດ, ໂດຍເປັນການຮ່ວມມືລະຫວ່າງບໍລິສັດລັດ ສະກາຍເທເລຄອມ ຮ່ວມມືກັບ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການ ຈຳກັດ.

ພາຍໃນງານໄດ້ມີການເຂົ້າຮ່ວມຂອງຫຼາຍພາກສ່ວນບໍ່ວ່າຈະເປັນ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີຄົນກ່ອນ, ລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າ ແລະ ຮອງກົມໃຫຍ່ ກະຊວງປ້ອງກັນປະເທດ ແລະ ແຂກຜູ້ມີກຽດຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

ບໍລິສັດ ເບສເທເລຄອມ ກຳຈັດ ໄດ້ຖືກຈັດຕັ້ງຂຶ້ນໂດຍການສັນຍາຮ່ວມຮຸ້ນລະຫວ່າງກົມສື່ສານ ກະຊວງປ້ອງກັນປະເທດ ກໍຄື ບໍລິສັດ ກະກາຍເທເລຄອມ ຖືຮຸ້ນ 49% ແລະ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການ ຖືຮຸ້ນ 51%.

ທ່ານ ນາງ ກິ່ງໂພເງິນ ພູມມະສັກ ຜູ້ອຳນວຍການໃຫຍ່ ບໍລິສັດ ເບສເທເລຄອມ ຈຳກັດ ທັງຍັງດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ AIF Group ໄດ້ກ່າວຄຳຂອບໃຈ ແລະ ຄວາມຮູ້ບຸນຄຸນຕໍ່ກັບປະທານສະພາ ບໍລິຫານ ບໍລິສັດ ເບສເທເລຄອມ, ຄະນະນຳກະຊວງປ້ອງກັນປະເທດ, ກະຊວງໄປສະນີ, ໂທລະຄົມ ແລະ ສື່ສານ, ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ຈົນສາມາດເປີດຕົວບໍລິສັດ ເບສເທເລຄອມໄດ້ຢ່າງເປັນທາງການ.

ທາງດ້ານການບໍລິການ ທາງບໍລິສັດ ເບສເທເລຄອມ ຈະເນັ້ນໃສ່ການບໍລິການທາງດ້ານການສື່ສານໃນທຸກໆຊ່ອງທາງບໍ່ວ່າຈະເປັນອິນເຕີເນັດ : FTTH, FIBER ແລະ ສາຍເຊົ່າພາຍໃນ ແລະ ຕ່າງປະເທດ ເຊັ່ນ: IPLC, DPLC ແລະ ການໃຫ້ບໍລິການສູນຮັບຝາກຂໍ້ມູນ DATA Center ແລະ ແຜນພັດທະນາການບໍລິການດ້ານ 3G, 4G, 5G ແລະ ການບໍລິການດ້ານໂທລະສັບມືຖືແບບເຄື່ອນທີ່ດ້ວຍໝາຍເລກຫຼັກ 8, ການບໍລິການໂທລະພາບ IPTV ຈາກ 24 ຊ່ອງເປັນ 200 ຊ່ອງ, ພ້ອມກັບພັດທະນາ Application ທີ່ກ່ຽວຂ້ອງອື່ນໆ.

ຂໍຂອບໃຈຂໍ້ມູນຈາກ: https://laoedaily.com.la/2021/03/23/90900/?fbclid=IwAR2FK05ws6TQhbBSJXhEOmBnZ0qCIkQqy33gfJllvJEtrwuRZn5aC5JlZpk