ເກີດເຫດຄົນຮ້າຍໃຊ້ອາວຸດປືນກວາດຍິງທີ່ສະຖານບັນເທີງ LGBTQ+ ໃນລັດໂຄໂລຣາໂດ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ

LGBTQ+

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ເກີດເຫດຄົນຮ້າຍໄດ້ບຸກເຂົ້າໄປໃຊ້ອາວຸດປືນກວາດຍິງຜູ້ຄົນໃນ ໄນຄລັບ ທີ່ມີຊື່ວ່າ “Club Q” ເຊິ່ງເປັນສະຖານບັນເທີງຂອງກຸ່ມ LGBTQ+ ໃນເມືອງ ໂຄໂລຣາໂດສະປຣິງ ລັດໂຄໂລຣາໂດ ສະຫະລັດອາເມຣິກາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະບາດເຈັບອີກ 18 ຄົນ ໂດຍເຫດການນີ້ເກີດຂຶ້ນໃນຕອນກາງຄືນຂອງວັນເສົາ ທີ 19 ທີ່ຜ່ານມາ.

ການໂຈມຕີດັ່ງກ່າວເກີດຂຶ້ນໃນຂະນະທີ່ຜູ້ຄົນກໍາລັງຮ່ວມເຮັດກິດຈະກຳສະເຫຼີມສະຫຼອງວັນແຫ່ງການລະນຶກເຖິງຄົນຂ້າມເພດທີ່ຈັດຂຶ້ນໃນວັນທີ 20 ພະຈິກ ຂອງທຸກປີ ເພື່ອເປັນການໃຫ້ກຽດໃນການລະນຶກເຖິງຄົນຂ້າມເພດທີ່ເສຍຊີວິດຈາກການໃຊ້ຄວາມຮຸນແຮງ.

ຕໍ່ມາໃນວັນທີ 21 ພະຈິກ ສຳນັກຂ່າວ Reuters ໄດ້ລະບຸວ່າ ທາງດ້ານໂຄສົກສຳນັກງານຕໍາຫຼວດໂຄໂລຣາໂດສະປຣິງໄດ້ລາຍງານວ່າຂະນະນີ້ແມ່ນສາມາດຈັບກຸມຕົວຜູ້ຕ້ອງຫາພາຍໃນໄນຄລັບດັ່ງກ່າວພ້ອມກັບອາວຸດປືນສອງກະບອກໄດ້ແລ້ວ ແລະ ໄດ້ເຮັດການຄວບຄຸມຕົວເພື່ອເຮັດການສອບສວນເພີ່ມຕື່ມ. ຢ່າງໃດກໍຕາມເຈົ້າໜ້າທີ່ຕໍາຫຼວດຍັງບໍ່ໄດ້ລະບຸເຖິງແຮງຈູງໃຈຂອງການກໍ່ເຫດຄັ້ງນີ້ວ່າເປັນການກໍ່ເຫດມາຈາກຄວາມກຽດຊັງຫຼືບໍ່ ຫຼືມີຜູ້ຮ່ວມກໍ່ເຫດຫຼາຍກວ່າໜຶ່ງຄົນຫຼືບໍ່.

LGBTQ+

ພ້ອມນັ້ນ ສຳນັກງານຕໍາຫຼວດໂຄໂລຣາໂດສະປຣິງຍັງໄດ້ກ່າວຂອບໃຈລູກຄ້າ 2 ຄົນທີ່ໄດ້ຊ່ວຍເຂົ້າມາສະກັດມືປືນໃນການກໍ່ເຫດຄັ້ງນີ້ ຈາກຫຼັກຖານເບືື້ອງຕົ້ນແລະການສຳພາດຂອງຜູ້ເຫັນເຫດການໄດ້ຊີ້ໃຫ້ເຫັນວ່າຜູ້ຕ້ອງຫາ ໄດ້ຍ່າງເຂົ້າໄປໃນໄນຄລັບແລະກໍ່ເຫດກວາດຍິງທັນທີ ຂະນະກໍ່ເຫດກໍໄດ້ມີ 2 ພົນລະເມືອງດີເຂົ້າປະເຊີນໜ້າແລະຕໍ່ສູ້ກັບມືປືນຈົນທ້າຍສຸດກໍສາມາດຢຸດການກໍ່ເຫດໄດ້.

LGBTQ+

ດ້ານ Club Q ກໍໄດ້ອອກມາໂພສຂໍ້ຄວາມຜ່ານ Facebook ວ່າ ທາງຮ້ານຂໍສະແດງຄວາມເສຍໃຈກັບເຫຍື່ອຜູ້ເຄາະຮ້າຍແລະຄອບຄົວ ພ້ອມນັ້ນຍັງໄດ້ກ່າວຂອບໃຈລູກຄ້າຜູ້ກ້າຫານທີ່ພະຍາຍາມຢຸດມືປືນໃນເຫດການທີ່ເກີດຂຶ້ນ.

LGBTQ+

ຫຼັງຈາກເຫດການສະເທືອນຂວັນເກີດຂຶ້ນກໍໄດ້ມີຜູ້ຄົນໄດ້ເອົາດອກໄມ້, ສິ່ງຂອງແລະຂໍ້ຄວາມມາວາງໄວ້ໃນບໍລິເວນເກີດເຫດເພື່ອໄວ້ອາໄລແລະສະແດງຄວາມເສຍໃຈກັບຜູ້ເຄາະຮ້າຍທີ່ເສຍຊີວິດໃນເຫດການຄັ້ງນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/