ຮູ້ຈັກກັບ FAST-PETase ເອນໄຊມ໌ຊະນິດໃໝ່ທີ່ຈະຊ່ວຍລົດເວລາໃນການຍ່ອຍສະຫຼາຍ ຂີ້ເຫຍື້ອພລາສຕິກ ຈາກຫຼາຍປີ ໃຫ້ເຫຼືອພຽງບໍ່ເທົ່າໃດມື້

ຮູ້ຈັກກັບ FAST-PETase

ປັດຈຸບັນການກຳຈັດ ແລະ ຣີໄຊເຄິນ ຂີ້ເຫຍື້ອພລາສຕິກ ຍັງຄົງເປັນອີກໜຶ່ງບັນຫາໃຫຍ່ຂອງໂລກ ເນື່ອງຈາກວ່າການທີ່ຈະໃຫ້ຂີ້ເຫຍື້ອພລາສຕິກຍ່ອຍສະຫຼາຍຫາຍໄປຈາກໂລກນີ້ເອງຕາມທຳມະຊາດນັ້ນ ຕ້ອງໃຊ້ເວລາຫຼາຍລ້ານປີ. ແຕ່ເບິ່ງຄືວ່າຕໍໍ່ກັບບັນຫາດັ່ງກ່າວ ໂລກເຮົາຈະມີຄວາມຫວັງໃໝ່ອີກເທື່ອໜຶ່ງ ເມື່ອນັກວິໄຈຄົ້ນພົບວິທີຍ່ອຍສະຫຼາຍພລາສຕິກໃຫ້ສັ້ນລົງຈາກນັບ 100 ປີ ໃຫ້ເຫຼືອພຽງບໍ່ເທົ່າໃດມື້.

ໂດຍທີມວິໄຈຈາກມະຫາວິທະຍາໄລ ເທັກຊັສ ອອສຕິນ (University of Texas at Austin) ໄດ້ພັດທະນາ ເອນໄຊມ໌ ມະຫັດສະຈັນຊະນິດໃໝ່ທີ່ມີຊື່ວ່າ FAST-PETase ທີ່ຈະລົດເວລາໃນການຍ່ອຍສະຫຼາຍຂີ້ເຫຍື້ອພລາສຕິກ ເພື່ອຕໍ່ສູ້ກັບບັນຫາຂີ້ເຫຍື້ອພລາສຕິກທີ່ມີເຕັມໄປທົ່ວທຸກມຸມໂລກ ໃນປັດຈຸບັນ. ເທັກໂນໂລຢີດັ່ງກ່າວເປັນການ ພັດທະນາຕໍ່ຍອດມາຈາກ ເອນໄຊມ໌ຍ່ອຍພລາສຕິກທີ່ມີຢູ່ແລ້ວຕາມທຳມະຊາດທີ່ມີຊື່ວ່າ “PETase”

ຮູ້ຈັກກັບ FAST-PETase

ໂດຍເອນໄຊມ໌ FAST-PETase ນີ້ຈະຊ່ວຍໃຫ້ແບັກທີເຣຍສາມາດເຂົ້າໄປຍ່ອຍສະຫຼາຍພລາສຕິກໂດຍໃຊ້ວິທີ machine learning ໃຫ້ລະບົບຄອມພິວເຕີ ຮຽນຮູ້ດ້ວຍຕົນເອງເພື່ອລະບຸຊະນິດການປ່ຽນຮູບ 5 ຊະນິດ ທີ່ຈະເຮັດໃຫ້ການຍ່ອຍສະຫຼາຍພລາສຕິກເປັນໄປຢ່າງວ່ອງໄວ ພາຍໃຕ້ສະພາບແວດລ້ອມທີ່ແຕກຕ່າງກັນ ຈົນພລາສຕິກຢູ່ໃນສະພາບໂມເລກຸນພື້ນຖານ.

ຜົນການທົດສອບການໃຊ້ ເອນໄຊມ໌ ດັ່ງກ່າວພົບວ່າ ພລາສຕິກຊະນິດ PET ຫຼື ພລາສຕິກສະນິດໃສ ທີ່ມັກຈະຖືກນຳມາເຮັດເປັນຕຸກນໍ້າ ສາມາດຖືກຍ່ອຍສະຫຼາຍໄດ້ພາຍໃນອາທິດດຽວ ແລະ ບາງກໍລະນີກໍໃຊ້ເວລາພຽງ 24 ຊົ່ວໂມງເທົ່ານັ້ນ ເຊິ່ງແຕ່ກ່ອນ ພລາສຕິກຊະນິດນີ້ຕ້ອງໃຊ້ເວລາເປັນ 100 ປີ ເພື່ອຍ່ອຍສະຫຼາຍຕາມທໍາມະຊາດ

ຮູ້ຈັກກັບ FAST-PETase

ເອນໄຊມ໌ ຊະນິດນີ້ມີປະສິດທິພາບໃນການຍ່ອຍສະຫຼາຍໃນອຸນຫະພູມທີ່ຕໍ່າກວ່າ 50 ອົງສາ ແຖມພລາສຕິກ ທີ່ຍ່ອຍສະຫຼາຍໄປແລ້ວນັ້ນ ຍັງສາມາດນຳກັບມາຂຶ້ນຮູບເພື່ອສ້າງເປັນຜະລິດຕະພັນໃໝ່ ຜ່ານການໃຊ້ຂະບວນການທາງເຄມີ ໄດ້ອີກນຳ.

ຮູ້ຈັກກັບ FAST-PETase

ປັດຈຸບັນ ໂລກຂອງເຮົາມີການ ຣີໄຊເຄິນ ພລາສຕິກໄປພຽງ 9% ເທົ່ານັ້ນ ແລະ ວິທີໃນການຈັດການກັບ ພລາສຕິກມັກຈະເປັນການໃຊ້ວິທີເອົາດິນຖົມ ເຊິ່ງໃຊ້ເວລາໃນການຍ່ອຍສະຫຼາຍເປັນໄລຍະຫຼາຍປີ ຫຼືບໍ່ກໍໃຊ້ວິທີເຜົາເຊິ່ງມີຕົ້ນທຶນທີ່ສູງ ຕ້ອງໃຊ້ພະລັງງານຫຼາຍແຖມຍັງເປັນມົນລະພິດຕໍ່ສິ່ງແວດລ້ອມ. ການຄົ້ນພົບ ເອນໄຊມ໌ ຊະນິດໃໝ່ນີ້ ຈຶ່ງອາດເປັນໝຸດໝາຍສຳຄັນ ໃນການນຳໄປສູ່ທາງເລືອກໃນການຍ່ອຍສະຫຼາຍຂີ້ເຫຍື້ອພລາສຕິກ ທີ່ດີກວ່າໃນອະນາຄົດ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/