ຮູບເງົາ 4 ເລື່ອງທີ່ຈະເຮັດໃຫ້ເຂົ້າໃຈການເມືອງ ແລະ ສັງຄົມມຽນມາຫຼາຍຂຶ້ນ


ສະຖານະການທາງການເມືອງໃນປະເທດມຽນມາ ແມ່ນສິ່ງທີ່ທົ່ວໂລກກຳລັງເປັນຫ່ວງຫຼາຍ ຫຼັງຈາກກອງທັບມຽນມາໄດ້ເຮັດການລັດຖະປະຫານ ແລະ ມີການໃຊ້ກຳລັງກັບປະຊາຊົນທີ່ຮຸນແຮງຂຶ້ນ ສ່ວນຜູ້ຕິດຕາມຂ່າວກໍແມ່ນເຫັນໃຈ ແລະ ກັງວົນຕໍ່ເຫດການທີ່ເກີດຂຶ້ນສົມຄວນ ແຕ່ບັນດາທ່ານເຄີຍສົງໄສບໍ່ວ່າປະເທດມຽນມາມີຄວາມເປັນມາແນວໃດກວ່າຈະມາຮອດຈຸດນີ້ ຮູບເງົາ 4 ເລື່ອງຕໍ່ໄປນີ້ອາດຈະຊ່ວຍໃຫ້ບັນດາທ່ານໄດ້ເຂົ້າໃຈປະຫວັດສາດ, ການເມືອງ, ສັງຄົມ ແລະ ຄວາມຫຼາກຫຼາຍຂອງມຽນມາຫຼາຍຂຶ້ນກວ່າເກົ່າ.

The Lady

The Lady ຫຼື ຊື່ພາສາລາວ “ອອງຊານ ຊູຈີ ແມ່ຍິງຜູ້ທ້າທາຍອຳນາດ” ເປັນຮູບເງົາທີ່ສ້າງຈາກຊີວະປະຫວັດຂອງ ທ່ານນາງ ອອງຊານ ຊູຈີ ຜູ້ນຳແຫ່ງການຕໍ່ສູ້ເພື່ອຮຽກຮ້ອງເສລີພາບ ແລະ ເປັນຜູ້ນຳຂອງພັກ NLD, ໂດຍນຳສະເໜີ ການດຳລົງຊີວິດຂອງລາວໃນໄລຍະເວລາທີ່ກຳລັງເດີນທາງຈາກ ລາຊະອານາຈັກອັງກິດກັບມາມຽນມາ ເພື່ອຢ້ຽມຢາມຜູ້ເປັນມານດາທີ່ກຳລັງປ່ວຍ ແລະ ການເດີນທາງກັບມາມຽນມາຄັ້ງນີ້ກໍກາຍເປັນຈຸດສຳຄັນໃນຊີວິດຂອງລາວ ເພາະລາວໄດ້ເຂົ້າຮ່ວມສູ່ສະໜາມການເມືອງເພື່ອສານຕໍ່ອຸດົມການຂອງຜູ້ເປັນບິດາ ໂດຍມີສາມີ ເປັນຜູ້ທີ່ໃຫ້ກຳລັງໃຈ ແລະ ຊ່ວຍເຫຼືອ ຈົນທ່ານນາງ ອອງຊານ ຊູຈີ ໄດ້ຮັບຮາງວັນສັນຕິພາບ, ເຖິງແມ່ນວ່າຈະປະສົບພົບພໍ້ກັບອຸປະສັກຫຼາຍປະການ ແຕ່ລາວກໍສູ້ຈົນເຖິງທີ່ສຸດ.

ແນວໃດກໍຕາມ, ຮູບເງົາເລື່ອງນີ້ແມ່ນເນັ້ນໄປຫາເລື່ອງຂອງຊີວິດຄອບຄົວຂອງທ່ານນາງ ອອງຊານ ຊູຈີ ຫຼາຍກວ່າ ແຕ່ສິ່ງທີ່ເຫັນໄດ້ຢ່າງຊັດເຈນແມ່ນ ພາບຫຼັງຂອງການເມືອງມຽນມາທີ່ມີຄວາມສັບສົນວຸ່ນວາຍ ແລະ ການຕໍ່ສູ້ເພື່ອຮຽກຮ້ອງປະຊາທິປະໄຕ ເຮັດໃຫ້ທ່ານນາງ ອອງຊານ ຊູຈີ ໄດ້ກາຍເປັນຜູ້ປ່ຽນແປງການເມືອງມຽນມາຈົນທົ່ວໂລກໃຫ້ຄວາມສົນໃຈຢ່າງຫຼວງຫຼາຍ.

Soil Without Land

Soil Without Land ຫຼື ຊື່ພາສາລາວ “ດິນ ທີ່ປາສະຈາກ ແດນ” ເປັນຮູບເງົາທີ່ກຳກັບໂດຍ ທ່ານ ນົນທະວັດ ນຳເບນຈະພົນ ຜູ້ກຳກັບສັນຊາດໄທ ໂດຍຮູບເງົາເລື່ອງນີ້ເປັນຮູບເງົາສາລະຄະດີ ທີ່ຈະພາທຸກຄົນໄປຮູ້ຈັກກັບ ສູນລີ້ໄພຂອງໄທໃຫຍ່ໃນ ລັດສານ ເຂດຊາຍແດນ ມຽນມາ-ໄທ.

ສະຖານທີ່ແຫ່ງນີ້ແມ່ນຖືກປັບໃຫ້ເປັນສູນເຝິກຝົນກອງກຳລັງທະຫານກູ້ຊາດໄທໃຫຍ່. ຫຼັງຈາກປີ 1958 ໃນຂະນະທີ່ມຽນມາບໍ່ເຮັດຕາມສົນທິສັນຍາປາງໂຫຼງ ໃນການປົດປ່ອຍຊົນກຸ່ມນ້ອຍໃຫ້ມີອິດສະຫຼະໃນການປົກຄອງຕົນເອງ ແລະ ໄດ້ສົ່ງກອງທະຫານບຸກເຂົ້າຍຶດ ລັດສານ ເຊິ່ງໄດ້ເຮັດໃຫ້ ຜູ້ຄົນໄທໃຫຍ່ ແລະ ຊຸມຊົນກຸ່ມນ້ອຍອື່ນໆຖືກສັງຫານເປັນຈຳນວນຫຼາຍ ພວກເຂົາຈຶ່ງຈັດກອງກຳລັງຂຶ້ນເພື່ອຮັກສາດິນແດນຂອງຕົນ.

ທຳອິດຮູບເງົາຈະເນັ້ນໄປຫາຊີວິດຂອງ ຈາຍ ແສງ ລອດ ໄວໜຸ່ມຄົນໄທໃຫຍ່ທີ່ຫຼົບໜີເຂົ້າມາເຮັດວຽກໃນຮ້ານຄາລາໂອເກະໃນຊຽງໃໝ່ ແຕ່ຖືກເກນໄປເປັນທະຫານຕາມກົດລະບຽບທີ່ວ່າ ຜູ້ຊາຍໄທໃຫຍ່ທຸກຄົນຕ້ອງເປັນທະຫານໃນກອງກຳລັງກູ້ຊາດຢ່າງໜ້ອຍ 5 ປີ ເຮັດໃຫ້ຜູ້ຊົມເຫັນໄດ້ເຖິງການດຳລົງຊີວິດໃນຄ້າຍທະຫານໃນປ່າ ຈົນໄດ້ເຫັນເຖິງຄວາມຮູ້ສຶກນຶກຄິດຂອງທະຫານກ່ຽວກັບອຸດົມການການເມືອງ ຄວາມເຈັບປວດໃນອະດີດທີ່ເຮັດໃຫ້ເຂົາໄດ້ອອກມາຈັບອາວຸດຕໍ່ສູ້ເພື່ອເອກະລາດ.

Silence In Mrauk Oo

ຮູບເງົາສັ້ນ ຄວາມຍາວ 14 ນາທີ ຈາກຜູ້ກຳກັບມຽນມາຊື່ Than Kyaw Htay ແລະ Thadi Htar ທີ່ໄດ້ຮັບຮາງວັນຈາກເທສະການຮູບເງົາໃນ Watham Film Festival ຄັ້ງທີ 8 ໂດຍໄດ້ແຮງບັນດານໃຈຈາກເຫດການປະທ້ວງໃນເມືອງ ມະຣັກອູ ໃນລັດຍະໄຂ່ ຂອງມຽນມາທີ່ເກີດຂຶ້ນໃນປີ 2018 ເພື່ອລະນຶກໃຫ້ເຫັນເຫດການທີ່ກອງທັບມຽນມາເຂົ້າຍຶດຄອງອານາຈັກອາຣະກັນ. ເນື້ອໃນເວົ້າເລື່ອງ ຈິດຕະກອນໜຸ່ມທີ່ເດີນທາງກັບບ້ານເກີດເພື່ອຊອກຫາຄວາມຈິງກ່ຽວກັບການເສຍຊີວິດຂອງຜູ້ເປັນບິດາ ເຂົາສອບຖາມຜູ້ຄົນທີ່ສາມາດໃຫ້ຂໍ້ມູນທີ່ກ່ຽວກັບເຫດການຄັ້ງນັ້ນໄດ້ ຈົນໄປພົບກັບລຸງທີ່ບວດເປັນພຣະ ແຕ່ສຸດທ້າຍເຂົາກໍບໍ່ພົບຄຳຕອບທີ່ແທ້ຈິງ.

This Land Is Our Land

ຮູບເງົາເລື່ອງນີ້ເປີດໂຕຄັ້ງທຳອິດໃນປີ 2013 ເຊິ່ງຖ່າຍທອດຊີວິດຂອງຜູ້ເປັນຊາວນາຄົນມຽນມາໃນເຂດ ມາເກວ ໃນ ລັດສານ ທີ່ຕ້ອງພົບກັບຄວາມທຸກຍາກລຳບາກໃນການຈະປັກຫຼັກເທິງແຜ່ນດິນຂອງຕົນ.

ຊາວນາ 5 ຄົນປະສົບບັນຫາທີ່ແຕກຕ່າງກັນອອກໄປ ທັງການສູນເສຍນາຂອງຕົນເນື່ອງຈາກລັດຖະບານປະກາດວ່າພື້ນທີ່ຕອນນັ້ນເປັນເຂດປ່າສະຫງວນໂດຍບໍ່ບອກກ່າວ ອີກຄົນໜຶ່ງຖືກຍຶດບາງສ່ວນ ເຊິ່ງໄດ້ຄ່າຊົດເຊີຍແຕ່ໜ້ອຍດຽວ, ບັນຫາລາຍໄດ້ທີ່ບໍ່ສາມາດລ້ຽງຄອບຄົວໄດ້ຈົນຕ້ອງລັກເຂົ້າໄປຕັດໄມ້ມາເຮັດຟືນຂາຍ, ບັນຫານ້ຳຖ້ວມບ້ານຈົນບໍ່ມີສະຖານທີ່ປູກຝັງ ແລະ ການຂຸດຄົ້ນຖ່ານຫີນທີ່ເປັນຜົນກະທົບຕໍ່ຂົງເຂດນັ້ນ. ເຖິງແມ່ນວ່າຈະມີສະຖານະການລຳບາກແນວໃດ ຊາວນາ 5 ຄົນກໍຍັງຢັ້ງຢືນທີ່ຈະຢູ່ເທິງແຜ່ນດິນຂອງພວກເຂົາຕໍ່ໄປ.

ທີ່ມາ: https://www.prachachat.net/spinoff/entertainment/news-633020

ພາບຈາກ: prachachat