ຊານະ ມະນີຜົນ ພະເອກເອັມວີ, ນາຍແບບກໍເປັນມາແລ້ວ ປັດຈຸບັນໄດ້ເຊັນສັນຍາເປັນນັກເຕະ ຂອງສະໂມສອນ ເອັຟຊີ ຈັນທະບູລີ


ໜຸ່ມ ຊານະ ມະນີຜົນ ນັກກິລາກອງກາງ ແຂວງຫຼວງພະບາງ ຜ່ານມາລາວມີຜົນງານຕ່າງໆທີ່ຫຼາກຫຼາຍ ເພາະນອກຈາກຈະເປັນຄົນທີ່ມັກໃນວົງການບານເຕະຕັ້ງແຕ່ຍັງນ້ອຍແລ້ວ ໃຫຍ່ມາກໍສາມາດເປັນທັງນັກກິລາຂອງແຂວງ ພ້ອມທັງໄດ້ເປັນທັງພະເອກເອັມວີ, ເປັນພີເຊນເຕີ ໃຫ້ກັບຜະລິດຕະພັນຕ່າງໆ ລວມທັງເປັນນາຍແບບອີກດ້ວຍ ແລະ ໃນປັດຈຸບັນກໍໄດ້ເຊັນສັນຍາ ເປັນນັກກິລາບານເຕະຂອງສະໂມສອນ ເອັຟຊີ ຈັນທະບູລີ ເປັນທີ່ຮຽບຮ້ອຍແລ້ວ.

ໄລຍະເວລາທີ່ຜ່ານມາ ຊານະ ປັບປຸງຕົນເອງ, ໝັ່ນເຝິກຊ້ອມ ພ້ອມພັດທະນາຕົນເອງຢ່າງສະໝໍ່າສະເໝີ ບໍ່ວ່າຈະເປັນການໄປສະໝັກເຕະຟຸດຊໍໃນການແຂ່ງຂັນ, ສະແດງໃຫ້ເຫັນຢ່າງຈະແຈ້ງເລີຍວ່າ ໜຸ່ມຄົນນີ້ ນອກຈາກມີຊື່ສຽງແລ້ວ ຍັງບໍ່ຍອມຢຸດພັດທະນາຕົນເອງ. ສະນັ້ນ ບໍ່ແປກໃຈເລີຍວ່າ ຫຼາຍຄົນຊົມເຊີຍ ແລະ ຕິດຕາມຜົນງານຂອງລາວຢູ່ສະເໝີ.

ສ່ວນຜູ້ໃດທີ່ມັກ ແລະ ຢາກຈະໄປໃຫ້ກຳລັງໃຈລາວ ບໍ່ວ່າຈະເປັນຍິງ ຫຼື ຊາຍ ກໍສາມາດໄປຮັບຊົມ ພ້ອມເຊຍລາວໄດ້ ໃນການແຂ່ງຂັນກິລາບານເຕະ ເປບຊີ ລາວລີກ1  ປະຈຳປີ 2021 ເຊິ່ງລາຍລະອຽດສາມາດເບິ່ງເພີ່ມຕື່ມໄດ້ທີ່ ສະໂມສອນ FC Chanthabouly/LAO Toyota FC ຫຼື ສາມາດຕິດຕາມລາຍອຽດທາງເຟສບຸກ Lao Premier League ແລະ ຖ້າຫາກວ່າບໍ່ສະດວກໄປຊົມໄປເຊຍກໍສາມາດເບິ່ງຖ່າຍທອດສົດໄດ້ທີ່: https://mycujoo.tv/en/national/lao-football-federation-w9xgcz ສະໜາມກິລາທີ່ຈະເຕະແມ່ນ ເດີ່ນກິລາກອງທັບ (Army Stadium) ແລະ ເດີ່ນກິລາກາງ ມຊ (Noul Stadium).

ຊານະ ມະນີຜົນ ຖືວ່າເປັນໜຸ່ມນ້ອຍ ທີ່ມີຄວາມສາມາດທາງດ້ານກິລາ ແລະ ວົງການບັນເທີງ, ເຊິ່ງມີຄົນຮູ້ຈັກກັນຫຼາຍໃນການແຂ່ງຂັນບານເຕະ ຄົບຮອບວັນຊາດທີ 2 ທັນວາ ປີ 2020 ທີ່ຜ່ານມາ, ເຮັດໃຫ້ຫຼາຍຄົນຕິດຕາມຫຼາຍຂຶ້ນເປັນຕົ້ນມາ. ຫຼັງຈາກນັ້ນ ຊານະ ກໍໝັ່ນເຝິກຊ້ອມຕະຫຼອດ ເມື່ອມີເວລາປະກາດຫານັກເຕະແຂ່ງຂັນໃນລາຍການຕ່າງໆ ຊານະ ກໍໄດ້ໄປສະເໜີຊື່ ແລະ ຍັງໄດ້ໄປສະໝັກເປັນນັກກິລາຟຸດຊໍນຳອີກດ້ວຍ. ຊານະ ບໍ່ຍອມແພ້ ບໍ່ຍອມທີ່ຈະຢູ່ຊື່ໆ ພັດທະນາໂຕເອງຢູ່ສະເໝີ ພ້ອມທັງເອົາຄຳດູໝິ່ນຈາກບຸກຄົນອື່ນໆ ນຳມາເປັນແຮງຊຸກຍູ້ໃຫ້ຕົນເອງ.

ຊານະ ມະນີຜົນ ປັດຈຸບັນແມ່ນສຶກສາທີ່ມະຫາວິທະຍາໄລແຫ່ງຊາດ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ປີ1) ເມື່ອເວລາທີ່ມີການແຂ່ງຂັນບານເຕະໃນມະຫາໄລ ຊານະ ກໍມີສ່ວນປະກອບເຂົ້າໃນງານການແຂ່ງຂັນ ເປັນທັງນັກເຕະຂອງຄະນະ ພ້ອມທັງຍັງເປັນນາຍແບບຈັບປ້າຍອີກດ້ວຍ, ໃນການເຕະບານ ຊານະ ຍັງໄດ້ເຕະລູກຟຣີຄິກເກືອບເຄິ່ງສະໜາມ ມີໄລຍະຫ່າງໄກຫຼາຍ ແຕ່ຊານະ ກໍເຕະເຂົ້າປະຕູໄດ້.

ຊານະ ມະນີຜົນ ມັກເຕະບານເປັນຊີວິດຈິດໃຈ ແລະ ຮັກມາແຕ່ນ້ອຍຈົນໃຫຍ່ ພ້ອມມີນັກເຕະໃນດວງໃຈກໍຄື: ໂຣນາໂດ້, ສະໄໝ ປ.5 ຊານະ ມັກເບິ່ງເຕະບານ ແຕ່ບໍ່ມັກເຕະ ເມື່ອມີໝູ່ຢອກລາວເລື່ອງເຕະບານ ໃນຕອນນັ້ນຊານະ ຄິດໄດ້ວ່າຈະຕ້ອງພິສູດໃຫ້ໝູ່ຮູ້ວ່າຕົນກໍສາມາດເຕະບານໄດ້, ຊານະ ມີລຸງທີ່ເປັນເຖິງອະດີດນັກເຕະທີມຫຼວງພະບາງ ຈຶ່ງເຮັດໃຫ້ຊານະຫັນມາເປັນນັກເຕະ ແລະ ເຝິກຊ້ອມໃນແຕ່ລະມື້ຢ່າງດຸໝັ່ນຂະຫຍັນພຽນ ອອກກຳລັງເພີ່ມກ້າມເນື້ອຢ່າງສະໝໍ່າສະເໝີ ຫຼັງຈາກຮຽນກໍຈະກັບມາເຝິກຊ້ອມຢູ່ສະໜາມສະເໝີ, ສຳລັບການຮຽນ ຊານະ ໄດ້ແບ່ງເວລາຢ່າງຖືກຕ້ອງ ແລະ ເປັນລະບຽບ.

ຕອນຢູ່ ມ.2 ໄດ້ເຕະໃຫ້ກັບທີມໂຮງຮຽນໃນປີ 2013 ມາຮອດ ມ.4 ໄດ້ເລີ່ມເປັນຕົວຈິງຂອງທີມໂຮງຮຽນຢ່າງເປັນທາງການ ຫຼັງຈາກນັ້ນກໍໄດ້ໄປເຕະໃນນາມສະໂມສອນ ໄດ້ເຂົ້າອະຄາເດມີ່ ຢູ່ຫຼວງພະບາງແລ້ວກໍໄດ້ໄປແຂ່ງຂັນທີ່ອຸດົມໄຊໃນປີ 2017 ເຊິ່ງກໍໄດ້ແຊ້ມມາ ເຊິ່ງມີ 4 ແຂວງພາກເໜືອ, ໃນການແຂ່ງຂັນທີ່ຫຼວງພະບາງກໍໄດ້ຕິດທີມທະນາຄານ ເຊິ່ງໄດ້ອັນດັບທີ 2 ແລະ ກໍໄດ້ໄປແຂ່ງຂັນທີ່ແຂວງບໍ່ແກ້ວ  ກິລາ 5 ແຂວງພາກເໜືອ ແລ້ວກໍໄດ້ແຊ້ມກັບມາ.

ນອກຈາກນີ້ ຊານະ ຍັງເຝິກຝົນຫຼໍ່ຫຼອມຕົນເອງກ່ຽວກັບວົງການບັນເທີງ ເພາະອ້າຍຂອງລາວກໍເປັນເຖິງຜູ້ກຳກັບໜັງ ຖ້າຫາກມີໂອກາດກໍອາດຈະລອງຫຼິ້ນຊີຣີ, ເມື່ອມໍ່ໆມານີ້ ຊານະ ຍັງໄດ້ເປັນໜຸ່ມຮັອດແຫ່ງປີອີກດ້ວຍ. ທັດສະນະຄະຕິຂອງຊານະຄື: ເຮັດໃຫ້ເຕັມທີ່ໃນແຕ່ລະມື້ ຄິດດີເຮັດດີ ຖ້າເຮົາຄິດດີກັບທຸກຄົນ ທຸກສິ່ງທຸກຢ່າງທີ່ຢູ່ອ້ອມຂ້າງກໍຈະດີເອງ.

ຂອບໃຈຂໍ້ມູນຈາກ:
https://fb.watch/4xjvTtk–Q/
https://fb.watch/4xjyPB2pYJ/
https://fb.watch/4xjC25agIt/
Sport Update