ຮີໂຣ້ໃນຊີວິດຈິງ!!! Robert Downey jr. (ໄອຣອນແມນ) ເປີດກອງທຶນປົກປ້ອງໂລກ ພັດທະນາເທັກໂນໂລຢີຊ່ວຍສິ່ງແວດລ້ອມ


ໃຜທີ່ເປັນແຟນຮູບເງົາ Super Hero ຕ້ອງຮູ້ຈັກເລື່ອງ Iron Man ຊຸດເກາະທີ່ເປັນເທັກໂນໂລຢີລ້ຳສະໄໝໄວ້ປົກປ້ອງໂລກຈາກຜູ່ຄິດຮ້າຍແນ່ນນອນ! ແລະ ຜູ່ທີ່ຮັບບົດສະແດງເປັນ Iron Man ນັ້ນກໍແມ່ນ Robert Downey jr. ຂວັນໃຈຂອງຫຼາຍໆຄົນໃນບົດ Tony Stark ເຊິ່ງຫຼ້າສຸດແມ່ນບໍ່ໄດ້ເປັນພຽງຮີໂຣ້ໃນຈໍເທົ່ານັ້ນ! ລາວໄດ້ສ້າງຕັ້ງກອງທຶນເພື່ອສະໜັບສະໜູນການສ້າງນະວັດຕະກຳຕໍ່ຕ້ານໄພຄຸກຄາມຕໍ່ສິ່ງແວດລ້ອມທີ່ກຳລັງຈະເກີດຂຶ້ນກັບໂລກ!!!!

ໂຄງການດັ່ງກ່າວມີຊື່ວ່າ Downey’s FootPrint Coalition ເຊິ່ງສິ່ງທີ່ລາວຕ້ອງການແມ່ນ ການຍຸຕິການຕັດໄມ້ທຳລາຍປ່າ ແລະ ບັນຫາເລື່ອງໄມໂຄຣພລາສຕິກ, ເມື່ອອາທິດທີ່ຜ່ານມາ ລາວໄດ້ກ່າວໄວ້ວ່າ ກອງທຶນມີເປົ້າໝາຍເພື່ອສ້າງເທັກໂນໂລຢີທີ່ລ້ຳສະໄໝ ທີ່ຈະມາຮັບມືກັບຄວາມທ້າທາຍດ້ານສິ່ງແວດລ້ອມທີ່ໃຫຍ່ທີ່ສຸດໃນໂລກ.

ທາງໂຄງການບອກວ່າຕ້ອງການລົງທຶນກັບອາຫານ, ເທັກໂນໂລຢີການກະສິກຳ, ຜະລິດຕະພັນ,​ ບໍລິການສຳລັບຜູ່ບໍລິໂພກທີ່ເນັ້ນຄວາມຍືນຍົງ,  ພະລັງງານ, ການຂົນສົ່ງ, ວັດສະດຸ ແລະ ເທັກໂນໂລຢີອຸດສາຫະກຳ, ການສຶກສາ ແລະ ສື່ດ້ານສິ່ງແວດລ້ອມຂັ້ນສູງ. ໂດຍກ່ອນໜ້ານີ້ພວກເຂົາໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜຸນ Ynsect ທີ່ເພາະພັນໜອນນົກ ແລະ Cloud paper ທີ່ເອົາໄມ້ໄຜ່ມາຜະລິດເປັນເຈ້ຍທິດຊູໃນຫ້ອງນ້ຳ.

ທີ່ມາ: https://www.reuters.com/article/us-davos-meeting-robert-downey-jr/iron-man-downey-launches-funds-in-environmental-fight-idUSKBN29W2JP?fbclid=IwAR1y49noMahAXzrEoE8l2GdQPtVUobltFWLvzYGuHlrTyNhSqhflzQ-lvYE