ນຳກັນມາຕິດໆກັບຕະກຸນ Smart Watch ຫຼ້າສຸດ OnePlus ກໍກຽມລຸຍຕະຫຼາດ Smart Watch ກັບເຂົາແລ້ວ ຫຼັງກ່ອນໜ້ານີ້ໄດ້ເປີດຕົວ OnePlus Band ສາຍຮັດຂໍ້ມືອັດສະລິຍະໄປ ໂດຍຫຼ້າສຸດຕອນນີ້ກໍມີຄົນຕາດີສ່ອງພົບກັບສິດທິບັດທີ່ OnePlus ໄດ້ໄປຈົດໄວ້ກັບຄະນະກຳມະການໃນປະເທດເຢຍລະມັນ ຄາດວ່າອັນນີ້ໜ້າຈະເປັນ Design ໃໝ່ຂອງ OnePlus Watch.
ໂດຍ OnePlus ໄປຍື່ນສິດທິບັດ Design Smart Watch ຂອງພວກເຂົາກັບ German Patent & Trademark Office (GPTO) ເຊິ່ງຈາກຮູບຈະເຫັນວ່າ OnePlus Watch ຈະມາພ້ອມກັບໜ້າຈໍມົນຄ້າຍຄືກັບ Galaxy Watch3 ຂອງ Samsung.
OnePlus Watch ຈະມາພ້ອມກັບປຸ່ມກົດ 2 ປຸ່ມຢູ່ຂ້າງ ສຳລັັບກົດສັ່ງໃຊ້ງານຕົວໂມງ ແລະ ທາງດ້ານລຸ່ມຂອງຕົວໂມງຈະມີເຊັນເຊີທີ່ຄາດວ່າໜ້າຈະນຳມາໃຊ້ກັບການວັດແທກອັດຕາການເຕັ້ນຂອງຫົວໃຈ, ວັດຄວາມໜາແໜ້ນຂອງເລືອດ ແລະ ວັດຄວາມດັນນັ້ນເອງ ໂດຍບ່ອນສາກຈະໃຊ້ເປັນແບບແມ່ເຫຼັກຄືກັບໂມງອັດສະລິຍະສ່ວນຫຼາຍໃນຕະຫຼາດ ໂດຍແຫຼ່ງຂ່າວເຜີຍວ່າຮູບທີ່ຫຼຸດມານີ້ອາດຈະເປັນ OnePlus Watch ຮຸ່ນ Sport Edition.

ຄາດການວ່າໃນປີນີ້ OnePlus ຈະເປີດຕົວ Smart Watch ທັງໝົດ 2 ຮຸ່ນ ແບ່ງເປັນຮຸ່ນທີ່ໃຊ້ໜ້າຈໍມົນຄືໃນຂ່າວກັບອີກຮຸ່ນຈະເປັນແບບຫຼ່ຽມໆ ຄືກັບ Apple Watch ນັ້ນເອງ ໂດຍເຊື່ອວ່າ OnePlus ໜ້າຈະຂົນ Smart Watch ສອງຮຸ່ນທຳອິດຂອງທາງບໍລິສັດມາເປີດຕົວໃນຊ່ວງເດືອນມີນາທີ່ຈະມາຮອດນີ້.
ຂອບໃຈຂໍ້ມູນຈາກ: