ແສງປະເສີດ ທ່ຽງຈັນໄຊ ໃນໄລຍະຂອງໂຄວິດ-19 ໄດ້ໃຊ້ເວລາໃຫ້ເປັນປະໂຫຍດ ຊອກຫາຄວາມຮູ້ ຈົນມີທຸລະກິດເປັນຂອງຕົນເອງ


ນາງ ແສງປະເສີດ ທ່ຽງຈັນໄຊ ອາຍຸ 20 ປີ, ເປັນນັກສຶກສາປະລິນຍາຕີ ຄະນະເສດຖະສາດຂອງມະຫາວິທະຍາໄລແຫ່ງຊາດ Greenwich ປະເທດອັງກິດ, ຫຼັງຈາກທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ກໍບໍ່ສາມາດກັບໄປສຶກສາຕໍ່ໄດ້ອີກ ແຕ່ໄດ້ຮຽນຜ່ານອອນລາຍກັບທາງມະຫາວິທະຍາໄລ.

ນາງ ແສງປະເສີດ ມັກເຮັດເຂົ້າໜົມຫຼາຍຊະນິດໃນເວລາທີ່ລາວວ່າງ ແລະ ລາວກໍມັກກິນເຕົ້າຮວຍຢູ່ແລ້ວ ພ້ອມທັງມັກຊິມເຂົ້າໜົມພື້ນບ້ານຢູ່ສະເໝີ, ສ່ວນໜຶ່ງກໍຢາກຈະໃຊ້ເວລາພັກຮຽນນີ້ໃຫ້ເປັນປະໂຫຍດ. ຫຼັງຈາກນັ້ນລາວຈຶ່ງນໍາເອົາໝາກພ້າວຢູ່ທີ່ສວນຂອງແມ່ລາວເອງ ທີ່ມີຄວາມຫອມຫວານ, ມີເອກະລັກສະເພາະ ແລະ ປອດສານພິດ ມາແປຮູບເປັນຜະລິດຕະພັນເຕົ້າຮວຍໝາກພ້າວນໍ້າຫອມຂຶ້ນ. ຫຼັງຈາກທີ່ໄດ້ລອງເຮັດລາວໄດ້ໃຫ້ທາງຄອບຄົວຊິມກ່ອນ ແລ້ວຈຶ່ງນໍາມາພັດທະນາຈໍາໜ່າຍເປັນຜະລິດຕະພັນ.

ປັດຈຸບັນໄດ້ຈໍາໜ່າຍຜ່ານສື່ອອນລາຍທາງ Facebook (ເຕົ້າຮວຍໝາກພ້າວນໍ້າຫອມ “ສວນແມ່” Suan Mae Coconut Pudding) ເຊິ່ງໄດ້ຂາຍດີເກີນຄາດ ແລະ ໄດ້ຮັບຄວາມນິຍົມ ພ້ອມທັງມີຍອດການສັ່ງຊື້ແບບບໍ່ຂາດສາຍ.

ເຕົ້າຮວຍໝາກພ້າວນໍ້າຫອມ ສວນແມ່ ແມ່ນມີລົດຊາດຫອມ, ບໍ່ຫວານຫຼາຍ, ບໍ່ໃສ່ກະທິບໍ່ມີສານກັນບູດ, ສາມາດເກັບໄວ້ໃນຕູ້ເຢັນໄດ້ເຖິງ 4-5 ວັນ ແລະ ມີສູດໃໝ່ເພີ່ມຂຶ້ນແລ້ວຄື: ສູດສະໝຸນໄພຕ່າງໆ, ສູດອັນຊັນ, ສູດໃບເຕີຍ. ລາຄາ 7,000 ຕໍ່ 1 ຈອກ, ສົ່ງຟຣີໃນຕົວເມືອງ ຫຼື ສາມາດໂທສັ່ງທີ່ເບີ 020 5632 8222.

ນັບໄດ້ວ່າເປັນບຸກຄົນທີ່ມັກຮັກໃນການເຮັດເຂົ້າໜົມ ຈົນສາມາດນໍາມາເຮັດເປັນທຸລະກິດສ່ວນຕົວໄດ້ ພ້ອມທັງສ້າງລາຍຮັບເຂົ້າໃນຄອບຄົວອີກດ້ວຍ, ເປັນແບບຢ່າງທີ່ດີຫຼາຍໃຫ້ກັບທຸກຄົນ ສະແດງໃຫ້ເຫັນຢ່າງຊັດເຈນວ່າ ແສງປະເສີດ ເປັນໄວໜຸ່ມນ້ອຍຄົນໜຶ່ງທີ່ຄົນຍ້ອງຍໍສັນລະເສີນ ເພາະອາຍຸຍັງນ້ອຍແຕ່ມີທຸລະກິດເປັນຂອງຕົນເອງ.

ສຸດທ້າຍນີ້ ກໍຢາກຈະຂໍໃຫ້ທຸກຄົນຫັນມານຳໃຊ້ຜະລິດຕະພັນຂອງຄົນລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນ, ມີຊື່ສຽງດັງກ້ອງໄປໄກ ແລະ ທາງຮ້ານເອງກໍຈະບໍ່ຢຸດຢັ້ງທີ່ຈະພັດທະນາ ພ້ອມທັງຈະປັບປຸງແກ້ໄຂສິນຄ້າ ໃຫ້ດີຂຶ້ນເລື້ອຍໆ. ນອກຈາກນີ້ ທາງຮ້ານກໍຍັງຈະນໍາເອົາຄໍາຄິດເຫັນຕ່າງໆ ຂອງລູກຄ້າມາປັບປຸງ ເພື່ອສ້າງຄວາມເຊື່ອໝັ້ນ ຍົກລະດັບສິນຄ້າໃຫ້ເພີ່ມຂຶ້ນກວ່າເກົ່າ ພ້ອມທັງຂອບໃຈມາຍັງລູກຄ້າທຸກທ່ານທີ່ໃຫ້ການສະໜັບສະໜູນສະເໝີມາ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/laostartv/videos/735369390513901

https://www.facebook.com/watch/?ref=saved&v=670178010588253

https://www.facebook.com/permalink.php?story_fbid=969056630236239&id=271226383352604

ຂອບໃຈຮູບພາບຈາກ:

https://www.facebook.com/sengpasert.thiengchanhxay/posts/4956979891042557:2