ສັນຕິ ນິນທາວັນ ເປັນອີກໄວໜຸ່ມຜູ້ຫຼົງຮັກການແຕ້ມເປັນຊີວິດຈິດໃຈຕັ້ງແຕ່ຍັງຮຽນຢູ່ປະຖົມ ຈຸດເລີ່ມຕົ້ນແມ່ນມາຈາກການເບິ່ງກາຕູນແລ້ວເກີດຈາກຄວາມສົງໄສໃນຕົວລະຄອນວ່າເປັນຫຍັງຈຶ່ງງາມ. ຫຼັງຈາກນັ້ນ ກໍໄດ້ລອງແຕ້ມມາເລື້ອຍໆ ແລະ ປັດຈຸບັນ ກໍສາມາດສ້າງເປັນລາຍໄດ້. ຈຸດເດັ່ນຂອງລາວ ຈະມີຄວາມເປັນເອກະລັກດ້ານລວດລາຍໃນການແຕ້ມທີ່ມີຄວາມລະອຽດອ່ອນ ເຮັດໃຫ້ຄົນທີ່ເຫັນຫຼົງໃຫຼໄປກັບສີມືຂອງລາວແບບບໍ່ຄາດສາຍຕາ. ຜ່ານມາແມ່ນໄດ້ແຕ້ມຮູບ Christina Lasasimma ເປັນຜົນງານທີ່ລາວມັກເປັນພິເສດ ພ້ອມທັງໄດ້ຜົນຕອບຮັບທີ່ດີຈາກສັງຄົມອີກດ້ວຍ.
![ສັນຕິ ນິນທາວັນ](https://laox.la/wp-content/uploads/2023/03/334946604_906387933941666_7931235227909502321_n-1024x977.jpg)
1.ມີຄວາມເປັນມາແນວໃດຈຶ່ງມັກແຕ້ມຮູບ?
ຢ້ອນກັບໄປຕອນອາຍຸຍັງນ້ອຍ ຮຽນ ປ.4 – ປ.5 ໄດ້ເບິ່ງກາຕູນເລື່ອງໜຶ່ງກໍເລີຍມັກກາຕູນເລື່ອງນັ້ນຫຼາຍ ແລ້ວມີຮູບແຕ້ມຕົວລະຄອນໃນເລື່ອງນັ້ນ ເປັນພາບປະກອບຂຶ້ນມາ ກໍເລີຍມີຄວາມສຶກວ່າ ໂອ! ຮູບແຕ້ມມັນເປັນແນວນີ້ຫວາ ມັນຄືຄັກຄືງາມແທ້ ຕົນເອງກໍເລີຍມີຄວາມຢາກແຕ້ມເປັນຄືກັບທີ່ເຫັນ ແລະ ຈຸດນັ້ນເອງທີ່ເຮັດໃຫ້ຕົນເອງແຕ້ມຮູບມາເຖິງທຸກມື້ນີ້.
2.ແຕ້ມຮູບປະເພດໃດແດ່?
ສະເພາະຮູບເໝືອນຈິງ ຈະແຕ້ມໝົດເລີຍ ຫຼື ຮູບທີ່ເຮົາເບິ່ງເຫັນ ແລະ ສຳຜັດໄດ້ ຕົວຢ່າງ: ຮູບເໝືອນ ຄົນ, ສັດ, ທຳມະຊາດ ເປັນຕົ້ນ.
![ສັນຕິ ນິນທາວັນ](https://laox.la/wp-content/uploads/2023/03/335013287_588277886274716_728244071405968274_n-640x1024.jpg)
3.ປົກກະຕິຮັບແຕ້ມຮູບແບບໃດ?
ທຸກມື້ນີ້ສ່ວນໃຫຍ່ແລ້ວແມ່ນຮັບແຕ້ມຮູບເໝືອນ (ຄົນ).
4.ຜ່ານມາເຄີຍປະກວດຫຍັງ ຫຼື ມີຜົນງານຫຍັງທີ່ມັກເປັນພິເສດ?
ເລື່ອງປະກວດ ບໍ່ເຄີຍເນາະ ເພາະສ່ວນຕົວແລ້ວ ບໍ່ຄ່ອຍມັກເລື່ອງການປະກວດ ສຳລັບຜົນງານທີ່ມັກ ແມ່ນຜົນງານຫຼ້າສຸດທີ່ແຕ້ມເອື້ອຍ Christina Lasasimma ທີ່ມັກເປັນພິເສດເລີຍ.
![ສັນຕິ ນິນທາວັນ](https://laox.la/wp-content/uploads/2023/03/335110284_162459539582613_4878741021052491292_n.jpg)
5.ສຳລັບເຈົ້າແລ້ວ ງານສິລະປະມີສະເໜ່ຄືແນວໃດ?
ສຳລັບງານສິລະປະ ແມ່ນງານທີ່ພິເສດຢ່າງໜຶ່ງຄື ບໍ່ແມ່ນວ່າຄົນບໍ່ມັກແລ້ວມາຮຽນ ຫຼື ມັກແລ້ວຮຽນ ຫຼື ເຈົ້າຈະສ້າງສິ່ງໃດຂຶ້ນມາກໍຕາມ ແຕ່ທີ່ສໍາຄັນຄືຜູ້ທີ່ຈະສ້າງສັນຜົນງານ ເຂົ້າເຈົ້າໄດ້ມີການກໍານົດທຸກສິ່ງທຸກຢ່າງທີ່ສິລະປິນໄດ້ພົບໄດ້ເຫັນມາ ແລ້ວຖ່າຍທອດອອກມາເປັນຜົນງານ ແລະ ສື່ອອກໄປໃຫ້ສັງຄົມໄດ້ຮັບຮູ້ວ່າ ນີ້ແມ່ນງານສິລະປະທີ່ມີຄ່າ ແລະ ບໍ່ແມ່ນສິ່ງທີ່ທຸກຄົນຈະເຮັດໄດ້. ສະນັ້ນ ສະພາບແວດລ້ອມທີ່ເຮົາເຫັນຢູ່ອ້ອມຕົວເຮົາ ກໍຖືໄດ້ວ່າເຕັມໄປດ້ວຍສິລະປະ ເຊັ່ນ: ຕຶກອາຄານບ້ານເຮືອນ, ເຄື່ອງໃຊ້ພາຫະນະຕ່າງໆ ຖ້າບໍ່ມີສິລະປະເຂົ້າໄປໃນການສ້າງ ຫຼື ການໃຊ້ຊີວິດຂອງມະນຸດເຮົາ ໂລກເຮົາກໍຈະບໍ່ມີຄວາມໝາຍຫຍັງເລີຍ ນີ້ແຫຼະສະເໜ່ຂອງສິລະປະ.
![ສັນຕິ ນິນທາວັນ](https://laox.la/wp-content/uploads/2023/03/332162443_3073840742915894_211335838449904851_n-727x1024.jpg)
ຂອບໃຈບົດສຳພາດໂດຍ: Santi Ninthavanh
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/