ຄັ້ງທໍາອິດ ໃນຮອບຫຼາຍເດືອນ! ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງເດືອນ ກຸມພາ 2023 ສປປ ລາວ ເກີນດຸນການຄ້າ 48 ລ້ານໂດລາ

ຄັ້ງທໍາອິດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 2 ປີ 2023 ບັນລຸໄດ້ ປະມານ 962 ລ້ານໂດລາ. ໃນນີ້, ມູນຄ່າການສົ່ງອອກ ປະມານ 505 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 457 ລ້ານໂດລາ ເກີນດຸນການຄ້າ ປະມານ 48 ລ້ານໂດລາ ເຊິ່ງຖືເປັນການເກີນດຸນການຄ້າຄັ້ງທຳອິດ ໃນຮອບຫຼາຍເດືອນ ທ່າມກາງຄວາມພະຍາຍາມຂອງລັດຖະບານ ໃນການລົດການນຳເຂົ້າສິນຄ້າຈາກຕ່າງປະເທດທີ່ບໍ່ຈຳເປັນ.

ອີງຕາມຂໍ້ມູນຈາກ ເວັບໄຊ ສູນຂໍ້ມູນຂ່າວສານດ້ານການຄ້າ ປະຈຳ ສປປ ລາວ ແມ່ນຄັ້ງຫຼ້າສຸດ ທີ່ ສປປ ລາວ ມີມູນຄ່າການນຳເຂົ້າສົ່ງອອກສິນຄ້າ ທີ່ເກີນດຸນ ແມ່ນເມື່ອ ເດືອນມີນາ ປີ 2022 ທີ່ຕອນນັ້ນ ເກີນດຸນການຄ້າປະມານ 100 ລ້ານໂດລາ.

ຄັ້ງທໍາອິດ

ໂດຍ ສິນຄ້າ ທີ່ສປປ ລາວ ສົ່ງອອກຕົ້ນຕໍ 5 ອັນດັບ ໃນເດືອນກຸມພາ ປະກອບມີ ມັນຕົ້ນ ປະມານ 85 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ປະມານ 46 ລ້ານໂດລາ, ແຮ່ທອງ ປະມານ 35 ລ້ານໂດລາ, ເກືອກາລີ ປະມານ 34 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 30 ລ້ານໂດລາ.

ສ່ວນ 5 ອັນດັບຕົ້ນຕໍ ທີ່ ສປປ ລາວ ນຳເຂົ້າ ປະກອບມີ: ນ້ຳມັນກາຊວນ 83 ລ້ານໂດລາ, ອຸປະກອນກົນຈັກ ປະມານ 31 ລ້ານໂດລາ, ພາຫະນະທາງບົກ ປະມານ 27 ລ້ານໂດລາ, ນ້ຳມັນແອັດຊັງ ປະມານ 19 ລ້ານໂດລາ,  ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ປະມານ 18 ລ້ານໂດລາ.

ຄັ້ງທໍາອິດ

ໃນນີ້ ປະເທດທີ່ ສປປ ລາວ ສົ່ງອອກຫຼາຍທີ່ ສຸດໄດ້ແກ່: ຈີນ ປະມານ 173 ລ້ານໂດລາ, ໄທ ປະມານ 116 ລ້ານໂດລາ, ຫວຽດນາມ ປະມານ 106 ລ້ານໂດລາ, ອອສເຕຣເລຍ ປະມານ 23 ລ້ານໂດລາ ແລະ ຮົງກົງ ປະມານ 13 ລ້ານໂດລາ. ສ່ວນປະເທດທີ່ ສປປ ລາວ ນຳເຂົ້າຫຼາຍທີ່ສຸດໄດ້ແກ່: ໄທ ປະມານ 257 ລ້ານໂດລາ, ຈີນ ປະມານ 115 ລ້ານໂດລາ, ຫວຽດນາມ ປະມານ 22 ລ້ານໂດລາ, ສະຫະລັດອາເມລິກາ ປະມານ 14 ລ້ານໂດລາ ແລະ ຍີ່ປຸ່ນ ປະມານ 8 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/