ສະຖິຕິເຜີຍ ທີມຊາດລາວຊຸດນີ້ ເຮັດຜົນງານດີທີ່ສຸດໃນຮອບ 10 ປີ ຫຼັງລົງແຂ່ງ 4 ນັດ ເກັບໄດ້ພຽງ 1 ຄະແນນ ໃນລາຍການ AFF 2022

ສະຖິຕິເຜີຍ ທີມຊາດລາວ

ສະຖິຕິເຜີຍ ທີມຊາດລາວຊຸດປັດຈຸບັນ ແມ່ນເຮັດຜົນງານໃນການແຂ່ງຂັນ ຊິງແຊ້ມອາຊຽນ ໄດ້ດີທີ່ສຸດໃນຮອບ 10 ປີ ຈາກການລົງແຂ່ງຂັນໃນລາຍການນີ້ທັງໝົດ 4 ຄັ້ງ ຫຼັງເຮັດຜົນງານເກັບໄດ້ 1 ຄະແນນ ຈາກການລົງແຂ່ງຂັນທັງໝົດ 4 ນັດ.

ໃນການແຂ່ງຂັນກິລາບານເຕະ ຊິງແຊ້ມອາຊຽນ ຫຼື AFF Mitsubishi Electric Cup 2022 ທີ່ຫາກໍຜ່ານມານີ້ ທີມຊາດລາວ ພາຍໃຕ້ການຄຸມທີມຂອງ ໄມເຄິນ ໄວສ ຄູເຝິກຊາວ ເຢຍລະມັນ ໄດ້ຊິງຕົກຮອບໄປກ່ອນໝູ່ ຫຼັງລົງແຂ່ງທັງໝົດ 4 ນັດ ປະລາໄຊໄປທັງໝົດ 3 ນັດ ສະເໝີໄປ 1 ນັດ ເກັບໄດ້ 1 ຄະແນນ ເສຍໄປເຖິງ 15 ປະຕູ ຕົກຮອບໃນຖານະ ອັນດັບສຸດທ້າຍຂອງ ກຸ່ມ B.

ສະຖິຕິເຜີຍ ທີມຊາດລາວ

ໂດຍທີມຊາດລາວ ຊຸດນີ້ ເລີ່ມຕົ້ນການແຂ່ງຂັນຄັ້ງນີ້ກັບຜູ້ຫຼິ້ນພະລັງໜຸ່ມ ແລະ ຍັງມີອາຍຸນ້ອຍ ໂດຍຜູ້ຫຼິ້ນ 17 ຄົນຈາກທັງໝົດ 23 ຄົນໃນທີມຊຸດນີ້ ແມ່ນມີອາຍຸບໍ່ເກີນ 23 ປີ ນັ້ນໝາຍຄວາມວ່າຜູ້ຫຼິ້ນສ່ວນໃຫຍ່ໃນທີມຊຸດນີ້ແມ່ນຍັງມີປະສົບການໜ້ອຍ ບວກກັບຢູ່ໃນກຸ່ມທີ່ມີຄວາມເຂັ້ມແຂງ ເຮັດໃຫ້ເລີ່ມຕົ້ນການແຂ່ງຂັນຄັ້ງນີ້ດ້ວຍຜົນງານທີ່ບໍ່ຄ່ອຍດີປານໃດ ໂດຍການປະລາໄຊໃຫ້ກັບທີມຊາດ ຫວຽດນາມໄປເຖິງ 6 ປະຕູຕໍ່ 0.

ສະຖິຕິເຜີຍ ທີມຊາດລາວ

ກ່ອນທີ່ ໄມເຄິນ ໄວສ ຈະຄ່ອຍໆປັບຈູນທີມນີ້ໃຫ້ລົງຕົວຫຼາຍຂຶ້ນ ແລະ ຄ່ອຍໆ ເຮັດຜົນງານໄດ້ດີຂຶ້ນເລື້ອຍໆ ໃນນັດຕໍ່ໆມາ ກ່ອນທີ່ນັດສຸດທ້າຍຈະມາສະເໝີກັບທີມຊາດ ມຽນມາ ໄດ້ 2 ປະຕູຕໍ່ 2 ເກັບ 1 ຄະແນນທຳອິດຂອງລາຍການນີ້ ໃນຮອບ 10 ປີ ໄດ້ສຳເລັດ.

ສະຖິຕິເຜີຍ ທີມຊາດລາວ

ແນ່ນອນດ້ວຍຜົນງານແບບນີ້ ເຮົາຄົງຈະເວົ້າບໍ່ໄດ້ວ່າເປັນຜົນງານທີ່ດີ ແຕ່ຖ້າຢ້ອນກັບໄປເບິ່ງຜົນງານໄລຍະ 10 ປີຫຼັງ ຫຼື 4 ຄັ້ງຫຼັງສຸດຂອງລາຍການແຂ່ງຂັນດັ່ງກ່າວ ກໍຖືໄດ້ວ່າທີມຊາດລາວພະລັງໜຸ່ມຊຸດນີ້ ມີຜົນງານທີ່ດີກວ່າ ປີທີ່ຜ່ານໆມາ. ໂດຍຕະຫຼອດ 4​ ຄັ້ງໃນການແຂ່ງຂັນທີ່ຜ່ານມາ ທີມຊາດລາວ ແມ່ນປະລາໄຊທຸກນັດ ໃນຮອບແບ່ງກຸ່ມ ແລະ ບໍ່ສາມາດເກັບໄດ້ເລີຍແມ່ນແຕ່ຄະແນນດຽວ.

ໂດຍຜົນງານທີ່ດີທີ່ສຸດຕ້ອງຢ້ອນກັບໄປເມື່ອປີ 2012 ທີ່ຕອນນັ້ນ ລົງແຂ່ງ 3​ ນັດ ປະລາໄຊ 2 ນັດ ສະເໝີໄດ້ 1 ນັດ ຍິງໄດ້ 6 ປະຕູ ແລະ ເສຍໄປ 10 ປະຕູ ມີສ່ວນຕ່າງປະຕູໄດ້ເສຍພຽງແຕ່ 4 ປະຕູ.

ສະຖິຕິເຜີຍ ທີມຊາດລາວ

ແຕ່ຢ່າງໃດກໍຕາມ ທີມຊາດລາວເຮົາກໍຍັງຕ້ອງພັດທະນາໄປອີກຫຼາຍກ້າວ ແລະ ຕ້ອງຕາມຫາໄຊຊະນະລາຍການນີ້ໃຫ້ໄດ້ ໂດຍໄຊຊະນະຫຼ້າສຸດໃນລາຍການນີ້ຂອງທີມຊາດລາວ ແມ່ນຕ້ອງຢ້ອນອະດີດໄປເຖິງ ປີ 2004 ຫຼື 18 ປີກ່ອນໜ້ານີ້ ທີ່ຕອນນັ້ນທີມຊາດລາວ ສາມາດຊະນະທີມຊາດ ກໍາປູເຈຍໄປໄດ້ 2 ປະຕູຕໍ່ 1

ຂອບໃຈຂໍ້ມູນຈາກ: https://bit.ly/3VIsoX8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/