ສວນອຸດທະຍານອອດສະເຕເລຍ ປຸກຊີວິດໂຕ ຄວໍ (Quoll) ສັດທີ່ສູນພັນໄປແລ້ວ 50 ປີກ່ອນຄືນສູ່ທຳມະຊາດອີກຄັ້ງ


ອຸດທະຍານແຫ່ງຊາດ Booderee ໃນອອດສະເຕເລຍໄດ້ນຳເອົາ Eastern Quoll ກັບມາສູ່ພື້ນທີ່ອະນຸລັກເພື່ອບໍ່ໃຫ້ສູນພັນ.

ເມື່ອບໍ່ດົນມານີ້ ບໍລິເວນຊາຍຝັ່ງທາງໃຕ້ໃນລັດນິວເຊົາເວວ(New South Wale) ຂອງອອດສະເຕເລຍ ໄດ້ຕິດຕັ້ງເຄື່ອງຕິດຕາມໄວ້ທີ່ຫາງຂອງໂຕ Eastern Quoll ເພື່ອຕິດຕາມພຶດຕິກໍາຂອງໂຕຄວໍນ້ອຍ 2 ໂຕ ແລະ ຕິດຕາມການຂະຫຍາຍພັນຂອງພວກມັນໃນເດືອນພຶດສະພາປີໜ້າ.

Eastern Quoll ຫາຍໄປຈາກພື້ນທີ່ຕັ້ງແຕ່ 50 ປີກ່ອນ ເນື່ອງຈາກສານກໍາຈັດສັດຕູພືດ ແລະ ໂຣກ. ຢ່າງໃດກໍຕາມ ຊ່ວງ 3 ປີທີ່ຜ່ານມາ ໂຕຄວໍຈໍານວນ 50 ໂຕທີ່ຖືກຂັງຢູ່ໃນ Tasmania ໄດ້ຖືກປ່ອຍໃຫ້ເປັນອິດສະຫຼະໃນພື້ນທີ່ອຸດທະຍານ Booderee ແຕ່ພວກມັນທີ່ຢູ່ໃນຊ່ວງໃຫຍ່ເຕັມໂຕຈຳນວນຫຼາຍກໍຕ້ອງຕາຍ ຍ້ອນການຕົກເປັນເຫຍື່ອຂອງສັດນັກລ່າເຊັ່ນ: ໝາຈິ້ງຈອກ, ງູ ແລະ ຖືກລົດຕຳຕາມຫົນທາງ.

ໂຕຄວໍ ສັດໂລກໂຕນ້ອຍໜ້າຮັກຂອງອອດສະເຕເລຍ ມີຢູ່ 4 ສາຍພັນໄດ້ແກ່່: Spotted-tailed Quoll, Western Quoll, Eastern Quoll ແລະ Northern Quoll.

ໂຕຄວໍສາມາດໃຫຍ່ໄດ້ຫຼາຍສຸດເຖິງ 125 ຊັງຕີແມັດ (ລວມຄວາມຍາວຫາງແລ້ວ) ໜັກປະມານ 5 ກິໂລ. ຢ່າງໃດກໍຕາມ ໂຕຄວໍບາງຊະນິດມີຂະໜາດນ້ອຍພຽງ 1 ກິໂລເທົ່ານັ້ນ ພວກມັນມີສີຕັ້ງແຕ່ສີດຳໄປຮອດສີນ້ຳຕານອົມເຫຼືອງ, ມີລາຍຈຸດສີເຫຼືອງ, ມີຫາງຍາວ ແລະ ມີແຂ້ວແຫຼມຄົມ. ເຫັນໜ້າຮັກໆແບບນີ້ ແຕ່ໂຕຄວໍກໍເປັນສັດກິນເນື້ອ ບໍ່ແມ່ນສັດກິນພືດ.

ຢ່າງໃດກໍຕາມ Eastern Quoll ແລະ Northern Quoll ກໍາລັງຖືກຄຸກຄາມ ແລະ ຕົກຢູ່ໃນສະຖານະເປັນສິ່ງທີ່ມີຊີວິດທີ່ໃກ້ສູນພັນຂອງ IUCN.

ທີ່ມາ: https://www.facebook.com/environman.th/posts/3165498630245229