ລາວ ເລີ່ມ​ອອກ​ແບບ​ສະໜາມກ໊ອຟ ມາດຕະຖານລະດັບໂລກ ຢູ່ບຶງທາດຫຼວງ


ບໍລິສັດ ລາວທາດຫຼວງລົງທຶນ ພັດທະນາ ຈຳກັດ ແລະ ບໍລິສັດ ຟໍໂດ້ ດີຊາຍ ລົງນາມໃນ​ສັນ​ຍາຮ່ວມມືກັນ ອອກແບບສະນາມກ໊ອຟ 18 ຂຸມ ໃນເຂດ ເສດຖະກິດ ພິເສດບຶງທາດຫຼວງ ເພື່ອພັດທະນາ ແລະ ດຶງດູດການທ່ອງທ່ຽວ ລວມໄປເຖິງການລົງທຶນເຂົ້າມາໃນ ສປປ ລາວ.

ພິທີລົງນາມໃນສັນຍາການອອກແບບໂຄງການດັ່ງກ່າວ ຈັດຂຶ້ນໃນວັນທີ 25 ເມສາ 2023 ທີ່ໂຮງແຮມໂປລີ ເຂດເສດຖະກິດພິເສດບຶງທາດຫຼວງ ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງ ທ່ານ ນາງ Huang Xiuwen ຮອງປະທານບໍລິສັດ ທາດຫຼວງລົງທຶນ ພັດທະນາ ຈຳກັດ ເຂດເສດຖະກິດພິເສດ ບຶງທາດຫຼວງ ແລະ ທ່ານ ນິກ ພໍໂດ້ ປະທານບໍລິສັດ ພໍໂດ້ ດີຊາຍ ເປັນກຽດ ເຂົ້າຮ່ວມໂດຍ ທ່ານ ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ທ່ານ ຄິມ ຮາຢອນຊັອກ ປະທານບໍລິສັດ ຢູອຶນ ນາຍ ຈຳກັດຜູ້ດຽວ ທ່ານ ພູຈ້ຽນ ຮອງອຳນວຍການ ບໍລິສັດທາດຫຼວງ ລົງທຶນພັດທະນາ ຈຳກັດ ເຂດເສດຖະກິດພິເສດບຶງທາດຫຼວງ ພ້ອມດ້ວຍ ຮອງລັດຖະມົນຕີ ຫົວໜ້າພະແນກ ຫ້ອງການເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ນາງ ຫວງ ສຽວເຫວິນ ຮອງປະທານ ບໍລິສັດ ລາວທາດຫຼວງລົງທຶນ ຈຳກັດໄດ້ກ່າວວ່າ: ເຂດເສດຖະກິດພິເສດບຶງທາດຫຼວງ ກໍາລັງຈະສ້າງສະໜາມກ໊ອຟ ທີ່ໄດ້ມາດຕະຖານລະດັບໂລກທີ່ອອກແບບໂດຍນັກອອກແບບ ລະດັບສາກົນ ເຊິ່ງສະໜາມກັອບທີ່ອອກແບບນັ້ນຈະເຮັດໃຫ້ເຂດເສດຖະກິດພິເສດບຶງທາດຫຼວງເປັນບ່ອນທີ່ດຶງດູດບໍລິສັດຕ່າງປະເທດ ເຂົ້າມາລົງທຶນຢູ່ໃນປະເທດລາວ.

ຂອບໃຈຂໍ້ມູນຈາກ:

https://bit.ly/3LvnTxv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/