ຜົນສຳຫຼວດສະກຸນເງິນດິຈິຕອລທີ່ມີຊື່ສຽງຫຼາຍທີ່ສຸດໃນສະຫະລັດໃນປີ 2023


Rapidz.io ຜູ້ໃຫ້ບໍລິການຊຳລະເງິນດ້ວຍ Crypto ແລະ ເປັນຜູ້ໃຫ້ບໍລິການເງິນ Cryto ສໍາລັບ iOS ແລະ Android ລະບຸວ່າ “ເຮົາໄດ້ສັງເກດເຫັນວ່າຄວາມໂດດເດັ່ນຂອງສະກຸນເງິນດິຈິຕອລຕ່າງໆ ໃນສະຫະລັດອາເມຣິກາ ນັບຕັ້ງແຕ່ເດືອນທັນວາ ປີ 2022 ໂດຍ Bitcoin ຍັງຄົງຄອງອັນດັບໜຶ່ງ ແລະ ເປັນທີ່ນິຍົມຢ່າງບໍ່ຕ້ອງສົງໄສ”

ຈາກການສໍາຫຼວດພົບວ່າ ຜູ້ຕອບແບບສອບຖາມອອນໄລນ໌ໃນສະຫະລັດເຖິງ 74% ຮູ້ຈັກ Bitcoin, ຕາມມາດ້ວຍ Dogecoin ຢູ່ທີ່ 42%. Ethereum ແລະ USD Coin ຢູ່ທີ່ 38%, ໂດຍທັງສອງມີອັດຕາສ່ວນທີ່ເທົ່າກັນໃນອັນດັບທີ 3.

ໃນຖານະທີ່ Rapidz.io ເປັນຜູ້ໃຫ້ບໍລິການຊຳລະເງິນດ້ວຍ Crypto, ຈຶ່ງມີຄວາມມຸ່ງໝັ້ນທີ່ຈະແຈ້ງໃຫ້ຊາບກ່ຽວກັບທ່າອ່ຽງແລະ ຄວາມຕ້ອງການທີ່ປ່ຽນແປງຢູ່ຕະຫຼອດເວລາພາຍໃນອຸດສາຫະກໍາ. ລວມທັງການພັດທະນາຕະຫຼາດ ເພື່ອທີ່ຈະສາມາດໃຫ້ບໍລິການຜູ້ໃຊ້ງານໄດ້ຢ່າງມີປະສິດທິພາບ ແລະ ປອດໄພໃນການປະມວນຜົນການຈ່າຍເງິນດ້ວຍ crypto. ນີ້ຈະຊ່ວຍໃຫ້ Rapidz.io ກາຍເປັນຜູ້ນໍາໃນດ້ານການປະມວນຜົນການຊຳລະເງິນ crypto ແລະ ຕອບສະໜອງການແກ້ໄຂການຊຳເງິນທີ່ດີທີ່ສຸດໃຫ້ກັບຜູ້ໃຊ້ຢ່າງຕໍ່ເນື່ອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/