ອີກບໍ່ດົນ! ລາວຈະມີໂຮງງານໄຟຟ້າພະລັງງານລົມ ທີ່ໃຫຍ່ທີ່ສຸດໃນອາຊຽນ ທີ່ສ້າງໂດຍບໍລິສັດຈີນ


ຈີນ ລົງທຶນກໍ່ສ້າງໂຮງງານໄຟຟ້າພະລັງງານລົມ 600 ເມກາວັດ ເພື່ອຂາຍໄຟໃຫ້ ສສ ຫວຽດນາມ. ພິທີວາງສີລາລືກ ໂຄງການກໍ່ສ້າງໄຟຟ້າພະລັງງານລົມ 600 ເມກາວັດ ຂອງບໍລິສັດ ມອນຊູນ ວິນ ພາວເວີ້ ແລະ ບໍລິສັດ ພາວເວີ້ໄຊນາ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 25 ເມສາ 2023 ທີ່ຜ່ານມາ ຢູ່ໂຮງແຮມແລນມາກ ຣິເວີຊາຍ, ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.

ໂຄງການດັ່ງກ່າວ, ເປັນໂຄງການໄຟຟ້າພະລັງລົມແຫ່ງທຳອິດຂອງປະເທດລາວ, ທັງເປັນໂຄງການໄຟຟ້າພະລັງລົມທີ່ໃຫຍ່ທີ່ສຸດ ໃນຂົງເຂດອາຊີຕາເວັນອອກສຽງໃຕ້. ສະນັ້ນ, ການກໍ່ສ້າງໂຄງການນີ້ຈຶ່ງມີຄວາມໝາຍ, ຄວາມສໍາຄັນຕໍ່ບາດກ້າວການພັດທະນາດ້ານໂຄງການພະລັງງນສະອາດຂອງລາວ ທັງເປັນຂີດໝາຍຜົນສໍາເລັດຂອງການຮວ່ມມືກັນອີກອັນໜຶ່ງທີ່ສໍາຄັນລະຫວ່າງຊາດລາວ, ໄທ, ຫວຽດນາມ ແລະ ຈີນ.

ໂຄງການກໍາລັງກໍ່ສ້າງ ແລະ ຄາດວ່າຈະສໍາເລັດຕາມແຜນທີ່ວາງໄວ້ໃນປີ 2025 ມີເປົ້າຫໝາຍສົ່ງໄຟຟ້າອອກຂາຍໃຫ້ປະເທດຫວຽດນາມເປັນຫຼັກ ກັບໄລຍະສັນຍາເປັນເວລາ 25 ປີ. ໂຄງການນີ້, ເປັນໂຄງການພະລັງງານສະອາດລົດກາສຄາບອນ, ບໍ່ທໍາລາຍສິ່ງແວດລ້ອມ, ຊ່ວຍສ້າງຄວາມໝັ້ນຄົງ ແລະ ສະໜັບສະໜູນພາລະກິດສໍາຄັນລະດັບໂລກທີ່ມີເປົ້າໝາຍການປ່ອຍກາສຄາບອນເປັນສູນໃນປີ 2050.

ການພັດທະນາອຸດສາຫະກຳໄຟຟ້າຢູ່ ສປປ ລາວ; ປັດຈຸບັນ, ແຫຼ່ງຜະລິດພະລັງງານໄຟຟ້າທີ່ມີກຳລັງຕິດຕັ້ງ 1 ເມກະວັດຂຶ້ນໄປມີທັງໝົດ 94 ແຫ່ງ (ໃນນີ້, ພະລັງງານນໍ້າ 81 ແຫ່ງ, ແສງຕາເວັນ 8 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ) ລວມກຳລັງຕິດຕັ້ງ 11.661,14 ເມກະວັດ, ຄວາມອາດສາມາດຜະລິດພະລັງງານໄຟຟ້າ 58.813,42 ກິກກະວັດໂມງ ຕໍ່ ປີ, ລວງຍາວຂອງສາຍສົ່ງທັງໝົດ 67.643 km ແລະ ສະຖານີໄຟຟ້າ ທັງໝົດ 108 ແຫ່ງ.

ຂໍ້ມູນຈາກ:

https://bit.ly/424J271

https://bit.ly/40KG5HU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/