ລາວ-ກຸ້ຍໂຈ ເພີ່ມທະວີການຮ່ວມມືດ້ານການຄ້າ ການລົງທຶນ


ກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ ແລະ ອຳນາດການປົກຄອງ ແຂວງ ກຸ້ຍໂຈ ປະເທດຈີນ ເພີ່ມທະວີການພົວພັນຮ່ວມມືລະຫວ່າງລາວ-ຈີນ ໂດຍສະເພາະລະຫວ່າງລາວ ແລະ ແຂວງກຸ້ຍໂຈ ເປັນຕົ້ນແມ່ນການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນທີ່ມີມາແລ້ວນັ້ນໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນເລື້ອຍໆ.

ວັນທີ 20 ພຶດສະພາ 2024 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ຫຼີ ປີງຈິນ ເຈົ້າແຂວງກຸ້ຍໂຈ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ.

ໂອກາດດັ່ງກ່າວ, ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວຂອງຄະນະຜູ້ແທນແຂວງກຸ້ຍໂຈວຄັ້ງນີ້ຈະເປັນການປະກອບສ່ວນເຂົ້າໃນເພີ່ມທະວີການພົວພັນຮ່ວມມືລະຫວ່າງລາວ-ຈີນ ໂດຍສະເພາະລະຫວ່າງລາວ ແລະ ແຂວງກຸ້ຍໂຈ ເປັນຕົ້ນແມ່ນການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນທີ່ມີມາແລ້ວນັ້ນໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນເລື້ອຍໆ.

ການພົບປະສອງຝ່າຍຄັ້ງນີ້ທ່ານລັດຖະມົນຕີໄດ້ຍົກຂຶ້ນມາປຶກສາຫາລືແມ່ນບັນຫາການຊຸກຍູ້ ແລະ ສົ່ງເສີມການຄ້າ-ການລົງທຶນ ແລະ ການຄ້າຊາຍແດນລາວ-ຈີນ ການພັດທະນາອຸດສາຫະກຳ ແລະ ອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນຕໍ່ຢູໂຣບ ແລະ ທ່ານເຈົ້າແຂວງໄດ້ຍົກຂຶ້ນມາວ່າ: ການມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວຄັ້ງນີ້ເພື່ອເພີ່ມທະວີການຮ່ວມມືດ້ານອຸດສາຫະກໍາຄື: ການພັດທະນາ ແລະ ການນໍາໃຊ້ຊັບພະຍາກອນແຮ່ທາດ ການຮ່ວມມືດ້ານການຄ້າ ການນຳເຂົ້າ-ສົ່ງອອກ ຜະລິດຕະພັນກະສິກຳລາວ ເຫຼົ້າກຸ້ຍໂຈວ ຢາງລົດ ຜະລິດຕະພັນເຫຼັກກ້າ ແລະ ກົນຈັກໄຟຟ້າ ສ້າງຄວາມເຂັ້ມແຂງດ້ານວິສະວະກຳແຂວງກຸ້ຍໂຈມີທ່າແຮງ ແລະ ປະສົບການດ້ານຂົວທາງ ອຸໂມງ ທາງລົດໄຟ ພະລັງງານໄຟຟ້າ ອຸດສາ ຫະກຳເຄມີ ແລະ ການປຸງແຕ່ງຊັບພະຍາກອນແຮ່ທາດ..

ການພົບປະຄັ້ງນີ້ສອງຝ່າຍໄດ້ເຫັນຄວນສະເໜີແລກປ່ຽນ ແລະ ຂໍການສະໜັບສະໜູນວຽກງານສົ່ງເສີມການຄ້າ ເປັນຕົ້ນວຽກງານວາງສະແດງສິນຄ້າ ແລະ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ເປັນຕົ້ນການຂົນສົ່ງສິນຄ້າຜ່ານທາງລົດໄຟ ເພື່ອດຶງດູດການລົງທຶນຈາກຈີນ ແລະ ບັນດາປະເທດຕ່າງໆ ໃຫ້ຫຼາຍຂຶ້ນໃນອະນາຄົດ ສະເໜີໃຫ້ມີການຈັດກິດຈະກຳສຳມະນາ ຫຼື ເວທີພົບປະໃດໜຶ່ງລະຫວ່າງພາກທຸລະກິດຂອງສອງຝ່າຍ ເພື່ອເປັນເວທີ ແລະ ຊ່ອງທາງໃນການສົ່ງເສີມການຄ້າ ແລະ ການລົງທຶນ ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ການສ້າງຕ່ອງໂສ້ມູນຄ່າເພີ່ມໃນລະດັບພາກພື້ນ ແລະ ສາກົນ ການສົ່ງເສີມການຄ້າເອເລັກໂຕຣນິກ ແລະ ອື່ນໆ ຮ່ວມກັນສ້າງກົນໄກປະສານງານລະຫວ່າງລາວ ແລະ ແຂວງກຸ້ຍໂຈ.

https://www.facebook.com/lnrlao/posts/pfbid02AyJKghz4sLy7k4AX42ztwb7hB3BCEJhFvQRCQCMM8hbsfVKuaYQFTj7xgXfRacPXl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/