ລັດຖະບານ ອອກດຳລັດໃໝ່ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ

ລັດຖະບານ-ອອກດຳລັດໃໝ່

ລັດຖະບານ ອອກດຳລັດວ່າດ້ວຍການປະຢັດ ແລະ ຕ້ານການໃຊ້ຟຸມເຟືອຍ ເລກທີ 205/ລບ. ມີຜົນບັງຄັບໃຊ້ກັບພະນັກງານ-ລັດຖະກອນທົ່ວປະເທດນັບແຕ່ 22 ກໍລະກົດ 2022.

ໃນມາດຕາ 38 ຂອງດຳລັດໄດ້ລະບຸຫ້າມ ພະນັກງານ-ລັດຖະກອນ ແລະ ພະນັກງານລັດວິສາຫະກິດ ມີພຶດຕິກໍາດັ່ງນີ້:

1. ໃຊ້ຈ່າຍງົບປະມານ, ຊັບສິນ ແລະ ເວລາ ຢ່າງຟຸມເຟືອຍໃນການຈັດງານຕ່າງໆ ເປັນຕົ້ນ ພິທີທາງ ລັດຖະການ, ງານດອງ, ງານລ້ຽງສັງສັນ, ງານບາສີສູ່ຂວັນ, ງານຊາປະນະກິດສົບ ລວມໄປເຖິງງານບຸນປະເພນີຕ່າງໆ.

2. ສວຍໃຊ້ໜ້າທີ່ຕໍາແໜ່ງ, ສົມຮູ້ຮ່ວມຄິດ, ໃຫ້ ຫຼື ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ ແລະ ເຄືອຍາດຄອບຄົວ.

3. ໃຊ້ສິດເກີນຂອບເຂດ ເຊິ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໄປເຖິງສິດຜົນປະໂຫຍດອັນຊອບທໍາຂອງສັງຄົມ, ປະຊາຊົນບັນດາເຜົ່າ.

4. ປະລະໜ້າທີ່ ແລະ ຄວາມຮັບຜິດຊອບ.

5. ກົດໜ່ວງຖ່ວງດຶງ ແລະ ປອມແປງເອກະສານ ແລະ ໃບບິນ ກ່ຽວກັບການນໍາໃຊ້ງົບປະມານຂອງ ລັດ ແລະ ລັດວິສາຫະກິດ.

6. ພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

*ໃນດຳລັດດັ່ງກ່າວຍັງລະບຸຕື່ມໃນມາດຕາ 52 ກ່ຽວກັບມາດຕະການຕໍ່ຜູ້ລະເມີດຂໍ້ຫ້າມ*

ມາດຕະການຕໍ່ຜູ້ລະເມີດ ດຳລັດວ່າດ້ວຍ ການປະຢັດ ແລະ ຕ້ານການຟຸມເຟືອຍ ມີດັ່ງນີ້:

1. ອົງການຈັດຕັ້ງ ຫຼື ບຸກຄົນທີ່ລະເມີດນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍການໃຊ້ຈ່າຍ ງົບປະມານຂອງລັດ ຈະຖືກດໍາເນີນມາດຕະການທາງດ້ານບໍລິຫານ, ປະຕິບັດວິໄນ ຫຼື ຖືກລົງໂທດ ໂດຍອີງຕາມລັກສະນະ ແລະ ລະດັບຄວາມຜິດ.

2. ຄະນະຮັບຜິດຊອບກວດກາໃດທີ່ຂາດຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານກວດກາການກະທໍາ ຟຸມເຟືອຍ ແລະ ມີພຶດຕິກໍາຟຸມເຟືອຍ; ບຸກຄົນທີ່ຂັດຂວາງການກວດກາ; ບຸກຄົນທີ່ມີພຶດຕິກໍາເພື່ອຂົ່ມຂູ່ ຜູ້ຮ້ອງຟ້ອງ, ຜູ້ລາຍງານກ່ຽວກັບການກະທໍາຟຸມເຟືອຍຂອງຕົນ ຈະຖືກລົງໂທດ ແລະ ດໍາເນີນຄະດີ ຕາມກົດໝາຍ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ.

ລັດຖະບານ-ອອກດຳລັດໃໝ່

ຂອບໃຈຂໍ້ມູນຈາກ: https://bit.ly/3VVZWSR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/