ໃນໄຕ້ຫວັນມີປະຊາກອນທັງໝົດ 23 ລ້ານຄົນ ແຕ່ສະກຸ໊ດເຕີ ມີເຖິງ 14 ລ້ານຄັນ ນັ້ນເທົ່າກັບວ່າ ໃນປະຊາກອນ 2 ຄົນ ເປັນເຈົ້າຂອງສະກຸ໊ດເຕີ້ 1 ຄັນ, ແຕ່ສະກຸ໊ດເຕີທີ່ກ່າວເຖິງແມ່ນຂັບເຄື່ອນດ້ວຍພະລັງງານເຊື້ອໄຟ ບໍ່ແມ່ນສະກຸ໊ດເຕີໄຟຟ້າ.
ມົນລະພິດ PM 2.5 ຫຼາຍກວ່າ 20% ມາຈາກການໃຊ້ລົດຈັກໃນໄຕ້ຫວັນ ເຖິງວ່າລົດຈັກຈະປ່ອຍຄາບອນໄດອອກໄຊໜ້ອຍກວ່າລົດໃຫຍ່ ແລະ ປະຢັດນ້ຳມັນກວ່າ ແຕ່ປ່ອຍໄຮໂດຣຄາບອນຫຼາຍກວ່າ ເຊິ່ງຈະສ້າງໝອກຄວັນໄນໂຕຣເຈນອອກໄຊ ແລະ ຄາບອນມໍນອກໄຊ ທີ່ເປັນສາເຫດໃຫ້ເກີດແກ໊ສເຮືອນແກ້ວ.
ລັດຖະບານໄດ້ມີແຜນລົດການປ່ອຍແກ໊ສເຮືອນແກ້ວໃຫ້ໄດ້ 50% ພາຍໃນປີ 2050 ຈຶ່ງສະໜັບສະໜູນໃຫ້ມີການສ້າງນະວັດຕະກຳໃໝ່ໆທີ່ເປັນມິດຕໍ່ສິ່ງແວດລ້ອມ ບໍ່ສະເພາະແຕ່ລະດັບອົງກອນໃຫຍ່ໆເທົ່ານັ້ນ ແຕ່ລັດຖະບານພ້ອມທີ່ຈະສະໜັບສະໜູນນະວັດຕະກຳຍ່ອຍ ແລະ ສະຕາດອັບໃໝ່ໆຢ່າງເຕັມທີ່.
ສະກຸ໊ດເຕີໄຟຟ້າໃນໄຕ້ຫວັນຍັງບໍ່ໄດ້ຮັບຄວາມນິຍົມປານໃດ ເພາະວ່າແບັດເຕີຣີໃຊ້ເວລາຊາຈດົນກວ່າຈະເຕັມ ແລະ ໃສ່ແບັດເຕີຣີກັບລົງໄປຄືນ, Gogoro ບໍລິສັດສະຕາດອັບນ້ອຍໆຈຶ່ງເກີດຄວາມຄິດສ້າງ Gogoro GoStation ຫຼື ເຄືອຂ່າຍສະຖານີສະຫຼັບແບັດເຕີຣີ ທີ່ອຳນວຍຄວາມສະດວກໃຫ້ກັບຜູ່ໃຊ້ສະກຸ໊ດເຕີໄຟຟ້າ ເມື່ອແບັດເຕີຣີໝົດ ກໍພຽງສະຫຼັບປ່ຽນໄດ້ເລີຍ ບໍ່ຕ້ອງລໍຖ້າຊາຈຈົນເຕັມ.
ກອງທຶນພັດທະນາແຫ່ງຊາດຂອງລັດຖະບານໄຕ້ຫວັນ ເຫັນວ່າການຂັບເຄື່ອນຕະຫຼາດສະກຸ໊ດເຕີນັ້ນມີຄວາມຈຳເປັນ ຈຶ່ງຮ່ວມລົງທຶນໃນສະຕາດອັບ Gogoro ໃນການສ້າງສະຖານີແບັດເຕີຣີ, ລັດຖະບານໄດ້ເຂົ້າມາຮັບຜິດຊອບການຈັດຫາທີ່ດິນ ແລະ ຄ່າໃຊ້ຈ່າຍ ຈົນຮອດຕອນນີ້ເມືອງຫຼວງໄທເປ ແລະ ເມືອງໃຫຍ່ມີສະຖານີ Gogoro GoStation ເຖິງ 1,820 ສະຖານີ ຫ່າງກັນທຸກໆ 5 ກິໂລແມັດ.
ນອກຈາກນັ້ນ ໄຕ້ຫວັນຍັງປະກາດວ່າ ຈະຢຸດການຊື້ຂາຍລົດຈັກທີ່ໃຊ້ນ້ຳມັນໃຫ້ໄດ້ຖາວອນພາຍໃນປີ 2035.