ມູນຄ່າການລົງທຶນຈາກນັກທຸລະກິດ ແຂວງຢຸນນານ ໃນ ສປປ ລາວ ບັນລຸຫຼາຍກວ່າ 4,24 ຕື້ໂດລາ


ເມື່ອບໍ່ດົນມານີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານພ້ອມດ້ວຍຄະນະທີ່ກະຊວງດັ່ງກ່າວ, ເພື່ອປຶກສາຫາລືຊຸກຍູ້ວຽກງານການຮ່ວມມືທາງດ້ານການຄ້າໃນໂອກາດທີ່ຄະນະເດີນທາງມາ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມຄະນະປະສານງານລະຫວ່າງແຂວງພາກເໜືອຂອງລາວ ແລະ ແຂວງຢຸນນານ ສປ ຈີນ.

ທ່ານຮອງເຈົ້າແຂວງຢຸນນານໄດ້ລາຍງານການພົວພັນຮ່ວມມືລະຫວ່າງແຂວງຢຸນນານ ແລະ ລາວ ໃນໄລຍະຜ່ານມາແມ່ນມີຜົນງານພົ້ນເດັ່ນຫຼາຍດ້ານເປັນຕົ້ນໂຄງການເສັ້ນທາງລົດໄຟລາວ-ຈີນ, ເສັ້ນທາງດ່ວນວຽງຈັນ-ວັງວຽງ, ເຂດເສດຖະກິດບໍ່ຫານ-ບໍ່ເຕັນ, ເຂດເສດຖະກິດກວມລວມໄຊເສດຖາ ແລະ ອື່ນໆ, ອັນໄດ້ເຮັດໃຫ້ການຄ້າ-ການລົງທຶນຂອງແຂວງຢຸນນານຢູ່ລາວເພີ່ມຂຶ້ນເລື້ອຍໆ. ມາຮອດປັດຈຸບັນມີນັກທຸລະກິດແຂວງຢຸນນານມາລົງທຶນຢູ່ລາວ 297 ບໍລິສັດໃນມູນຄ່າ 4,24 ຕື້ໂດລາ ໂຄງການຕ່າງໆມີຄວາມຄືບໜ້າດີ, ການຄ້າລະຫວ່າງຊາຍແດນໄດ້ເອົາໃຈໃສ່ຊຸກຍູ້ການພັດທະນາ ນອກນີ້ແຂວງຢຸນນານຍັງໄດ້ໃຫ້ການຊ່ວຍເຫຼືອລາວຫຼາຍຂະແໜງການເປັນຕົ້ນຂະແໜງສຶກສາ ແລະ ສາທາ.

ໂອກາດດັ່ງກ່າວ ທ່ານລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອສະໜັບສະໜູນລາວກໍຄືກະຊວງ ອຄ ເປັນຕົ້ນການຊຸກຍູ້ສົ່ງເສີມການຄ້າສອງຝ່າຍ ການໃຫ້ສິດທິພິເສດ 98% ຂອງລາຍການສິນຄ້າສົ່ງອອກລາວໄປຈີນ ແລະ ໂກຕ້າ ການຍົກລະດັບບຸກຄະລາກອນດ້ານການຄ້າ ການຊ່ວຍເຫຼືອດ້ານວັດຖຸອຸປະກອນ-ພາຫະນະ ແລະ ອື່ນໆ. ໃນນັ້ນໄດ້ຊຸກຍູ້ການຟື້ນຟູການສົ່ງອອກງົວຈາກລາວໄປຈີນສາມາດບັນລຸເປົ້າໝາຍເບື້ອງຕົ້ນ ແລະ ສອງຝ່າຍຍັງຕ້ອງຊ່ວຍກັນສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ສຳເລັດ ແລະ ໄດ້ສ້າງອາຊີບໃຫ້ແກ່ພົນລະເມືອງລາວທີ່ເຂດພັດທະນາກວມລວມໄຊເສດຖາຫຼາຍກວ່າ 10.000 ຄົນ.

ໂອກາດນີ້ທ່ານຮອງເຈົ້າແຂວງຍັງໄດ້ສະເໜີໃຫ້ການນໍາຂອງລາວກໍຄືຂະແໜງການກ່ຽວຂ້ອງຊ່ວຍຊຸກຍູ້ສົ່ງເສີມການຮ່ວມມືແຂວງຢຸນນານ ແລະ ລາວໃຫ້ນັບມື້ຫຼາຍຂຶ້ນເລື້ອຍໆ ໂດຍສະເພາະໂຄງການທີ່ຈະຈັດຕັ້ງປະຕິບັດຕໍ່ໜ້າໂຄງການກໍ່ສ້າງທາງດ່ວນໄລຍະສອງວັງວຽງ-ບໍ່ຫານບໍ່ເຕັນ, ພ້ອມເປີດກວ້າງການຄ້າສອງຝ່າຍສົ່ງງົວຄວາຍໄປຈີນ, ເປີດກວ້າງຍົກລະດັບດ່ານບໍ່ຫານບໍ່ເຕັນ ແລະ ອື່ນໆ.

https://www.facebook.com/crifm93/posts/pfbid0YtCPzQ2EUUcgxCz2kDXcBbSUcocw9kiGuARfkYRfXjC6xJyJmHpebVL4aYYCoA7Cl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/